ໃນວັນທີ 10 ພະຈິກ 2017, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປ ດານັງ, ສສ. ຫວຽດນາມ, ເພື່ອເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການ ລະຫວ່າງ ຜູ້ນໍາເສດຖະກິດ ຂອບການຮ່ວມມືດ້ານເສດຖະກິດຂອງພາກພື້ນ ອາຊີ-ປາຊີຟິກ ຫລື ອາເປັກ ແລະ ຜູ້ນຳອາຊຽນ ພາຍໃຕ້ຫົວຂໍ້ “ການເປັນຄູ່ຮ່ວມ ເພື່ອສ້າງຄວາມເຂັ້ມແຂງໃໝ່ ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງ ອາຊີ-ປາຊີຟິກ ແບບຮອບດ້ານ”(Partnering for New Dynamism for a Comprehensively Connected and Integrated Asia-Pacific), ຊຶ່ງຈັດຂຶ້ນໃນວັນທີ 10-11 ພະຈິກ 2017, ທີ່ ດານັງ, ສສ. ຫວຽດນາມ.
ກອງປະຊຸມດັ່ງກ່າວ ເປັນເວທີປຶກສາຫາລືແລກປ່ຽນຄວາມຄິດເຫັນ ກ່ຽວກັບ ການສົ່ງເສີມການເຊື່ອມໂຍງ ແລະ ພັດທະນາເສດຖະກິດ, ການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານການເຊື່ອມຈອດ ໃນພາກພື້ນອາຊີ-ປາຊີຟິກ ແລະ ການສ້າງຄວາມເຂັ້ມແຂງໃຫ້ໂຄງສ້າງເສດຖະກິດຂອງພາກພື້ນ ໃຫ້ມີຄວາມຍືນຍົງ, ໂປ່ງໃສ ແລະ ສາມາດປັບໂຕໄດ້ຢ່າງຄ່ອງແຄ້ວ ເພື່ອຮັບປະກັນໃຫ້ມີການປັບປຸງສາຍພົວພັນ ແລະ ການຮ່ວມມືຫລາຍລະດັບ ຢູ່ໃນພາກພື້ນ, ໂດຍມີຜູ້ນຳຈາກສະມາຊິກອາເປັກ ເຂົ້າຮ່ວມທັງໝົດ 21 ເຂດເສດຖະກິດ, ສປປ ລາວ, ກຳປູເຈຍ ແລະ ມຽນມາ ເຂົ້າຮ່ວມ ເພື່ອເພີ່ມທະວີການຮ່ວມມື ລະຫວ່າງ ປະເທດສະມາຊິກເອເປັກ ແລະ ອາຊຽນ.
ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈ ພະນະທ່ານ ປະທານກອງປະຊຸມ ເຈິນ ດ້າຍ ກວາງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ, ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາເປັກຄັ້ງນີ້ ໃນຖານະແຂກຂອງປະເທດເຈົ້າພາບ ຊຶ່ງເປັນການເປີດໂອກາດໄດ້ແລກປ່ຽນຄວາມຄິດເຫັນ ກັບບັນດາສະມາຊິກອາເປັກ ກ່ຽວກັບ ການຮ່ວມມືໃນຍຸກແຫ່ງການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ ແລະ ສາກົນ, ພ້ອມທັງຖືໂອກາດນີ້ ຮ່ວມກັບບັນດາຜູ້ນຳອື່ນ ສະແດງຄວາມເຫັນອົກເຫັນໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ຮັບຜົນກະທົບອັນໜັກໜ່ວງ ຈາກລົມພາຍຸ ດຳຣິ ຫວ່າງບໍ່ດົນມານີ້.
