ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ຂອນແກ່ນ ຈັດພິທີສະເຫຼີມສະຫຼອງປີໃຫມ່ລາວ ພ.ສ 2566

 

202342 khonekan 1

202342 khonekan 3

202342 khonekan 4

202342 khonekan 2

ໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2565 ແລະ ຕ້ອນຮັບວັນຂຶ້ນປີໃໝ່ ພ.ສ 2566, ສະຖານກົງສູນໃຫ່ຍ ແຫ່ງ ສປປ ລາວ ປະຈໍາ ຂອນແກ່ນ, ຣາຊະອານາຈັກໄທ ໄດ້ຈັດພິທີສະເຫຼີມສະຫຼອງປີໃໝ່ລາວ​ ໃນວັນທີ 2 ເມສາ 2023,​ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຕີ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຜູ້ວ່າຣາດຊະການຈັງຫວັດຂອນແກ່ນ, ຮອງຜູ້ວ່າຣາດສະການຈັງຫວັດໜອງຄາຍ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງທຸກພາກສ່ວນ, ພາກທຸລະກິດ ແລະ ພີ່ນ້ອງຊາວໄທ ໃຫ້ກຽດເຂົ້າຮ່ວມ.

 

ຈຸດປະສົງຂອງການຈັດງານດັ່ງກ່າວ ກໍ່ເພື່ອ ເປັນການສະເຫຼີມສະຫຼອງບຸນປີໃໝ່ລາວ ຫຼື ບຸນກຸດສົງການ ພສ 2566, ຊຶ່ງເປັນບຸນປະເພນີທີ່ມີຄວາມສໍາຄັນ ແລະ ປະຕິບັດມາແຕ່ບູຮານນະການ. ການຈັດງານຄັ້ງນີ້ ເປັນໂອກາດອັນດີໃຫ້ພີ່ນ້ອງຊາວລາວ ແລະ ໄທ ທີ່ເປັນປະເທດບ້ານໃກ້ເຮືອນຄຽງ, ຜູກພັນທາງດ້ານປະຫວັດສາດອັນຍາວນານ, ຮີດຄອງປະເພນີຄ້າຍຄືກັນ, ເພິ່ງພາອາໄສຊຶ່ງກັນ ແລະ ກັນ. ສະນັ້ນ, ທ່ານຮອງລັດຖະມົນຕີ ຈຶ່ງໄດ້ຢໍ້າຄືນເຖິງສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ໂດຍສະເພາະ ແມ່ນການຍົກລະດັບການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະເທດ ທີ່ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ. ພ້ອມກັນນີ້, ໃນໂອກາດດັ່ງກ່າວ, ທ່ານ ສົມສັກ ວິໄລທອນ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ຂອນແກ່ນ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນການຈັດງານສະເຫຼີມສະຫຼອງບຸນປີໃໝ່ ຄັ້ງນີ້ດໍາເນີນໄປດ້ວຍບັນຍາກາດອັນມ່ວນຊື່ນ ແລະ ປະສົບຜົນສໍາເລັດຢ່າງຈົບງາມ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488447
ມື້ນີ້53
ມື້ວານ191
ອາທິດນີ້809
ເດືອນນີ້1840