ໃນຕອນເຊົ້າຂອງວັນທີ 30 ມີນາ 2018, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຊັນປຶ້ມໄຫວ້ອາໄລ ຕໍ່ເຫດການໄຟໄໝ້ຮ້ານສັບພະສິນຄ້າ ຢູ່ເມືອງ ກາເມໂຣໂວ, ເຂດ ຊີເບຣີ, ສ. ຣັດເຊຍ ໃນວັນທີ 25 ມີນາ 2018 ທີ່ຜ່ານມາ, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫລວງຫລາຍ. ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ ສະຖານທູດຣັດເຊຍ ທີ່ ນະຄອນຫລວງວຽງຈັນ, ຊຶ່ງເນື້ອໃນມີດັ່ງນີ້:
ພວກຂ້າພະເຈົ້າ ມີຄວາມເສົ້າໂສກເສຍໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວກ່ຽວກັບເຫດການໄຟໄໝ້ຮ້ານສັບພະສິນ ຄ້າ ຢູ່ເມືອງກາເມຣົບ, ເຂດ ຊີເບຣີ, ສະຫະພັນ ຣັດເຊຍ ໃນວັນທີ 25 ມີນາ 2018 ຜ່ານມາ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ ຢ່າງຫລວງຫລາຍ.
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າໂສກເສຍໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງລັດຖະບານ ແລະ ປະຊາຊົນ ຣັດເຊຍ ລວມທັງຍາດຕິພີ່ນ້ອງຂອງຄອບຄົວຜູ້ເສຍຊີວິດ ແລະ ບາດເຈັບ ຈາກເຫດການໄຟໄໝ້ຄັ້ງນີ້.
ຄຳເພົາ ເອີນທະວັນ
ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