ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ແລະ ສ.ເກົາຫລີ ເປັນປະທານຮ່ວມ ຈັດກອງປະຊຸມເວທີປຶກສາຫາລືອາຊີຕາເວັນອອກ ຄັ້ງທີ 16

 

201882930AseanROKinLPB22

 

ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ສ. ເກົາຫລີີ ໄດ້ເປັນປະທານຮ່ວມກອງປະຊຸມເວທີປຶກສາຫາລື ອາຊີຕາເວັນອອກ ຄັ້ງທີ 16 ໃນວັນທີ 29-30 ສິງຫາ 2018 ທີ່ແຂວງຫລວງພະບາງ ພາຍໃຕ້ຫົວຂໍ້: ສົ່ງເສີມການພັດທະນາແບບຍືນຍົງ ແລະ ຄວາມສົມບູນພູນສຸກຢູ່ອາຊີຕາເວັນອອກໂດຍການເຂົ້າຮ່ວມຂອງບັນດາຜູ້ແທນຂັ້ນສູງ ຂອງ 10 ປະເທດສະມາຊິກອາຊຽນ, ສປ. ຈີນ, ຍີ່ປຸ່ນ, ສ. ເກົາຫລີ ແລະ ກອງເລຂາອາຊຽນ.

ໃນພິທີີເປີດກອງປະຊຸມ, ທ່ານ ບົວທອງ ​​ແພງສະຫວັນ, ຮອງເລຂາພັກແຂວງ, ປະທານກວດກາພັກ,  ຫົວໜ້າອົງການກວດກາລັດແຂວງຫລວງພະບາງ ໄດ້ຂື້້ນກ່າວຕ້ອນຮັບບັນດາຄະນະຜູ້ແທນ ສູ່ແຂວງຫລວງພະບາງ ແລະ ຫລັງຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ໃຫ້ກຽດກ່າວເປີດກອງປະຊຸມເວທີປຶກສາຫາລືດັ່ງກ່າວ. ໃນນີ້, ທ່ານ ລັດຖະມົນຕີ ສະເຫລີໄຊ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສຳຄັນ ແລະ ຜົນສຳເລັດອັນພົ້ນເດັ່ນ ພາຍໃຕ້ກົນໄກການຮ່ວມມືອາຊຽນບວກສາມນັບແຕ່ໄດ້ຮັບການສ້າງຕັ້ງໃນປີ 1997 ​ເປັນຕົ້ນມາ ເປັນຕົ້ນແມ່ນ ດ້ານການເງິນ, ການສຶກສາ, ​ສາທາລະນະສຸກ, ການເຊື່ອມຈອດ, ພະລັງງານ ແລະ ການຄໍ້າປະກັນຄວາມໝັ້ນຄົງທາງສະບຽງອາຫານ. ຄຽງຄູ່ກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງສິ່ງທ້າທາຍຕ່າງໆທີ່ເປັນອຸປະສັກຕໍ່ການເຊື່ອມໂຍງ​ ​ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພາກພື້ນເຊັ່ນ: ຄວາມແຕກໂຕນທາງດ້ານການພັດທະນາລະຫວ່າງບັນດາປະເທດພາຍໃນພາກພື້ນ, ຄວາມບໍ່ໝັ້ນທ່ຽງຂອງສະພາບເສດຖະກິດໂລກ, ທ່າອ່ຽງການປົກປ້ອງຕະຫຼາດພາຍໃນ​ ​ແລະການຕ້ານຍຸກໂລກາພິວັດ, ສິ່ງທ້າທາຍຕ່າງໆທີ່ເກີດຈາກການປະຕິວັດອຸດສາຫະກຳຄັ້ງທີ 4, ໄພພິບັດທໍາມະຊາດ ແລະ ການປ່ຽນແປງສະພາບດິນຟ້າອາກາດ. ບົນຈິດໃຈດັ່ງກ່າວ, ທ່ານລັດຖະມົນຕີໄດ້ຊຸກຍູ້ໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ລະດົມຄວາມຄິດ, ປຶກສາຫາລື ແລະ ສ້າງຂໍ້ສະເຫນີແນະ ແນໃສ່ຮັບມືກັບບັນຫາສິ່ງທ້າທາຍເຫລົ່ານີ້ ເພື່ອຮັບປະກັນໃຫ້ແກ່ການເຊື່ອມໂຍງພາກພື້ນ ກໍຄື ການພັດທະນາແບບຍືນຍົງ ແລະ ກ້າວໄປສູ່ການສ້າງປະຊາຄົມອາຊີຕາເວັນອອກໃນໄລຍະຍາວໂດຍຜ່ານກົນໄກອາຊຽນບວກສາມທີ່ເປັນກົນໄກຫຼັກ ແລະ ມີອາຊຽນເປັນກຳລັງຂັບເຄື່ອນ.

ກອງປະຊຸມເວທີປຶກສາຫາລືອາຊີຕາເວັນອອກ ຄັ້ງທີ 16 ​ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ລັດສະໜີ ແກ້ວມະນີ, ທູດປະຈຳກະຊວງການຕ່າງປະເທດ ແລະ ທ່ານ Yoon Soon-gu, ຮອງລັດຖະມົນຕີກະຊວງການຕ່າງປະເທດ . ເກົາຫລີ ໄດ້ສຸມໃສ່ການປຶກສາຫາລື 3 ຫົວຂໍ້ຫຼັກຄື: ເພີ່ມທະວີການເຊື່ອມໂຍງພາກພື້ນແລະຮັດແຄບຄວາມແຕກໂຕນດ້ານການພັດທະນາ, ສົ່ງເສີມການເປັນຜູ້ປະກອບການ ແລະ ການພັດທະນາຊັບພະຍາກອນມະນຸດ, ແລະ ຮັດແໜ້ນການຮ່ວມມືເພື່ອການພັດທະນາ​​ໃນພາກພື້ນທີ່ຂັບເຄື່ອນໂດຍນະວັດຕະກຳ. ​​​ກອງປະຊຸມຈະນໍາສະເຫນີ ຜົນຂອງກອງປະຊຸມ, ໂດຍສະເພາະບັນດາຂໍ້ສະເຫນີຕ່າງໆຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມແລະ ກອງປະຊຸມສຸດຍອດອາຊຽນບວກສາມໃນທ້າຍປີນີ້ທີ່ ສິງກະໂປ ເພື່ອພິຈາລະນາ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485837
ມື້ນີ້136
ມື້ວານ206
ອາທິດນີ້873
ເດືອນນີ້5142