ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳກະຊວງການຕ່າງປະເທດ ອວຍພອນວັນຊາດ ແລະ ວັນການທູດ ແຫ່ງ ສສ ຫວຽດນາມ ຄົບຮອບ 77 ປີ

 

HS Phoxay 1

HS Phoxay 2

HS Phoxay 3

HS Phoxay 4

        ໃນວັນທີ 1 ກັນຍາ 2022, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ (02/09/1945-02/09/2022)  ແລະ ວັນການທູດຫວຽດນາມ ຄົບຮອບ 77 ປີ (28/8/1945-28/8/2022).

         

         ໃນໂອກາດນີ້, ສະຫາຍ ໂພໄຊ ໄຂຄຳພິທູນ, ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນຳ ແລະ ບັນດາ ພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ອວຍພອນແດ່ ສະຫາຍ ເອກອັກຄະລັດຖະທູດ, ພ້ອມດ້ວຍພະນັກງານສະຖານທູດທຸກສະຫາຍ ແລະ ຜ່ານສະຫາຍທູດ ໄປຍັງຄະນະພັກ-ຄະນະນໍາ ແລະ ບັນດາອ້າຍນ້ອງພະນັກງານກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ຈົ່ງມີສຸກຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃໝ່ໃນໜ້າທີ່ອັນມີກຽດຂອງຕົນ, ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ປະຊາຊົນ ຫວຽດນາມ ອ້າຍນ້ອງຍາດມາໄດ້ ພາຍໃຕ້ການນໍາພາອັນປີຊາສາມາດ, ສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ໃນພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ກໍ່ຄືພາລະກິດ ປ່ຽນແປງໃໝ່ ແຫ່ງ ການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃນປະຈຸບັນ, ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໄສ ຂອງພັກກອມມູນິດຫວຽດນາມ ກໍ່ຄືລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງທົ່ວປະເທດ ທີ່ໄດ້ຮ່ວມແຮງຮ່ວມໃຈກັນສ້າງສາພັດທະນາປະເທດຊາດ ຈະສາມາດຈັດຕັ້ງປະຕິບັດສໍາເລັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຄອມມູນິດຫວຽດນາມ.

 

         ພ້ອມດຽວກັນນັ້ນ, ສະຫາຍ ຮອງລັດຖະມົນຕີ, ໂພໄຊ ໄຂຄຳພິທູນ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການຮ່ວມມື ແລະ ການປະກອບສ່ວນຂອງ ສະຖານທູດ ໃນການປະສານງານ ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆທີ່ຜ່ານມາ ອັນເຮັດໃຫ້ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ມີີໝາກຜົນເປັນກ້າວໆມາ ແລະ ຫວັງຢ່າງຍິ່ງວ່າ ສະຖານທູດ ກໍ່ຄື ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ຈະສືບຕໍ່ປະກອບສ່ວນຊຸກຍູ້ ແລະ ຈັດຕັ້ງຜັນຂະຫຍາຍໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ກໍ່ຄື ຄົບຮອບ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ແລະ ຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

 

        ອວຍພອນໃຫ້ ສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະ ລະຫວ່າງ ສະຖານທູດຫວຽດນາມ ປະຈໍາລາວ ກັບ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈົ່ງສືບຕໍ່ໄດ້ຮັບຜົນສຳເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ ໃນຊຸມປີ ຕໍ່ໆໄປ.

 

        ໃນໂອກາດດຽວກັນນີ້, ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄໍາອວຍພອນອັນປະເສີດຈາກ ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ແລະ ຄະນະຈາກກະຊວງການຕ່າງປະເທດລາວ ທີ່ມາອວຍພອນໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຖານທູດ ກໍ່ຄື ກະຊວງການຕ່າງປະເທດຫວຽດນາມ ຈະສືບຕໍ່ຮັກສາມູນເຊື້ອການພົວພັນອັນສະໜິດແໜ້ນ ກັບກະຊວງການຕ່າງປະເທດລາວ ເພື່ອຮ່ວມກັນ ຈັດຕັ້ງຜັນຂະຫຍາຍ ບັນດາວຽກງານທີ່ຂັ້ນເທິງໄດ້ຕົກລົງຮ່ວມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.

---------------------------------------------------------------

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489077
ມື້ນີ້151
ມື້ວານ203
ອາທິດນີ້276
ເດືອນນີ້2470