ໃນວັນທີ 24 ມິຖຸນາ 2019, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ Dr. Mohamad Maliki Bin Osman, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມຄະນະ ເຊີ່ງທັງສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ, ລວມທັງການຈັດຕັ້ງປະຕິບັດບັນດາກິດຈະກຳຂອງສູນຝຶກອົບຮົມ ລາວ-ສິງກະໂປ ຊຶ່ງບັນດາຜູ້ນໍາອາຊຽນໄດ້ເຫັນດີໃຫ້ສ້າງຕັ້ງຂື້ນເລີ່ມແຕ່ປີ 2001 ພາຍໃຕ້ຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນໃຫ້ບັນປະເທດສະມາຊິກອາຊຽນໃໝ່ຄື: ກຳປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ. ພ້ອມດຽວກັນນີ້ ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຮ່ວມມື ແລະ ໃຫ້ການຊ່ວຍເຫລືອໃນຜ່ານມາໂດຍສະເພາະແມ່ນການຊ່ວຍເຫລືອໃນໄລຍະທີ່ ສປປ ລາວ ປະສົບໄພພິບັດທີ່ເມືອງສະໝາມໄຊ, ແຂວງອັດຕະປືໃນປີຜ່ານມາ.
ໃນຕອນແລງຂອງວັນດຽວກັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພິທີເປີດສູນຮ່ວມມືລາວ-ສິງກະໂປ ຢ່າງເປັນທາງການ ຮ່ວມກັບ ທ່ານ Dr. Mohamad Maliki Bin Osman, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ແລະ ກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ສິງກະໂປ. ຈຸດປະສົງຂອງການເປີດສູນຄັ້ງນີ້ ແມ່ນເພື່ອຍົກລະດັບບົດບາດຂອງສູນ ແລະ ເພີ່ມທະວີການຮ່ວມມືດ້ານການ ຝຶກອົບຮົມ ໃນຂອບທີ່ກວ້າງກວ່າເກົ່າ ໂດຍປ່ຽນຊື່ຈາກສູນຝຶກອົບຮົມລາວ-ສິງກະໂປ ໃນເມື່ອກ່ອນ, ມາເປັນ ສູນຮ່ວມມືລາວ-ສິງກະໂປ.