ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາບທາມຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານເເດນ (ຂັ້ນສູນກາງ)

bounleuaPP2

bounleuappp

      ໃນວັນທີ 25 ພຶດສະພາ 2022 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມເປີດກວ້າງສໍາລັບບັນດາກະຊວງ ແລະ ອົງການຕ່າງໆຂັ້ນສູນກາງເພື່ອທາບທາມຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຈຸດປະສົງຕົ້ນຕໍຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປີດໂອກາດໃຫ້ບັນດາກະຊວງ ແລະ ອົງການຂັ້ນສູນກາງໄດ້ປະກອບຄໍາຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍນີ້ມີຄວາມຄົບຖ້ວນ, ຮັດກຸມ, ຮອບດ້ານ, ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດ, ຊຶ່ງການປຶກສາຫາລືຄັ້ງນີ້ ແມ່ນການດໍາເນີນຂັ້ນຕອນການທາບທາມຄັ້ງທໍາອິດຕໍ່ຮ່າງນິຕິກໍາດັ່ງກ່າວ ແລະ ຈະໄດ້ສືບຕໍ່ນໍາເອົາຮ່າງກົດໝາຍສະບັບນີ້ໄປທາບທາມຄຳເຫັນກັບບັນດາຂະແໜງການທີ່ກ່ຽວຂ້ອງຢູ່ຂັ້ນທ້ອງຖິ່ນ ຕາມຂັ້ນຕອນຂອງການສ້າງຮ່າງກົດໝາຍ ເພື່ອໃຫ້ສຳເລັດພາຍໃນເດືອນມິຖຸນາ 2022 ນີ້. ຫຼັງຈາກນັ້ນ, ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ກໍຈະໄປຄົ້ນຄວ້າ, ປັບປຸງ ແລະ ຮຽບຮຽງຮ່າງກົດໝາຍໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນກວ່າເກົ່າ. ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ມີແຜນຈະນຳສະເໜີເຂົ້າພິຈາລະນາຢູ່ກອງປະຊຸມລັດຖະບານ ປະຈຳເດືອນສິງຫາ 2022 ແລະ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ເພື່ອພິຈາລະນາ ໃນທ້າຍປີ 2022 ນີ້.

 

        

      ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານໜັງສືຜ່ານແດນຂອງ ສປປ ລາວ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີຄວາມຖືກຕ້ອງ, ຊັດເຈນ, ວ່ອງໄວ, ທັນສະໄໝ ແລະ ເປັນລະບົບ ແນໃສ່  ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງລາວ, ອໍານວຍຄວາມສະດວກໃຫ້ພົນລະເມືອງລາວໃນການເດີນທາງເຂົ້າ-ອອກ ສປປ ລາວ, ພັກເຊົາ ຫຼື ອາໄສຢູ່ຕ່າງປະເທດ, ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ສາມາດເຊື່ອມໂຍງກັບສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຊຶ່ງພາຍຫຼັງຮ່າງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເຮັດໃຫ້ການຄຸ້ມຄອງວຽກງານໜັງສືຜ່ານແດນ ຂອງ ສປປ ລາວ ລວມສູນ ແລະ ເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ ແລະ ຈະເປັນບາດກ້າວໜຶ່ງທີ່ສຳຄັນໃນການພັດທະນາລະບົບນິຕິກຳຂອງຂະແໜງການຕ່າງປະເທດ ແນໃສ່ເພີ່ມທະວີການຄຸ້ມຄອງວຽກງານການຕ່າງປະເທດດ້ວຍກົດໝາຍຢ່າງໜັກແໜ້ນເທື່ອລະກ້າວ ພ້ອມທັງການຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງ ພັກ-ລັດ ຕາມມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ການຍົກສູງປະສິດຕິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍ   ກົດໝາຍ, ມະຕິຂອງກອງປະຊຸມອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ກໍຄື ຜົນສຳເລັດ ແລະ ທິດທາງຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ໂດຍສະເພາະການຫັນຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງດ້ວຍກົດໝາຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488419
ມື້ນີ້25
ມື້ວານ191
ອາທິດນີ້781
ເດືອນນີ້1812