ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປິດຊຸດຝຶກອົບຮົມ “ Minute Taking and Report Writing ’’ ໃຫ້ແກ່ ພະນັກງານກະຊວງການຕ່າງປະເທດ ແລະ ບັນດາກະຊວງອ້ອມຂ້າງສູນກາງ

 

27 5 2022 Minute Taking 22

27 5 2022 Minute Taking 83

27 5 2022 Minute Taking 52

 

ໃນຕອນບ່າຍ, ວັນທີ 27 ພຶດສະພາ 2022, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປີດຊຸດຝຶກອົບຮົມ“ Minute Taking and Report Writing ’’ ໃຫ້ແກ່ ພະນັກງານກະຊວງການຕ່າງປະເທດ ແລະ ບັນດາກະຊວງອ້ອມຂ້າງສູນກາງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ Dan  Heldon,  ຮອງຫົວໜ້າສໍານັກງານ, ສະຖານທູດອົດສະຕຣາລີ ປະຈໍາ ສ ປປ ລາວ. ນອກນັ້ນ, ຍັງມີບັນດາຫົວໜ້າກົມ, ຄະນະກົມ, ຄະນະສະຖາບັນ, ຜູ້ຕາງໜ້າຈາກສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ, ຕາງໜ້າຈາກສະຖາບັນລາວ-ອົດສະຕຣາລີ,  ຄະນະຮັບຜິດຊອບຊຸດຝຶກອົບຮົມ, ນັກວິທະຍາກອນ ແລະ ນັກສໍາມະນາກອນຂອງຊຸດຝຶກອົບຮົມ ເຂົ້າຮ່ວມທັງໝົດ ປະມານ 50 ທ່ານ. ຊຸດຝຶກອົບຮົມດັ່ງກ່າວ ແມ່ນໄດ້ດຳເນີນມາແຕ່ວັນທີ 16 ພຶດສະພາ 2022 ເປັນຕົ້ນມາ, ເຊີ່ງມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 25 ທ່ານ, ຍິງ 15 ທ່ານ ທີ່ມາຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງຂະແໜງການຕ່າງໆອ້ອມຂ້າງສູນກາງ. ຈຸດປະສົງ ຂອງຊຸດຝຶກອົບຮົມຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຮູ້, ທັກສະ ແລະ ເຕັກນິກວິທີການບັນທຶກກອງປະຊຸມ ແລະ ການເຮັດ​ບົດ​ລາຍ​ງານກອງປະຊຸມສາກົນ ເປັນພາສາອັງກິດ, ເຊິ່ງ​ເປັນ​ຫົວຂໍ້​ທີ່ສຳ​ຄັນ ແລະ ຈຳເປັນສຳ​ລັບ​ພະນັກງານນັກການທູດໜຸ່ມນ້ອຍ ເພື່ອກໍາໄດ້ຫຼັກການ, ຮູບແບບ ແລະ ໂຄງຮ່າງໃນການຂຽນບົດລາຍງານກອງປະຊຸມສາກົນ ໃຫ້ມີຄວາມກະທັດຫັດ, ເຂົ້າໃຈງ່າຍ ແລະ ມີເນື້ອໃນຄົບຖ້ວນສົມບູນ. ການຈັດຝຶກອົບຮົມນີ້ແມ່ນ 01 ໃນ 06 ແຜນງານໃນການພັດທະນາຊັບພະຍາກອນມະນຸດຂອງກະຊວງການຕ່າງປະເທດ ໂດຍໄດ້ຮັບການຮ່ວມມື ສະໜັບສະໜູນຈາກສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສະຖາບັນລາວ-ອົດສະຕຣາລີ (Laos-Australia Institute) ເພື່ອປະກອບ ສ່ວນໃນການພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ກໍຄືເປັນກິດຈະກຳໃນການສະເຫຼີມ ສະຫຼອງ 70 ປີການພົວພັນການທູດລາວ-ອົດສະຕຣາລີ.

 

 

