ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ກຽມພ້ອມຈັດກອງປະຊຸມໃຫຍ່ ຄັ້ງທີ IV

20203009interview

ໃນວັນທີ 30 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ ໃນການກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ.

ສະຫາຍ ລັດຖະມົນຕີ ໄດ້ກ່າວວ່າ: ມາຮອດປະຈຸບັນ, ການກະກຽມດ້ານຕ່າງໆ ແມ່ນມີຄວາມຄືບໜ້າ ແລະ ດຳເນີນໄປຕາມແຜນການທີ່ໄດ້ວາງໄວ້ ໂດຍສະເພາະແມ່ນດ້ານບຸກຄະລາກອນ, ດ້ານເນື້ອໃນ, ດ້ານວຽກງານຂະບວນການ, ພິທີການ ແລະ ອື່ນໆ.ດ້ານບຸກຄະລາກອນ: ໄດ້ສໍາເລັດການຈັດກອງປະຊຸມທາບທາມ ໃນຮອບທີ I, ຮອບທີ II ແລະ ຮອບທີ III ເພື່ອຄັດເລືອກເອົາບັນດາສະຫາຍ ຜູ້ທີ່ມີເງື່ອນໄຂມາດຖານ ປະກອບເຂົ້າໃນຄະນະບໍລິຫານງານພັກຊຸດໃໝ່ ກະຊວງການຕ່າງປະເທດ ສະໄໝທີ IV. ພ້ອມທັງ ສໍາເລັດການຄັດເລືອກເອົາຜູ້ແທນສົມບູນຂອງແຕ່ລະໜ່ວຍ ເພື່ອເປັນຕົວແທນຂອງສະມາຊິກພັກທັງໝົດຂອງກະຊວງການຕ່າງປະເທດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້. ດ້ານເນື້ອໃນ: ໄດ້ສໍາເລັດການຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ, ຮ່າງບົດສຳຫຼວດການນຳພາຂອງຄະນະບໍລິຫານງານພັກກະຊວງການຕ່າງປະເທດ ສະໄໝທີ 3; ຮ່າງແຜນ​ພັດທະນາຂະແໜງການຕ່າງປະເທດ ໄລຍະ 5 ປີ (2021-2025)ແລະ ຮ່າງບົດປິ່ນອ້ອມຕ່າງໆ. ດ້ານວຽກງານຂະບວນການ:ໄດ້ສຳເລັດການຈັດກອງປະຊຸມໃຫຍ່ສາມຂັ້ນຂອງບັນດາກົມອ້ອມຂ້າງກະຊວງແລະບັນດາສໍານັກງານຜູ້ຕາງໜ້າ ແຫ່ງສປປລາວທີ່ຕ່າງປະເທດ ທັງໝົດ 57 ໜ່ວຍພັກ, ພ້ອມທັງໄດ້ສຸມໃສ່ການສ້າງກິດຈະກຳຕ່າງໆໂດຍສະເພາະແມ່ນການຈັດບັ້ນເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ x, ການຈັດກອງປະຊຸມສໍາມະນາຂອງ 3 ອົງການຈັດຕັ້ງມະຫາຊົນ ກ່ຽວກັບ ບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ;ກອງປະຊຸມວິທະຍາສາດໃນຂົງເຂດວຽກງານການຕ່າງປະເທດ; ການຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ;ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບ ຜົນສຳເລັດການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະ 5 ປີ ຜ່ານມາ; ພ້ອມທັງໄດ້ນຳເອົາບົດຕ່າງໆເພື່ອໂຄສະນາຜ່ານວິທະຍຸ, ໜັງສືພິມ ແລະ ສື່ສັງຄົມອອນລາຍ ເຊັ່ນ: "ພັກປະຊາຊົນ ປະຕິວັດລາວ ໄດ້ວາງນະໂຍບາຍການຕ່າງປະເທດ ຢ່າງຖືກຕ້ອງ ແລະ ສອດຄ່ອງ ໃນແຕ່ລະຍຸກແຕ່ລະສະໄໝ”; "ຜົນສຳເລັດຂອງຂະແໜງການຕ່າງປະເທດໃນໄລຍະການປ່ຽນແປງໃໝ່ພາຍໃຕ້ການຊີ້ນໍາ-ນໍາພາຂອງ ພັກປະຊາຊົນ ປະຕິວັດລາວ”. ນອກນັ້ນ, ພວກເຮົາຍັງໄດ້ມີການເຄື່ອນໄຫວຈັດກິດຈະກຳຕ່າງໆເຊັ່ນ: ການແຂ່ງຂັນກິລາບານເຕະຊິງຂັນເລຂາຄະນະພັກກະຊວງການຕ່າງປະເທດ; ການແຂ່ງຂັນກິລາຕີດອກປີກໄກ່ຊິງຂັນຊິງຂັນເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ;ການໄປຢ້ຽມຊົມຫໍພິພິດ ຕະພັນ-ອານຸສອນສະຖານຂອງບັນດາອະດີດການນຳ ແລະ ກິດຈະກຳອື່ນໆເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງພວກເຮົາໃນຄັ້ງນີ້ ຢ່າງເປັນຂະບວນຟົດຟື້ນແລະມີຄວາມ ໝາຍຄວາມສຳຄັນ ແລະ ດ້ານພິທີການ:ໄດ້ກະກຽມຄວາມພ້ອມຕ່າງໆຢ່າງຮອບດ້ານ ໂດຍສະເພາະແມ່ນ ການກະກຽມຕ້ອນຮັບບັນດາການນຳຂັ້ນສູງ ແລະ ບັນດາສະຫາຍ​ແຂກ​ທີ່​ຖືກ​ເຊີນມາ​ເຂົ້າ​ຮ່ວມກອງປະຊຸມ, ການກະກຽມຈັດສັນສະຖານທີ່ຂອງກອງປະຊຸມ ເພື່ອໃຫ້ແທດເໝາະ, ມີຄວາມສະດວກສະບາຍ ແລະ ສະຫງົບປອດໄພ.

     ເວົ້າລວມແລ້ວ ກະຊວງການຕ່າງປະເທດຂອງພວກເຮົາ ແມ່ນມີຄວາມພ້ອມແລ້ວ ໃນການໄຂກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ຊຶ່ງຈະໄຂຂຶ້ນຢ່າງເປັນທາງການໃນມໍ່ໆນີ້.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485833
ມື້ນີ້132
ມື້ວານ206
ອາທິດນີ້869
ເດືອນນີ້5138