ວັນທີ 14 ມິຖຸນາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ ໃນຮູບແບບທາງໄກ ໂດຍການເປັນປະທານຂອງອິນໂດເນເຊຍ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຄັ້ງທີ 30 ທີ່ຈະຈັດຂຶ້ນໃນເດືອນ ກໍລະກົດ 2023.
ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນວຽກຮ່າໂນ້ຍ ກ່ຽວກັບເວທີພາກພື້ນອາຊຽນ ສະບັບ 2 (2020-2025) ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ຂົງເຂດການຮ່ວມມືຂອງເວທີພາກພື້ນອາຊຽນ ເຊັ່ນ: ການບັນເທົາທຸກໄພພິບັດ, ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ, ຄວາມໝັ້ນຄົງທາງທະເລ, ການບໍ່ແຜ່ຜາຍ ແລະ ລືບລ້າງອາວຸດນິວເຄລຍ, ແລະ ຄວາມໝັ້ນຄົງໃນການນໍາໃຊ້ໄອຊີທີ. ກອງປະຊຸມ ໄດ້ຮັບຊາບ ແລະ ປຶກສາຫາລືບັນດາກິດຈະກໍາທີ່ຈະຈັດຕັ້ງປະຕິບັດ ໃນສົກປີ 2023-2024 ລວມທັງ ຖະແຫຼງການ ແລະ ເອກະສານຜົນກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຄັ້ງທີ 30. ນອກນັ້ນ, ຍັງໄດ້ແລກປ່ຽນຄໍາເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.