ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມເວທີປຶກສາຫາລື ອາຊຽນ-ອົດສະຕຣາລີ ຄັ້ງທີ 29

29thASEANAustralia

 

ທ່ານ ທອງຜ່ານສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ລາວ,​ ໄດ້ນໍາພາຄະນະຜູ້ແທນລາວຂົ້າຮ່ວມເວທີປຶກສາຫາລືອາຊຽນ-ອົດສະຕຣາລີ ຄັ້ງທີ 29, ເຊິ່ງໄດ້ຈັດຂຶ້ນໃນວັນທີ 09-10 ມີນາ 2017, ທີ່ ເນປິດໍ, ມຽນມາ, ພາຍໃຕ້ການເປັນປະທານຮ່ວມຂອງ ມຽນມາ ແລະ ອົດສະຕຣາລີ.

 

ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມື ອາຊຽນ-ອົດສະຕຣາລີ ໃນໄລຍະນຶ່ງປີທີ່ຜ່ານມາ, ກວມເອົາຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດນະທໍາ-ສັງຄົມ ເປັນຕົ້ນແມ່ນການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ການຄຸ້ມຄອງໄພ​​ພິບັດ, ການຄ້າແລະການລົງທຶນ, ການເຊື່ອມຈອດ, ການສຶກສາ, ສາທາລະນະສຸກ, ການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ອື່ນໆ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ຈັດຂຶ້ນທຸກໆສອງປີ, ຄັ້ງທີ 1 ຈັດຂຶ້ນ ໃນວັນທີ 7 ກັນຍາ 2016, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ເຊິ່ງເປັນບາດລ້ຽວອັນສໍາຄັນ ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ອາຊຽນ-ອົດສະຕຣາລີ ໃນຕໍ່ໜ້າ. ນອກນັ້ນ, ກອງປະຊຸມ ກໍໄດ້ປຶກສາຫາລືການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອົດສະຕຣາລີ ທີ່ຈະຈັດຂຶ້ນໃນເດືອນສິງຫາ 2017 ຢູ່ຟີລິບປິນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ, ຊຶ່ງຈະຈັດຂຶ້ນໃນເດືອນມີນາ ປີ 2018 ທີ່ ອົດສະຕຣາລີ. ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485837
ມື້ນີ້136
ມື້ວານ206
ອາທິດນີ້873
ເດືອນນີ້5142