ພະນະທ່ານ ບຸນຍັງ ວໍລະຈິດ ຍັງໄດ້ປະກອບຄຳເຫັນໃນກອງປະຊຸມທີ່ມີຫົວຂໍ້ວ່າ: “ການເປັນຄູ່ຮ່ວມ ເພື່ອສ້າງຄວາມເຂັ້ມແຂງໃໝ່ ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງ ອາຊີ-ປາຊີຟິກ ແບບຮອບດ້ານ”. ໃນກອງປະຊຸມນີ້ ທ່ານປະທານປະເທດ ສປປ ລາວ ໄດ້ກ່າວເຖິງຈຸດຢືນອັນຈະແຈ້ງວ່າ: ໃນຍຸກສະໄໝປັດຈຸບັນ, ການເຊື່ອມຈອດ ແລະ ເຊື່ອມໂຍງໃນພາກພື້ນ ແລະ ສາກົນ ແມ່ນສິ່ງທີ່ຈຳເປັນສຳລັບທຸກປະເທດໃນໂລກ ບໍ່ວ່າໃຫຍ່ ຫລື ນ້ອຍ, ທຸກ ຫລື ຮັ່ງມີ. ໃນຖານະທີ່ເປັນສະມາຊິກອາຊຽນ, ສປປລາວສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງເຕັມປ່ຽມປະຕິບັດແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນແຕ່ນີ້ຫາປີ 2025, ຊຶ່ງມີຈຸດປະສົງແນໃສ່ສ້າງຄວາມເຂັ້ມແຂງໃຫ້ປະຊາຄົມອາຊຽນບົນພື້ນຖານປະຕິບັດການເຊື່ອມໂຍງແລະເຊື່ອມຈອດຢ່າງມີປະສິດທິພາບຢູ່ພາຍໃນອາຊຽນ ແລະລະຫວ່າງອາຊຽນກັບພາກພື້ນອື່ນເພື່ອນຳຜົນປະໂຫຍດຕົວຈິງມາສູ່ທຸກປະເທດ, ຊຶ່ງສອດຄ່ອງກັບແຜນງານການເຊື່ອມຈອດອາເປັກ 2015-2025.
ເພື່ອເຮັດໃຫ້ການເຊື່ອມໂຍງພາຍໃນອາຊຽນ ປະກົດຜົນເປັນຈິງ ແລະ ຮັບປະກັນຄວາມເທົ່າທຽມກັນ ລະຫວ່າງປະເທດອາຊຽນດ້ວຍກັນ, ໃນໄລຍະຜ່ານມາ ບັນດາສະມາຊິກອາຊຽນ ໄດ້ມີຂໍ້ລິເລີ່ມ ວ່າດ້ວຍການເຊື່ອມໂຍງອາຊຽນ ເພື່ອຊ່ວຍເຫຼືອປະເທດສະມາຊິກໃໝ່, ລວມທັງ ສປປ ລາວ,ຊຶ່ງແນໃສ່ຫຼຸດຜ່ອນຄວາມແຕກໂຕນ ຂອງລະດັບການພັດທະນາເສດຖະກິດ ແລະ ເພີ່ມທະວີຄວາມສາມາດໃນການເຊື່ອມໂຍງເສດຖະກິດ ຢູ່ພາຍໃນອາຊຽນ ແລະ ກັບພາກພື້ນອື່ນໆຂອງໂລກໄດ້. ພະນະທ່ານ ປະທານປະເທດ ຍັງໄດ້ສະແດງຄວາມຫວັງວ່າ ອາເປັກ ຈະພິຈາລະນາໃຫ້ການສະໜັບສະໜູນ ຄວາມພະຍາຍາມໃນຈຸດນີ້ ຂອງອາຊຽນ.
