ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ

20200715SGDs

20200715SDG1

20200715SDG3

ໃນຕອນເຊົ້າຂອງ ວັນທີ 15 ກໍລະກົດ 2020 ທີ່ ສູນການຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC), ຄະນະຊີ້ນຳລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ໄດ້ຈັດກອງປະຊຸມທົບທວນປະຈຳຮອບວຽນ 3 ປີ ຂຶ້ນ ຊຶ່ງຄັ້ງນີ້ເປັນຄັ້ງທີ 2 ໂດຍພາຍໃຕ້ການເປັນປະທານຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນ ປະທານຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDGs) ຢູ່ ສປປ ລາວ, ຊຶ່ງມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຂະແຫນງການທີ່ກ່ຽວຂ້ອງເຂົ້າຮ່ວມ ລວມທັງໝົດ 70 ກວ່າທ່ານ.

ທ່ານນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສຳຄັນໃນການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງວົງຄະນາຍາດສາກົນ ເພື່ອພ້ອມກັນສູ້ຊົນແກ້ໄຂບັນຫາ ທີ່ເປັນສິ່ງທ້າທາຍອັນສຳຄັນຂອງໂລກໃນປັດຈຸບັນ, ຊຶ່ງປະກອບຢູ່ໃນທັງໝົດ 17 ເປົ້າໝາຍ ແລະ ພິເສດສຳລັບ ສປປ ລາວ ແມ່ນໄດ້ມີອີກໜຶ່ງເປົ້າໝາຍແຫ່ງຊາດ ນັ້ນກໍ່ຄືເປົ້າໝາຍທີ 18: ຊີວິດປອດໄພຈາກລະເບີດບໍ່ທັນແຕກ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສະຫຼຸບຕີລາຄາຄືນ ແລະ ສັງລວມບັນດາຄວາມຄືບໜ້າ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດ ປພຍ ຕະຫຼອດໄລຍະ 3 ປີ ທີ່ຜ່ານມາ (2017 - 2020)ນັບຕັ້ງແຕ່ກອງປະຊຸມຄັ້ງປະຖົມມະລືກ ໃນປີ 2017,ໂດຍສະເພາະ ໃນທ່າມກາງທີ່ສະພາບການຂອງໂລກ ມີຄວາມສັບສົນ ແລະ ມີສິ່ງທ້າທາຍອັນໃຫຍ່ຫຼວງ, ເປັນຕົ້ນແມ່ນ ຜົນກະທົບຈາກການລະບາດຂອງ ພະຍາດ ໂຄວິດ-19 ຊຶ່ງສ້າງຜົນກະທົບອັນໃຫຍ່ຫຼວງໃຫ້ແກ່ເສດຖະກິດ-ສັງຄົມຂອງປະເທດຕ່າງໆ ໂດຍສະເພາະປະເທດກຳລັງພັດທະນາ. ສະນັ້ນ, ກອງປະຊຸມຄັ້ງນີ້ ຈຶ່ງມີຄວາມສຳຄັນສຳລັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ໂດຍສະເພາະຈຸດປະສານງານ ປພຍ ແຕ່ລະກະຊວງ ເພື່ອຮ່ວມກັນຖອດຖອນບົດຮຽນ, ແລກປ່ຽນປະສົບການ, ຕີລາຄາຈຸດດີຈຸດອ່ອນ ແລະ ຍົກໃຫ້ເຫັນບັນດາສິ່ງທ້າທາຍ ໃນສະພາບການດັ່ງກ່າວ ແລະ ພ້ອມກັນກຳນົດທິດທາງ ແລະ ມາດຕະການ ໃນການແກ້ໄຂບັນດາສິ່ງທ້າທາຍ ເພື່ອໃຫ້ບັນລຸ ປພຍ ຕາມຄຳຂວັນທີ່ວ່າ ພວກເຮົາພ້ອມກັນກ້າວໄປ .

ມາຮອດປັດຈຸບັນ, ສປປ ລາວ ໄດ້ເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIIIແລະ ຈະສືບຕໍ່ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IXໃນຕໍ່ໜ້າ ໂດຍໄດ້ສຳເລັດການເຊື່ອມສານທັງໝົດ 238 ຕົວຊີ້ບອກ ຂອງ ປພຍ ແລະ ມອບໝາຍໃຫ້ແຕ່ກະຊວງ ແລະ ຂະແໜງການກ່ຽວຂ້ອງຮັບຜິດຊອບ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ມີການຮັບຮອງເອົາ ແຜນປະຕິບັດແຫ່ງຊາດ ເພື່ອຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ຊຶ່ງໃນນັ້ນປະກອບມີ ແຜນດໍາເນີນງານການສື່ສານ, ໂຄສະນາ ແລະ ເຜີຍແຜ່ ປພຍ ແລະ ຮັບຮອງເອົາການກະກຽມໃຫ້ແກ່ ຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 2 ຂອງ ສປປ ລາວ ໃນປີ 2021. ພ້ອມດຽວກັນນັ້ນ, ໄດ້ມີການເປີດຕົວນຳໃຊ້ ແອັບພລິເຄເຊີນ ປພຍ (SDGs Application) ຢ່າງເປັນທາງການ ຢູ່ ສປປ ລາວ ເພື່ອເພີ່ມຊ່ອງທາງການເຂົ້າເຖິງແຫຼ່ງຂໍ້ມູນໃຫ້ວ່ອງໄວ ແລະ ທັນການ.

         ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຍ້ຳເຖິງຄວາມສຳຄັນຂອງການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ໂດຍໄດ້ໃຫ້ທິດຊີ້ນຳໃນການສືບຕໍ່ເຊື່ອມສານ ປພຍ ເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບ ທີ່ IX ທີ່ກຳລັງຢູ່ໃນຂັ້ນຕອນການກະກຽມຮ່າງໃນປັດຈຸບັນ, ພ້ອມທັງສືບຕໍ່ຄົ້ນຄວ້າສຸມໃສ່ແກ້ໄຂສິ່ງທ້າທາຍຕ່າງໆທີ່ເປັນອຸປະສັກ ເພື່ອບັນລຸບັນດາວຽກງານຂອງ ປພຍ ໃຫ້ໄດ້ຕາມເປົ້າໝາຍ ແລະ ນຳເອົາ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs) ໃນອະນາຄົດ. ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງເຖິງການມີສ່ວນຮ່ວມຢ່າງຕັ້ງໜ້າຈາກທຸກພາກສ່ວນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໃນການຈັດຕັ້ງຜັນຂະຫຍາຍ ເພື່ອບັນລຸເປົ້າໝາຍ ແລະ ຄາດໝາຍຂອງ ປພຍ ຕາມຄຳຂວັນ ພວກເຮົາພ້ອມກັນກ້າວໄປ .

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485835
ມື້ນີ້134
ມື້ວານ206
ອາທິດນີ້871
ເດືອນນີ້5140