ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພາກທຸລະກິດ ລາວ-ອົດສະຕຣາລີ

 

Australiamet1 Australiamet3

 

ໃນວັນທີ 18 ມີນາ 2018, ສະພາການຄ້າ ແລະ ອຸດສາຫະກຳ ລາວ ແລະ ອົດສະຕຣາລີ ໄດ້ຮ່ວມກັນຈັດກອງປະຊຸມພາກທຸລະກິດ ລາວ-ອົດສະຕຣາລີ ຂຶ້ນທີ່ ຊິດນີ, ປະເທດ ອົດສະຕຣາລີ, ເພື່ອເປັນເວທີສົ່ງເສີມການຄ້າ-ການລົງທຶນ ລະຫວ່າງສອງປະເທດ, ພ້ອມທັງເປັນການສ້າງໂອກາດອັນໃຫມ່ ໃຫ້ແກ່ນັກທຸລະກິດ ລາວ ແລະ ອົດສະຕຣາລີ ໄດ້ມີການພົບປະແລກປ່ຽນດ້ານທຸລະກິດເຊິ່ງກັນ ແລະ ກັນ, ຊຶ່ງໃຫ້ກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ໂດຍ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ທ່ານ ນາງ ຈູລີ ບິຊອບ (Julie Bishop), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ; ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ທີ່ກ່ຽວຂ້ອງ ແລະ ບັນດານັກທຸລະກິດຂອງທັງສອງຝ່າຍເຂົ້າຮ່ວມ ປະມານ 100 ທ່ານ.

ໃນກອງປະຊຸມຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໃຫ້ກຽດຂຶ້ນກ່າວຄຳເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງຈຸດພິເສດສະເພາະ ແລະ ທ່າແຮງດ້ານຕ່າງໆຂອງ ສປປ ລາວ, ວິໄສທັດ ປີ 2030, ຍຸດທະສາດການພັດທະນາ ປີ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2016-2020) ຂອງ ສປປ ລາວ ທີ່ກໍາລັງໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນປັດຈຸບັນ, ພ້ອມທັງໄດ້ເນັ້ນບາງຈຸດສຳຄັນ ກ່ຽວກັບ ປັດໄຈທີ່ດຶງດູດການລົງທຶນຂອງ ສປປ ລາວ, ເປັນຕົ້ນແມ່ນ ທີ່ຕັ້ງຍຸດທະສາດຂອງປະເທດ ຊຶ່ງຢູ່ໃຈກາງຂອງພາກພື້ນ, ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບຮຽບຮ້ອຍຂອງສັງຄົມ ກໍຄືຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດຂອງ ສປປ ລາວ. ນອກນັ້ນ, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງສະພາບການພົວພັນດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃນປັດຈຸບັນ, ພ້ອມທັງໄດ້ຖືໂອກາດນີ້ ເຊື້ອເຊີນນັກທຸລະກິດຈາກອົດສະຕຣາລີ ເພື່ອມາຊອກຫາໂອກາດການລົງທຶນ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ ໃນໂອກາດປີທ່ອງທ່ຽວລາວ ໃນປີ 2018 ນີ້.

ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງຄຳເຫັນຂອງ ທ່ານ ຄຳລຽນ ພົນເສນາ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ທີ່ອະທິບາຍກ່ຽວກັບ ກາລະໂອກາດການລົງທຶນໃນ ສປປ ລາວ. ກອງປະຊຸມ ຍັງໄດ້ຈັດເວທີສົນທະນາ ໃນຫົວຂໍ້: “ກາລະໂອກາດໃຫມ່ ສຳລັບການລົງທຶນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ”.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485835
ມື້ນີ້134
ມື້ວານ206
ອາທິດນີ້871
ເດືອນນີ້5140