ໃນຕອນເຊົ້າຂອງ ວັນທີ 05 ສິງຫາ 2020, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ເປັນປະທານ (ໃນນາມປະເທດປະສານງານການພົວພັນຮ່ວມມື ອາຊຽນ-ສະຫະລັດ) ກອງປະຊຸມປືກສາຫາລື ອາຊຽນ-ສະຫະລັດ ຄັ້ງທີ 33 ແບບທາງໄກ ກັບ ທ່ານ David Stilwell, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ. ເຂົ້າຮ່ວມ ກອງປະຊຸມ ໃນຄັ້ງນີ້ ຍັງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງຈຳນວນໜຶ່ງ.
ກອງປະຊຸມ ໄດ້ຕີລາຄາສູງຕໍ່ ຜົນການຈັດຕັ້ງປະຕິບັດ ການພົວພັນຮ່ວມມື ອາຊຽນ-ສະຫະລັດ ໃນໄລຍະໜຶ່ງປີຜ່ານມາ ໂດຍສະເພາະ ການຜັນຂະຫຍາຍຜົນ ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 7 ໃນເດືອນ ພະຈິກ 2019 ທີ່ ບາງກອກ ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານ (Plan of Action) ໄລຍະປີ 2016-2020 ເຊິ່ງກວມເອົາ 3 ເສົາຄໍ້າ ການສ້າງປະຊາຄົມອາຊຽນ: ການເມືອງ-ຄວາມໝັັ້ນຄົງ, ເສດຖະກິດ, ແລະ ວັດທະນະທຳສັງຄົມ. ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ແລກປ່ຽນຂໍ້ມູນ - ຂ່າວສານ, ມາດຕະການ ແລະ ບົດຮຽນທີ່ດີໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງການຈະສືບຕໍ່ຮ່ວມມືກັນໃນການຄົ້ນຄ້ວາ ແລະ ພັດທະນາ (R&D) ໃນການຜະຫຼິດ ແລະ ເຂົ້າເຖິງຢາປົວພະຍາດ ກໍ່ຄື ຢາວັກແຊັງປ້ອງກັນພະຍາດໂຄວິດ-19; ສະໜັບສະໜຸນຊ່ວຍເຫຼືອ ກອງທຶນສຸກເສີນອາຊຽນ ຕ້ານພະຍາດໂຄວິດ-19; ຄັງແຮ ສຸກເສີນຢາປົວພະຍາດ ແລະ ອຸປະກອນການແພດອາຊຽນ; ແລະ ການຜັນຂະຫຍາຍ ແຜນຟື້ນຟູ ເສດຖະກິດ ຮອບດ້ານອາຊຽນ ຫຼັງໂຄວິດ-19. ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີ ສືບຕໍ່ ຮ່ວມມືກັນ ໃນບາງຂະແໜງການບູລິມະສິດ: ການພັດທະນາຕົວເມືອງອັດສະລິຍະ, ການຫັນໄປເປັນດິຈິຕອນ, ຄວາມໝັ້ນຄົງໄຊເບີ, ການເຊື່ອມຈອດອາຊຽນ ແລະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ລວມທັງການ ຈະໃຫ້ສຳເລັດການຮ່າງແຜນປະຕິບັດງານ ອາຊຽນ-ອາເມລິກາ ສະບັບໃໝ່ ໄລຍະ 2021-2025 ເພື່ອໃຫ້ກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ-ອາເມລິກາ ຮັບຮອງເອົາໃນເດືອນກັນຍາ 2020 ທີ່ຈະມາເຖິງ.
ກອງປະຊຸມຄັ້ງນີ້ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ບາງບັນຫາເດັ່ນຢູ່ລະດັບພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ການຮ່ວມມືອິນໂດ-ປາຊິຟິກ, ການຮ່ວມມືທາງທະເລ ແລະ ບັນຫາແຫຼມເກົາຫຼີ. ພ້ອມກັນນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ການກະກຽມທັງທາງດ້ານພະລາທິການ ແລະ ເນື້ອໃນ ໃຫ້ແກ່ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະລັດ ແລະ ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ, ຊຶ່ງຈະມີຂຶ້ນໃນກາງ ເດືອນ ກັນຍາ 2020 ແລະ ເດືອນ ພະຈິກ ປີ 2020 ຕາມລຳດັບ.