ໃນວັນທີ 22 ພຶດສະພາ 2017, ທີ່ ນະຄອນຫຼວງ ມະນີລາ, ຟີລິບປິນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ພາຍໃຕ້ການເປັນປະທານຂອງຟີລິບປິນ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງນີ້ ໄດ້ປຶກສາຫາລື ກ່ຽວກັບ ຄວາມພະຍາຍາມໃນການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ ຊຶ່ງລວມທັງ ການພົວພັນ ແລະ ຮ່ວມມືກັບພາຍນອກ ແລະ ບົດບາດຄວາມເປັນແກນກາງຂອງອາຊຽນ. ພ້ອມດຽວກັນນີ້, ກອງປະຊຸມ ປຶກສາຫາລື ເພື່ອກະກຽມໃຫ້ແກ່ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 50 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາຄູ່ເຈລະຈາ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ບວກ ສາມ ຄັ້ງທີ 13, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 7, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 24 ແລະ ກິດຈະກໍາສະເຫລີມສະຫລອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ທີ່ຈະຈັດຂຶ້ນໃນເດືອນ ສິງຫາ 2017.
ພາຍຫຼັງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຄັ້ງນີ້, ທ່ານ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະ ກໍສືບຕໍ່ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ບວກ ສາມ, ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງ ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ ໃນວັນທີ 23 ແລະ 24 ພຶດສະພາ 2017 ຕາມລໍາດັບ.