ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຫວນຄືນມູນເຊື້ອວັນກຳມະກອນສາກົນ

 

Sengphet131 Sengphet133

 

ໃນໂອກາດຂໍ່ານັບຮັບຕ້ອນວັນກຳມະກອນສາກົນ ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 131 ປີ ( 1/5/1886-1/5/2017 ), ໃນວັນທີ 10 ພຶດສະພາ 2017, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງວັນກຳມະກອນສາກົນຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາການນຳ, ຄະນະກົມ, ຄະນະພະແນກ, ສະມາຊິກກຳມະບານ ແລະ ພະນັກງານອ້ອມຂ້າງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ໃນໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ, ຜົນງານການເຄື່ອນໄຫວຂອງກະມຳກອນລາວ ໃນພາລະກິດປະຕິວັດປົກປ່ອຍຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນໄລຍະຜ່ານມາ, ຊົນຊັ້ນກຳມະກອນ ໄດ້ຜ່ານຂະບວນວິວັດແຫ່ງການຕໍ່ສູ້ກັບການກົດຂີ່ຂູດຮີດແຮງງານຂອງຊົນຊັ້ນນາຍທຶນ ຢ່າງໜັກໜ່ວງ ໂດຍໄດ້ບັງຄັບໃຫ້ກຳມະກອນເຮັດວຽກມື້ໜຶ່ງເຖິງ 14-15 ຊົ່ວໂມງ ໃນເງື່ອນໄຂການອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ. ຈົນມາຮອດວັນທີ 01 ພຶດສະພາ 1886, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ໄດ້ລຸກຂຶ້ນຕໍ່ສູ້ປະທ້ວງ ເພື່ອທວງໃຫ້ພວກນາຍທຶນ ຫຼຸດຊົ່ວໂມງເຮັດວຽກຂອງກຳມະກອນລົງ ໂດຍບໍ່ໃຫ້ເກີນ 8 ຊົ່ວໂມງຕໍ່ມື້ຄື: 8 ຊົ່ວໂມງ ເຮັດວຽກ, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮຳ່ຮຽນ ແລະ ບັງຄັບໃຫ້ພວກນາຍທຶນຮັບຮອງເອົາສິດທິດັ່ງກ່າວຂອງກຳມະກອນ ຈົນມາເຖິງປະຈຸບັນນີ້.

ທ່ານຮອງລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນຳຕໍ່ບັນດາພະນັກງານ-ລັດຖະກອນອ້ອມຂ້າງກະຊວງການຕ່າງປະເທດ ຈົ່ງເຊີດຊູມູນເຊື້ອອັນດີງາມຂອງວັນທີ 01 ພຶດສະພາ ວັນກຳມະກອນສາກົນ, ເສີມຂະຫຍາຍມູນເຊື້ອອັນຂະຫຍັນໝັ່ນພຽນຂອງຊາວຜູ້ອອກແຮງງານລາວ, ຂອງຊົນຊັ້ນກຳມະກອນລາວ ເຂົ້າໃນໜ້າທີ່ວຽກງານ ແລະ ຄວາມຮັບຜິດຊອບຂອງຕົນເອງໃຫ້ສູງຂຶ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຕົນເອງ ກໍຄືປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລ ຂຶ້ນເປັນກ້າວໆ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485833
ມື້ນີ້132
ມື້ວານ206
ອາທິດນີ້869
ເດືອນນີ້5138