ໃນພິທີ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ໄດ້ຂື້ນກ່າວສະຫຼຸບລາຍງານຜົນການຝຶກອົບຮົມຕະຫຼອດໄລຍະ 10 ວັນ, ຊຶ່ງໄດ້ຍົກໃຫ້ເຫັນເນື້ອໃນສຳຄັນຂອງການຈັດຊຸດຝຶກອົບຮົມຄັ້ງນີ້ ແມ່ນສົ່ງເສີມການສ້າງຂິດຄວາມສາມາດໃຫ້ແກ່ພະນັກງານໜຸ່ມນ້ອຍຂອງກະຊວງການຕ່າງປະເທດ ກໍຄືພະນັກງານຂອງບັນດາກະຊວງອ້ອມຂ້າງສູນກາງທີ່ເຮັດວຽກໃນຂົງເຂດການພົວພັນຕ່າງປະເທດ, ໂດຍເນັ້ນໃສ່ລົງເລິກວິທີການບັນທຶກ ແລະ ການຂຽນບົດລາຍງານກອງປະຊຸມສາກົນ ແລະ ທັກສະອື່ນໆທີ່ປິ່ນອ້ອມ ທີ່ຕິດພັນການປະຕິບັດວຽກງານຕົວຈິງປະຈຳວັນ ເປັນຕົ້ນ, ການຂຽນບົດຄໍາເຫັນ, ການຂຽນບົດປາໄສໃນກອງປະຊຸມ, ການເປັນປະທານນໍາພາກອງປະຊຸມ, ການສະຫລຸບຫຍໍ້ກອງປະຊຸມ, ການກະກຽມ Talking points, ການຂຽນບົດລາຍງານກອງປະຊຸມສາກົນອື່ນໆໃນຂອບສະຫະປະຊາຊາດ ແລະ ລາຍງານການພົບປະອື່ນໆ.  ນອກຈາກນັ້ນ, ຍັງໄດ້ມີການຝຶກຊ້ອມ ການເຮັດຈໍາລອງຕົວຈິງໃນການສົນທະນາປຶກສາຫາລື ແລະ ການກະກຽມຖະແຫຼງການຕ່າງໆ. ເຊິ່ງບັນດາຫົວຂໍ້ທີ່ກ່າວມານັ້ນ, ແມ່ນໄດ້ຮັບການຖ່າຍທອດບົດຮຽນ ແລະ ປະສົບການຕົວຈິງຈາກບັນດາທ່ານທູດອາວຸໂສ, ຄະນະກົມພາຍໃນກະຊວງການຕ່າງປະເທດ, ຊຶ່ງລ້ວນແລ້ວແຕ່ເປັນຜູ້ທີ່ມີປະສົບການໃນການເຄື່ອນໄຫວວຽກງານການທູດ ແລະ ບົດຮຽນຕົວຈິງມາແລ້ວຫຼາຍສິບປີ. ນອກຈາກນັ້ນ, ໃນໜຶ່ງອາທິດເບື້ອງຕົ້ນ ຜ່ານມາຜູ້ເຂົ້າຮ່ວມຍັງໄດ້ຮໍ່າຮຽນພາກທິດສະດີ, ທັກສະ, ເທັກນິກ ແລະ  ຫຼັກການທີ່ຖືກຕ້ອງ ຈາກຄູອາຈານຂອງວິທະຍາໄລວຽງຈັນ (Vientiane College).

 

ໃນພິທີອັນມີຄວາມໝາຍນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານພິທີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງຊຸດຝຶກອົບຮົມ ພ້ອມທັງໄດ້ໃຫ້ທິດຊີ້ນໍາທີ່ມີຄວາມໝາຍສຳຄັນ ແລະ ເນື້ອໃນເລິກເຊິ່ງ ໂດຍທ່ານໄດ້ກ່າວວ່າ ການບັນທຶກ ແລະ ການຂຽນບົດລາຍງານ ລວມທັງການກະກຽມເອກະສານຕ່າງໆໃນການເຂົ້າຮ່ວມກອງປະຊຸມສາກົນ ເປັນວຽກທີ່ສໍາຄັນຢ່າງຍິ່ງ ແລະ ຕັດສິນຕໍ່ຜົນສຳເລັດ ຂອງການປະຕິບັດໜ້າທີ່ວຽກງານຂອງທຸກຂະແໜງການ ໂດຍສະເພາະແມ່ນຂະແໜງການຕ່າງປະເທດ. ຖ້າມີການກະກຽມເອກະສານດີ, ຮອບດ້ານ ແລະ ເຂົ້າໃຈເຖິງວິທີການຂັ້ນຕອນ ກໍຈະໃຫ້ການປະຕິບັດວຽກງານໄດ້ຮັບປະສິດທິພາບ, ປະສິດທິຜົນສູງ. ກົງກັນຂ້າມ ຖ້າກໍາບໍ່ໄດ້ເນື້ອໃນ ແລະ ບໍ່ເຂົ້າໃຈວິທີການ ແມ່ນຈະເຮັດໃຫ້ການເຄື່ອນໄຫວວຽກງານບໍ່ມີປະສິດທິພາບ ແລະ ປະສິດທິຜົນສູງ. ສະນັ້ນ, ການຈັດຊຸດຝຶກອົບຮົມນີ້ ຈຶ່ງມີຄວາມສໍາຄັນທີ່ສຸດ ທັງນີ້ກໍເພື່ອຍົກສູງຄວາມຮູ້-ຄວາມສາມາດ ແລະ ຄວາມເຂົ້າໃຈທີ່ເປັນເອກະພາບຕໍ່ເນື້ອໃນ, ຮູບແບບຂອງເອກະສານແຕ່ລະປະເພດ ເພື່ອນໍາໃຊ້ໃນວຽກງານຕົວຈິງໃຫ້ມີຄຸນນະພາບສູງຍິ່ງໆຂື້ນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488442
ມື້ນີ້48
ມື້ວານ191
ອາທິດນີ້804
ເດືອນນີ້1835