ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປາຖະກະຖາ ໃນຫົວຂໍ້໊: “Russia-ASEAN: Regional Security Through Multilateral Cooperation ຫຼື ຣັດເຊຍ-ອາຊຽນ: ຄວາມໝັ້ນຄົງຢູ່ໃນພາກພື້ນ ຜ່ານຄວາມຮ່ວມມືຫຼາຍຝ່າຍ”

 

2022 9 15 Russia Ifa 2

2022 9 15 Russia Ifa 4

2022 9 15 Russia Ifa 3

2022 9 15 Russia Ifa 1

 

ໃນຕອນເຊົ້າ ຂອງວັນທີ 15 ກັນຍາ 2022, ທີ່ ສະຖາບັນການຕ່າງປະເທດ ໄດ້ຈັດການປາຖະກະຖາ ໃນຫົວຂໍ້: Russia-ASEAN: Regional Security Through Multilateral Cooperation ຫຼື ຣັດເຊຍ-ອາຊຽນ: ຄວາມໝັ້ນຄົງຢູ່ໃນພາກພື້ນ ຜ່ານຄວາມຮ່ວມມືຫຼາຍຝ່າຍ”, ໂດຍໄດ້ຮັບກຽດເປັນວິທະຍາກອນ ຂອງ ທ່ານທູດ Yuri Andreyvich Raikov, ອະດີດເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ. ໃຫ້ກຽດເປັນປະທານເປີດພິທີປາຖະກະຖາ ໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ. ເຂົ້າຮ່ວມຮັບຟັງການປາຖະກະຖາໃນຄັ້ງນີ້ ມີບັນດາພະນັກງານພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງອ້ອມຂ້າງສູນກາງ ແລະ ມະຫາວິທະຍາ ໄລແຫ່ງຊາດລາວ ຫຼາຍກວ່າ 110 ທ່ານ.

 

ຈຸດປະສົງ ການຈັດປາຖະກະຖາຄັ້ງນີ້ແມ່ນ ເພື່ອ 1) ເປັນການເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະ ຫວ່າງ ສປປລາວ ແລະ ສະຫະພັນ ຣັດເຊຍ ຄົບຮອບ 62 ປີ (07 ຕຸລາ 1960- 07 ຕຸລາ 2022); 2) ເປັນການຫວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະ 62 ປີຜ່ານມາ ແລະ ທິດທາງເພີ່ມທະວີຄວາມຮ່ວມມືໃນຕໍ່ໜ້າ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ; 3) ແລກປ່ຽນທັດສະນະ ກ່ຽວກັບ ສະພາບການເຄັ່ງຮ້ອນຢູ່ພາກພື້ນ ແລະ ສາກົນ 4) ໃຫ້ພະນັກງານການທູດ ຂອງກະຊວງການຕ່າງປະເທດ ແລະ ກະຊວງອ້ອມຂ້າງສູນກາງ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ການສະພາບການສາກົນ.  

 

ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ,​ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງການພົວພັນການທູດ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ຣັດເຊຍ ຕະຫຼອດໄລຍະ 62 ປີ, ອັນມີຄວາມໝາຍ, ມີຄວາມສໍາຄັນ ແລະ ມີຜົນສໍາເລັດອັນຍິ່ງໃຫຍ່ຈົບງາມຫຼາຍຢ່າງ, ເຊິ່ງມັນໄດ້ສະແດງເຖິງ ການພົວພັນຮ່ວມມືທີ່ດີຮ່ວມກັນຂອງສອງຝ່າຍ ລາວ-ຣັດເຊຍ ຕະຫຼອດມາ ແລະ ຈະສືບຕໍ່ພັດທະນາຂຶ້ນເລື້ອຍໆ. ເຖິງວ່າ, ໃນສະພາບການຂອງໂລກ ທີ່ມີການຜັນແປໄປຢ່າງໄວວາ,  ແຕ່ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ຂອງສອງຊາດ ລາວ-ຣັດເຊຍ ຍັງຄົງແໜ້ນແຟ້ນ ແລະ ເຕັມໄປດ້ວຍຄວາມສາມັກຄີ ໄມຕີຈິດ-ມິດຕະພາບອັນດີງາມ ຮ່ວມກັນ ແລະ ສະເໝີຕົ້ນສະເໝີປາຍ ຢູ່ໃນເວທີພາກພື້ນ ແລະ ສາກົນ.

 

ຄຽງຄູ່ກັນນີ້, ທ່ານທູດ Yuri Andreyvich Raikov ກໍໄດ້ຕີລາຄາການພົວພັນສາກົນໃນຍຸກປັດຈຸບັນໂດຍສະເພາະແມ່ນການພົວພັນຂອງບັນດາປະເທດມະຫາອໍານາດ ເປັນຕົ້ນ: ສ. ອາເມຣິກາ, ສປ ຈີນ, ອີຢູ ແລະ ຣັດເຊຍ ເຊິ່ງກໍາລັງມີບົດບາດສໍາຄັນ ໃນເວທີຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນພາກພື້ນ ອາຊີ-ປາຊີຟິກ, ຕາເວັນອອກກາງ, ອາຟຣິກາ ແລະ ອື່ນໆ . ພິເສດ ທ່ານ ຍັງໄດ້ເນັ້ນຄືນເຖິງສາຍພົວພັນ ແລະ ມິດຕະພາບອັນດີງາມ ທີ່ສອງປະເທດ ລາວ-ຣັດເຊຍ ໄດ້ມີຮ່ວມກັນ ແລະ ຈະສືບຕໍ່ຮັກສາໄວ້ ໃຫ້ໝັ້ນຄົງທະນົງແກ່ນຕໍ່ໄປ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489285
ມື້ນີ້128
ມື້ວານ231
ອາທິດນີ້484
ເດືອນນີ້2678