ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ

 

2022 8 24 Malaysia 5

2022 8 24 Malaysia 4

 

ຕອນ​ບ່າຍ​ຂອງວັນ​ທີ 24 ສິງຫາ 2022 ທີ່​ ກະຊວງການຕ່າງປະເທດ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ ຂອງ​ທ່ານ ໂມດ ໄອນີ ບິນ ອາຕັນ, (Mr. Mohd Aini Bin Atan), ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ​ແຫ່ງ ປະເທດມາເລເຊຍ ປະ​ຈຳ ສ​ປ​ປ ລາວ ໃນ​ໂອ​ກາດ​ທີ່​ສຳ​ເລັດການປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ສ​ປ​ປ ລາວ ເປັນ​ເວ​ລາ 5 ປີ ກວ່າ (ເດືອນ​ເມສາ 2017-ເດືອນ​ສິງຫາ 2022).

 

ໃນ​ໂອ​ກາດ​ດັ່ງ​ກ່າວ​, ທ່ານ​ຮອ​ງ​ລັດຖະມົນຕີກະຊວງການຕ່າງປະເທດ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຂອງ​ ທ່ານ ໂມດ ໄອນີ ບິນ ອາຕັນ, ຊຶ່ງ​ຕະຫຼອດ​ໄລ​ຍະ 5 ປີ ຜ່ານມາ ທ່ານ​ທູດ ໄດ້​ເຄື່ອນ​ໄຫວ​ຢ່າງ​ຫ້າວ​ຫັນ ໃນ​ການ​ສະ​ໜັບ​ສະ​ໜູນ ແລະ ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ໃຫ້​ແກ່​ການ​ເສີມ​ຂະ​ຫ​ຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ສ​ປ​ປ ລາວ ແລະ ມາເລເຊຍ. ພ້ອມດຽວກັນນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຜ່ານທ່ານທູດ ໄປຍັງລັດຖະບານ ແລະ ປະຊາຊົນມາເລເຊຍ ທີ່ໄດ້ປະກອບສ່ວນໃນການປ້ອງກັນ ແລະ ຄວບຄຸມກໍຄືປະກອບສ່ວນໃນການຟື້ນຟູເສດຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໄດ້​ຊຸກ​ຍູ້​ໃຫ້​ມີ​ແລກ​ປ່ຽນ​ການ​ຢ້ຽມ​ຢາມ​ຂອງ​ບັນ​ດາ​ການ​ນຳ​ຂັ້ນ​ສູງຫຼາຍ​ຄະ​ນະ ລວມເຖິງການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການຄ້າ ແລະ ການລົງທຶນ, ການພັດທະນາຊັບພະຍາ ກອນມະນຸດ, ກະສິກໍາ, ພະລັງງານ, ວັດ​ທະ​ນະ​ທຳ, ການສະໜັບໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ໄດ້ສະໜັບສະໜູນ ສປປ ລາວ ເຂົ້າເປັນສະມາຊິກສະພາເສດຖະກິດ-ສັງຄົມຂອງອົງການສະຫະປະຊາຊາດ ສົກປີ 2023-2025 ແລະ ການຮ່ວມມືອື່ນໆ ເຊິ່ງ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນເຂົ້າ​ໃນ​ການ​ຊຸກ​ຍູ້​ ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ ສ​ປ​ປ ລາວ. ພ້ອມ​​ນັ້ນ​, ໄດ້​ອວຍ​ພອນ​ໃຫ້​ແກ່​ທ່ານ​ທູດ ຈົ່ງ​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມ​ສະ​ຫວັດ​ດີ​ພາບ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ໃໝ່​ທີ່​ທ່ານ​ທູດ ຈະ​ໄດ້​ຮັບ​ຜິດ​ຊອບ​ໃນ​ອະ​ນາ​ຄົດ​ອັນ​ໃກ້​ນີ້.

 

ທ່ານ​ ໂມດ ໄອນີ ບິນ ອາຕັນ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ລັດ​ຖະ​ບານລາວ ໂດຍ​ສະ​ເພາະ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ໄດ້​ເອົາ​ໃຈ​ໃສ່ ແລະ ໃຫ້​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດຂອງຕົນ ຕະຫຼອດ​ໄລ​ຍະ​ເວ​ລາ 5 ປີ ກວ່າຜ່ານມາ ແລະ ຫວັງ​ວ່າ ລັດ​ຖະ​ບານລາວ ຈະ​ສືບ​ຕໍ່​ໃຫ້​ການ​ຮ່ວມ​ມື​ຕໍ່​ຜູ້​ທີ່​ຈະ​ມາ​ຮັບ​ໜ້າ​ທີ່​ຕໍ່​ໄປ ເພື່ອ​ພ້ອມ​ກັນ​ສືບ​ຕໍ່​ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ສອງ​ປະ​ເທດ​ທີ່​ມີ​ມາ​ແລ້ວນັ້ນ ໃຫ້​ສືບ​ຕໍ່​ຂະ​ຫ​ຍາຍ​ຕ​ົວ​ຍິ່ງໆ​ຂຶ້ນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489282
ມື້ນີ້125
ມື້ວານ231
ອາທິດນີ້481
ເດືອນນີ້2675