ວັນທີ 14 ມິຖຸນາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ພ້ອມດ້ວຍຄະນະ ຊຶ່ງລວມມີຕາງໜ້າຈາກຂະແໜງການກ່ຽວຂ້ອງພາຍໃຕ້ສາມເສົາຄໍ້າປະຊາຄົມປະຊາຄົມອາຊຽນຂອງ ສປປ ລາວ ໄດ້ພົບປະກັບ ທ່ານ R.M. Michael Tene, ຮອງເລຂາທິການໃຫຍ່ອາຊຽນ ຜູ້ຮັບຜິດຊອບວຽກງານເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ພ້ອມດ້ວຍຄະນະ ເພື່ອປຶກສາຫາລືບັນດາໜ້າວຽກທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ໂດຍສະເພາະ ບູລິມະສິດເສົາຄຳ້ການເມືອງ-ຄວາມຫມັ້ນຄົງ ແລະ ເອກະສານທີ່ຈະເປັນຜົນກອງປະຊຸມສຸດຍອດອາຊຽນ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.