ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຫົວໜ້າກົມຮ່ວມມືລະຫວ່າງປະເທດ, ກະຊວງການຕ່າງປະເທດໄທ.

 

2022 8 23 TICA 1

2022 8 23 TICA 4

 

ໃນຕອນບ່າຍຂອງວັນທີ 23 ສິງຫາ 2022, ທີ່ ກະຊວງການຕ່າງປະເທດ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ນາງ ອຸຣິຣັດ ຈະເລີນໂຕ, ຫົວໜ້າກົມຮ່ວມມືລະຫວ່າງປະເທດ (TICA), ກະຊວງການຕ່າງປະເທດໄທ ເນື່ອງໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມການຮ່ວມມືທາງດ້ານວິຊາການລາວ-ໄທ ຄັ້ງທີ 24 ທີ່ ແຂວງຫຼວງພະບາງ.

         

ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ນາງ ອຸຣິຣັດ ຈະເລີນໂຕ ທີ່ໄດ້ເອົາໃຈໃສ່ໃນການຊຸກຍູ້ການຮ່ວມມືທາງດ້ານວິຊາການ ນັບຕັ້ງແຕ່ຖືກແຕ່ງຕັ້ງເປັນອະທິບໍດີກົມຮ່ວມມືລະຫວ່າງປະເທດ ໃນປີ 2021 ເປັນຕົ້ນມາ, ຈົນສາມາດປະຕິບັດບັນດາໂຄງການຮ່ວມມືຕ່າງໆ ໄດ້ສໍາເລັດຫຼາຍໂຄງການ, ພ້ອມທັງຕີລາຄາສູງຕໍ່ສາຍການພົວພັນຮ່ວມມື, ມູນເຊື້ອຄວາມສາມັກຄີຮັກແພງ ລະຫວ່າງ ປະຊາຊົນ ສອງປະເທດ ຖານປະເທດເພື່ອນບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ, ເຊິ່ງປະຊາຊົນຂອງ 2 ຊາດ ມີການພົວພັນ, ໄປມາຫາສູ່ ແລະ ຄ້າຂາຍນໍາກັນເປັນປົກກະຕິ ເຮັດໃຫ້ການພົວພັນຮ່ວມມືໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ. ພ້ອມດຽວກັນນັ້ນ, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານຣາຊະອານາຈັກໄທ ເເລະ ກົມຮ່ວມມືລະຫວ່າງປະເທດ (TICA), ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວຕະຫຼອດມາ ໂດຍສະເພາະນັບຕັ້ງແຕ່ການສ້າງກົນໄກການຮ່ວມມືທາງດ້ານວິຊາການ ປີ 1992 ເປັນຕົ້ນມາ ເປັນຕົ້ນເເມ່ນດ້ານການສຶກສາ, ການພັດທະນາຊັບພະຍາກອນ, ສາທາລະນະສຸກ ແລະ ກະສິກໍາ. ມາຮອດປະຈຸບັນ ໄດ້ຂະຫຍາຍອອກກວມເອົາ 7 ຂົງເຂດເເລ້ວ. ພ້ອມທັງໄດ້ອວຍພອນໃຫ້ທ່ານ ນາງ ອຸຣິຣັດ ຈະເລີນໂຕ ພ້ອມດ້ວຍຄະນະ ທີ່ເດີນທາງມາຮ່ວມກອງປະຊຸມການຮ່ວມມືວິຊາການລາວ-ໄທ ຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ, ເພີ່ມພູມຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລາວ-ໄທ ຈົ່ງແຕກດອກອອກຜົນຕະຫຼອດໄປ.

       

ໃນໂອກາດດຽວກັນນີ້, ທ່ານ ນາງ ອຸຣິຣັດ ຈະເລີນໂຕ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີ, ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະພະຍາຍາມທັງທາງດ້ານເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489251
ມື້ນີ້94
ມື້ວານ231
ອາທິດນີ້450
ເດືອນນີ້2644