ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປິດ ຊຸດບຳລຸງພາສາອັງກິດ ຊຸດທີ 45 ສຳລັບ ພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດ ສູນກາງພັກ, ບັນດາກະຊວງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ

  

  

20230616 IFA 45th E 1

20230616 IFA 45th E 2

20230616 IFA 45th E 3

  

  

ໃນວັນທີ 16 ມິຖຸນາ 2023, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປິດຊຸດບຳລຸງພາສາອັງກິດ ຊຸດທີ 45 ສຳລັບ ພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາກະຊວງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ, ເຊິ່ງໄດ້ດໍາເນີນມາເປັນເວລາ 06 ເດືອນ (ເລີ່ມແຕ່ວັນທີ 16 ມັງກອນ - 16 ມິຖຸນາ 2023), ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ເຂົ້າຮ່ວມຈາກບັນດາກົມຕ່າງໆພາຍໃນກະຊວງການຕ່າງປະເທດ, ຄະນະຈັດຕັ້ງສູນກາງພັກ,  ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮັບການບໍາລຸງ ທັງໝົດ 90 ກວ່າທ່ານ.

     

ໃນພິທີດັ່ງກ່າວ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ສະຫຼຸບລາຍງານຜົນສໍາເລັດຂອງຊຸດບໍາລຸງພາສາອັງກິດ ຊຸດທີ 45, ເຊິ່ງຊຸດຮຽນດັ່ງກ່າວ ແມ່ນໄດ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.      ຜູ້ເຂົ້າຮ່ວມສາມາດຍົກລະດັບພາສາອັງກິດ ໄດ້ໃນລະດັບດີຂຶ້ນ ເປັນຕົ້ນການສົນທະນາ, ການນຳສະເໜີບົດ, ການຂີດຂຽນ ແລະ ການຟັງ. ພອ້ມດຽວກັນນັ້ນ, ຜູ້ເຂົ້າຮັບການບໍາລຸງ ຍັງໄດ້ຮຽນຮູ້ ກ່ຽວກັບ ຄວາມຮູ້ພື້ນຖານຂອງວຽກງານອາຊຽນ, ກາລະໂອກາດ ແລະ ສິ່ງທ້າທາຍຂອງ ສປປ ລາວ ໃນການເຂົ້າເປັນສະມາຊິກອາຊຽນ ແລະ ການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ສະພາບການພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານພິທີການທູດ, ມາລະຍາດທາງສັງຄົມ, ພາລະບົດບາດ - ຄວາມສໍາຄັນ ດ້ານວຽກງານພິທີການ ແລະ ການກະກຽມການເປັນເຈົ້າພາບຈັດກອງປະຊຸມສາກົນຕ່າງໆ ເພື່ອນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ຢູ່ກົມກອງຂອງຕົນ. ພ້ອມດຽວກັນນັ້ນ, ກໍ່ໄດ້ມີການມອບໃບຍ້ອງຍໍໃຫ້ຜູ້ເຂົ້າຮ່ວມບຳລຸງທີ່ດີເດັ່ນປະຈໍາຊຸດຮຽນ ຈໍານວນ 8 ທ່ານ (ຍິງ 5 ທ່ານ).

   

ນອກຈາກການຮຽນ - ການສອນ ພາຍໃນຫ້ອງຮຽນແລ້ວ, ຊຸດບໍາລຸງດັ່ງກ່າວ ຍັງໄດ້ສ້າງກິດຈະກໍາເຄື່ອນໄຫວນອກຫຼັກສູດ ເປັນຕົ້ນໄດ້ນໍາພາຜູ້ເຂົ້າຮວ່ມບໍາລຸງພາສາ ໄປທັດສະນະສຶກສາ ທີ່ ບໍລິສັດເບຍລາວຈຳກັດ, ສູນພັດທະ ນາແມ່ຍິງພິການລາວ, ສູນຂໍ້ມູນ - ຂ່າວສານຄົນພິການ (COPE), ເຂື່ອນໄຟຟ້ານໍ້າງື່ມ 1 ແລະ ຈັດການແຂ່ງຂັນກິລາຕ່າງໆ ແລະ ປູກຕົ້ນໄມ້ ເພື່ອຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະນັກງານສະຖາບັນການຕ່າງປະເທດ ແລະ ຜູ້ເຂົ້າຮ່ວມຊຸດບໍາລຸງດັ່ງກ່າວ ທີ່ມາຈາກພາກສ່ວນອື່ນໆ ໃຫ້ມີບັນຍາກາດຟົດຟື້ນ ແລະ ແໜ້ນແຟ້ນກວ່າເກົ່າ. 

           

ພ້ອມດຽວກັນນີ້, ທ່ານ ຕິ່ງ ສຸກສັນ, ປະທານພິທີ ໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ຜູ້ເຂົ້າຮ່ວມຝຶກອົບຮົມດັ່ງກ່າວ. ພ້ອມທັງໄດ້ໂອ້ລົມ ໃຫ້ທິດຊີ້ນໍາ ຕໍ່ພະນັກງານທີ່ສໍາເລັດການບໍາລຸງພາສາອັງກິດ ຄັ້ງນີ້, ໂດຍໄດ້ເນັ້ນເຖິງຄວາມສຳຄັນ ແລະ ຄວາມຈຳເປັນຕໍ່ກັບການຍົກລະດັບພາສາຕ່າງປະເທດ ແລະ ວິຊາສະເພາະ ເພື່ອເປັນເຄື່ອງມືໃນການພົວພັນຮ່ວມມືກັບສາກົນ ໃນໄລຍະໃໝ່, ການຍົກລະດັບພາສາອັງກິດ ຈຶ່ງເປັນວຽກງານໜຶ່ງທີ່ຈໍາເປັນຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ ເພື່ອສ້າງພື້ນຖານຄວາມຮູ້ດ້ານພາສາຕ່າງປະເທດໃຫ້ແກ່ພະນັກງານລັດ ໃຫ້ມີຄວາມຮູ້ - ຄວາມສາມາດສູງຂຶ້ນກວ່າເກົ່າ. ນອກຈາກການນຳໃຊ້ເຂົ້າໃນວຽກງານປະຈໍາວັນແລ້ວ, ຍັງສາມາດນຳໄປໝູນໃຊ້ໃນການເຂົ້າຮ່ວມກອງປະຊຸມສໍາມະນາຕ່າງໆໃນເວທີພາກພື້ນ ແລະ ສາກົນ, ເຂົ້າຮ່ວມພົບປະ ກໍຄືການຕິດຕໍ່ພົວພັນວຽກງານທາງການກັບຕ່າງປະເທດ.

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490725
ມື້ນີ້45
ມື້ວານ233
ອາທິດນີ້250
ເດືອນນີ້4118