ທ່ານປະທານປະເທດລາວ ກ່າວວ່າ ສຳລັບ ສປປ ລາວ ຊຶ່ງເປັນປະເທດທີ່ອ້ອມຮອບດ້ວຍ 5 ປະເທດໃກ້ຄຽງນັ້ນ ໄດ້ຖືເອົາການເຊື່ອມຈອດ ເປັນບູລິມະສິດໜຶ່ງໃນການພັດທະນາປະເທດຂອງຕົນ. ລັດຖະບານລາວ ໄດ້ດຳເນີນນະໂຍບາຍ ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປເປັນປະເທດເຊື່ອມຈອດ ໂດຍສຸມໃສ່ພັດທະນາລະບົບພື້ນຖານໂຄງລ່າງ ເພື່ອເຊື່ອມຈອດພາຍໃນປະເທດໃຫ້ທົ່ວເຖິງ ແລະ ລະຫວ່າງ ສປປ ລາວ ກັບປະເທດເພື່ອນບ້ານ ເຊັ່ນ: ສ້າງ ແລະ ປັບປຸງຖະໜົນຫົນທາງ, ຂະຫຍາຍສາຍການບິນ, ພັດທະນາການເດີນເຮືອຕາມລຳແມ່ນໍ້າຂອງ, ເລີ່ມກໍສ້າງເສັ້ນທາງລົດໄຟ ເພື່ອເຊື່ອມຈອດກັບເສັ້ນທາງລົດໄຟປະເທດເພື່ອນບ້ານ, ພ້ອມທັງມີການສຶກສາ ຂະຫຍາຍຕາໜ່າງເສັ້ນທາງລົດໄຟ ໃຫ້ກວ້າງຂວາງຂຶ້ນກວ່າເກົ່າ. ດ້ວຍເປົ້າໝາຍອັນຈະແຈ້ງດັ່ງກ່າວ, ສປປ ລາວ ຈຶ່ງສະໜັບສະໜູນ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ສະເໜີໂດຍ ສປ ຈີນ ເພາະເຫັນວ່າ ຂໍ້ລິເລີ່ມດັ່ງກ່າວ ຈະປະກອບສ່ວນອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນ ກໍຄືການສົ່ງເສີມເປີດກວ້າງການຄ້າ, ການລົງທຶນ, ການທ່ອງທ່ຽວ ກໍຄືການເຊື່ອມໂຍງ ແລະ ການເຊື່ອມຈອດ ຂອງອາຊຽນ ແລະ ພາກພື້ນອື່ນ ຂອງໂລກ.
ໃນຕອນທ້າຍ, ພະນະທ່ານ ບຸນຍັງ ວໍລະຈິດ ຍັງຖືໂອກາດດັ່ງກ່າວ ສະແດງຄວາມຂອບໃຈ ມາຍັງປະເທດສະມາຊິກອາຊຽນ ແລະ ເຂດເສດຖະກິດອາເປັກ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອຄວາມພະຍາຍາມຂອງ ສປປ ລາວ ໃນການດຳເນີນນະໂຍບາຍໃຫ້ເປັນປະເທດເຊື່ອມຈອດ ແລະ ເຊື່ອມໂຍງເສດຖະກິດກັບພາກພື້ນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການຮັດແໜ້ນການຮ່ວມມືລະຫວ່າງ ສະມາຊິກອາເປັກ ກັບ ບັນດາປະເທດອາຊຽນ ຈະເປັນການສ້າງຄວາມເຂັ້ມແຂງໃໝ່ ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງ ອາຊີ-ປາຊີຟິກ ແບບຮອບດ້ານ, ຊຶ່ງຈະນຳໄປສູ່ການພັດທະນາແບບຍືນຍົງ ໃຫ້ແກ່ອາຊຽນ ແລະ ອາເປັກ.
ໃນຕອນຄ່ຳຂອງວັນດຽວກັນ, ພະນະທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຮ່ວມງານລ້ຽງອາຫານຄໍ່າຊຶ່ງຈັດໂດຍ ພະນະທ່ານ ເຈິນ ດ້າຍ ກວາງ,ປະທານປະເທດ ແຫ່ງ ສສ. ຫວຽດນາມ, ເພື່ອຕ້ອນຮັບບັນດາຜູ້ນຳອາເປັກ ແລະ ຜູ້ນຳອາຊຽນ, ທີ່ ໂຮງແຮມ ເຊເຣຕອນ, ດານັງ, ສສ. ຫວຽດນາມ.