ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 11 ແບບທາງໄກ

 

 

20210908 Mekong-ROK 11th - 2

20210908 Mekong-ROK 11th - 1

20210908 Mekong-ROK 11th - 3

 

ໃນວັນທີ 08 ກັນຍາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 11 ໃນຮູບແບບກອງປະຊຸມທາງໄກ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປ​ຣາກ ໂຊ​ຄົນ (Prak SOKHONN), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ທ່ານ ຈອງ ອຸຍຢອງ (Chung Eui-yong), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫຼີແລະ ມີບັນດາລັດຖະມົນຕີຕ່າງປະເທດ ຈາກປະເທດສະມາຊິກແມ່ນໍ້າຂອງ ຄື: ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ທົບທວນຄືນ ຄວາມຄືບໜ້າໃນການຮ່ວມມື ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ - ສ.ເກົາຫຼີ ໃນໄລຍະ 10 ປີ ຜ່ານມາ, ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານ ພາຍໃຕ້ 3 ເສົາຄໍ້າຂອງການຮ່ວມມື (ປະຊາຊົນ, ຄວາມຈະເລີນຮຸ່ງເຮືອງ ແລະ ສັນຕິພາບ) ແລະ 7 ຂົງເຂດບູລິມະສິດ (ຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວ; ການພັດທະນາຊັບພະຍາກອນມະນຸດ; ກະສິກໍາ ແລະ ພັດທະນາຊົນນະບົດ; ພັດທະນາພື້ນຖານໂຄງລ່າງ; ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ; ສິ່ງແວດລ້ອມ; ແລະ ສິ່ງທ້າທາຍແບບໃໝ່). ກອງປະຊຸມ ຍັງໄດ້ທົບທວນຄືນໝາກຜົນ ຂອງການຈັດຕັ້ງປະຕິບັດບັນດາເນື້ອໃນ ທີ່ໄດ້ຕົກລົງກັນໃນກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫຼີ ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 2 ໃນປີ 2020 ຜ່ານມາ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລື ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ຊຶ່ງບັນດາລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ ແລະ ສ.ເກົາຫຼີໄດ້ໃຫ້ຄວາມສໍາຄັນໃນການຟື້ນຟູສະພາບເສດຖະກິດ-ສັງຄົມ ພາຍຫລັງ​ການແຜ່ລະບາດຂອງ​ພະ​ຍາດໂຄວິດ-19 ໂດຍການສືບຕໍ່ຜັນຂະຫຍາຍແຜນປະຕິບັດງານ ໄລຍະ 5 ປີ ເພື່ອຈັດຕັ້ງປະຕິບັດ ຖະແຫຼງການແມ່ນໍ້າຂອງ-ແມ່ນໍ້າຮານ (2021-2025). ນອກນັ້ນກອງປະຊຸມຍັງໄດ້ປຶກສາຫາລື ເພື່ອກຽມຄວາມພ້ອມ ໃຫ້ແກ່ການຈັດກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ ໃນທ້າຍເດືອນຕຸລາ ທີ່ຈະມາເຖິງນີ້.ພ້ອມນີ້, ບັນດາລັດຖະມົນຕີ ຍັງໄດ້ຮ່ວມກັນສະແດງຄວາມຊົມເຊີຍ ເນື່ອງໃນໂອກາດຄົບຮອບ 10 ປີ ແຫ່ງການຮ່ວມມືແມ່ນໍ້າຂອງ - ສ.ເກົາຫຼີ ແລະ ປີແລກປ່ຽນແມ່ນໍ້າຂອງ - ສ.ເກົາຫຼີ ໃນປີ 2021 ນີ້ (Mekong-ROK Exchange Year).

ໃນໂອກາດດຽວກັນນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ປະກອບຄໍາເຫັນໃນກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສໍາຄັນ ຕໍ່ວິທີທາງໃນການຫຼຸດຜ່ອນຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ເສດຖະກິດໃນພາກພື້ນ ໂດຍສະເໜີໃຫ້ມີການເພີ່ມທະວີການຮ່ວມມື ທາງດ້ານໂລຈິດສະຕິກທີ່ທັນສະໄໝ ເພື່ອສົ່ງເສີມການເຊື່ອມຈອດເສດຖະກິດຂ້າມຊາຍແດນ ແລະ ການເຊື່ອມໂຍງພາກພື້ນແມ່ນໍ້າຂອງ - ສ.ເກົາຫຼີ ເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ລວມໄປເຖິງການໄປມາຫາສູ່ກັນລະຫວ່າງປະຊາຊົນ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຈຸລະວິສາຫະກິດ, ວິຫາສະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດໃນພາກພື້ນ, ສົ່ງເສີມໃຫ້ມີການຮ່ວມມື ໃນຂົງເຂດອຸດສາຫະກໍາດິຈີຕອນ, ເຕັກໂນໂລຊີທີ່ທັນສະໄໝ, ການຄ້າເອເລັກໂຕນິກ (e-commerce) ແລະ ການສຶກສາເອເລັກໂຕນິກ (e-learning). ພ້ອມນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໃນນາມຫົວໜ້າຄະນະຜູ້ແທນລາວໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານສ.ເກົາຫຼີທີ່ໄດ້ໃຫ້ການຊ່ວຍເຫຼືອ ອຸປະກອນການແພດແລະ ວັກແຊັງ ເພື່ອຮັບມື ແລະ ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19ໃຫ້ແກ່ບັນດາປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ ລວມມູນຄ່າ 200 ລ້ານໂດລາສະຫະລັດ ຜ່ານໂຄງການ COVAX ພາຍໃນປີ 2022.

ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 11 ແລະ ປະກາດອະນຸມັດໂຄງການຊ່ວຍເຫລືອ ຈາກກອງທຶນຮ່ວມມືແມ່ນໍ້າຂອງ-ສ.ເກົາຫຼີ ງວດທີ 5, ເພື່ອເປັນຖານໃນການຈັດຕັ້ງຜັນຂະຫຍາຍການຮ່ວມມືແບບຄູ່ຮ່ວມຍຸດທະສາດ ໃຫ້ເກີດປະສິດທິຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນບັນດາປະເທດສະມາຊິກ ໃນຂອບການຮ່ວມມືແມ່ນໍ້າຂອງ - ສ.ເກົາຫຼີ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485836
ມື້ນີ້135
ມື້ວານ206
ອາທິດນີ້872
ເດືອນນີ້5141