ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 15

  

  

20230316 Laos Aust 1

20230316 Laos Aust 2

  

  

ກອງປະຊຸມປຶກສາຫາລື ເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 15 ໄດ້ຖືກຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ມີນາ 2023, ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ Michelle CHAN, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ, ພ້ອມນີ້ກໍມີບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

  

ໃນກອງປະຊຸມ, ສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ, ໂດຍສະເພາະໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະ 70 ປີ ຜ່ານມາ ນັ້ບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952, ໄດ້ຊົມເຊີຍຜົນສຳເລັດຮ່ວມກັນ ໃນປິ 2022 ຜ່ານມາ ໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ເພື່ອສະເຫລີມສະຫລອງ ສາຍພົວພັນການທູດ ລາວ-ອົດສະຕາລີ ຄົບຮອບ 70 ປີ, ເຫັນໄດ້ວ່າ ການພົວພັນຮ່ວມມືສອງປະເທດ ແມ່ນໄດ້ກວມເອົາໃນຫຼາຍດ້ານ ແລະ ໄດ້ຮັບການພັດທະນາເປັນກ້າວໆ ເປັນຕົ້ນແມ່ນ: ການແລກປ່ຽນ ການຢ້ຽມຢາມ ລະຫວ່າງ ຄະນະຜູ້ແທນຂັ້ນສູງລະດັບຕ່າງໆເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ. ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງ ແລະ ແຜນການຮ່ວມມື ຂອງສອງປະເທດໃນອະນາຄົດ, ໂດຍສະເພາະ ໃນຂົງເຂດການພັດທະນາຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ, ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການຊ່ວຍເຫລືອໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ໂດຍຜ່ານກອບການຮ່ວມມື ທັງສອງຝ່າຍ ແລະ ຫຼາຍຝ່າຍ. ພ້ອມນີ້, ສອງຝ່າຍໄດ້ສືບຕໍ່ປຶກສາຫາລື ແລະ ຢືນຢັນຄືນເຈດຈໍານົງໃນການຍົກລະດັບການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ເປັນ “ຄູ່ຮ່ວມມືຮອບດ້ານ” (Comprehensive Partnership). ນອກນັ້ນ, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈ, ລວມທັງການຮັດແໜ້ນການພົວພັນຮ່ວມມື ໃນຂອບການຮ່ວມມື ອານຸພາກພື້ນແມ່ນນໍ້າຂອງ, ອົງການສະຫະປະຊາຊາດ ແລະ ອາຊຽນ, ໂດຍສະເພາະ ສປປ ລາວ ໃນນາມເປັນປະເທດຜູ້ປະສານງານອາຊຽນ-ອົດສະຕຣາລີ ໄລຍະສົກປີ 2021-2024 ແລະ ກໍາລັງກະກຽມຄວາມພ້ອມໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ລວມເຖິງການກະກຽມສະເຫຼີມສະຫຼອງ ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ໃນປີ 2024.

    

  

 

20230316 Laos Aust 420230316 Laos Aust 5

20230316 Laos Aust 3

    

    

ໃນໂອກາດດຽວກັນນີ້, ທ່ານ ນາງ Michelle CHAN ໄດ້ສະແດງຄວາມຂອບໃຈ ມາຍັງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງຕັ້ງໜ້າ ແລະ ຫ້າວຫັນໃນຖານະເປັນປະເທດຜູ້ປະສານງານ ອາຊຽນ-ອົດສະຕຣາລີ, ພ້ອມທັງໄດ້ຢັ້ງຢັນຄືນ ຈຸດຢືນຂອງ ອົດສະຕຣາລີ ຈະໃຫ້ການສະໜັບສະໜູນ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ໃນປີ 2024, ລວມທັງການສະໜອງ ທຶນຝຶກອົບຮົມໃຫ້ແກ່ ພະນັກງານລາວ ໃນການຝຶກການເປັນນາຍແປພາສາ ແລະ ອື່ນໆ. ທ່ານ ນາງ Michelle CHAN ຍັງສະແດງຄວາມກຽມພ້ອມໃນການສະເຫຼີມສະຫຼອງ ຄົບຮອບ 50 ປີ ຂອງການເປັນປະເທດ ຄູ່ເຈລະຈາ ອາຊຽນ ຂອງອົດສະຕຣາລີ ໃນປີທີ່ ສປປ ລາວ ຈະເປັນປະທານຈັດກອງປະຊຸມສຸດຍອດອາຊຽນ.

  

ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນການຊ່ວຍເຫຼືອ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ຜ່ານການຊ່ວຍເຫລືອເພື່ອການພັດທະນາ (ODA) ເຊິ່ງໄດ້ກວມເອົາຂະແໜງການຕ່າງໆເຊັ່ນ: ການພັດທະນາຊັບພະຍາກອນມະນຸດ, ກະສິກໍາ, ການຄ້າ-ການລົງທຶນ ແລະ ອື່ນໆ.

  

  

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485871
ມື້ນີ້2
ມື້ວານ168
ອາທິດນີ້907
ເດືອນນີ້5176