ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີຕ່າງປະເທດ ຕ້ອນຮັບ ຮັກສາການຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ຂອງ ສະຫະລັດອາເມລິກາ, ຜູ້ຊີ້ນຳວຽກງານດ້ານມະຫາສະໝຸດ ແລະ ສິ່ງແວດລ້ອມສາກົນ

 

DFMreceivedAm 1

DFMreceivedAm 2

 

ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 20 ມິຖຸນາ 2023 ທີ່ ກະຊວງ​ການ​ຕ່າງປະ​ເທດ,​ ທ່ານ ໂພໄຊ ໄຂຄຳພິທູນ, ​ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມພົບປະ ​ຂອງ​ ທ່ານ ນາງ Jennifer R. Littlejohn), ຮັກສາການຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ຂອງ ສະຫະລັດອາເມລິກາ, ຜູ້ຊີ້ນຳວຽກງານດ້ານມະຫາສະໝຸດ ແລະ ສິ່ງແວດລ້ອມສາກົນ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ສປປ ລາວ.

 

ໃນ​ໂອກາດ​ດັ່ງກ່າວ, ທ່ານ ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ​ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ມາ​ຍັງ​ທ່ານ ນາງ Littlejohn ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ຕໍ່​ການ​ຮ່ວມ​ມື​ທີ່​ດີ ​ແລະ ການ​ຊ່ວຍ​ເຫຼືອ​ຂອງ ​ສະຫະລັດອາເມລິກາ ຕໍ່ ສປປ ລາວ ​ໃນ​ໄລຍະ​ທີ່​ຜ່ານ​ມາ.​ ໃນນັ້ນ, ທ່ານ ​ຮອງລັດຖະມົນຕີ ​ຍັງ​ໄດ້ສະແດງຄວາມເຊື່ອໝັັ້ນວ່າ ພາຍຫລັງການມາຢ້ຽມຢາມໃນຄັ້ງນີ້ ສະຫະລັດອາເມລິກາ ຈະສືບຕໍ່​ຮ່ວມ​ມື ​ແລະ ​ສືບຕໍ່​ໃຫ້ການຊ່ວຍເຫລືອ ສປປ ລາວ ​ໃນ​ການຈັດ​ຕັ້ງ​ປະຕິບັດ​​ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຫລຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະວຽກງານດ້ານສິ່ງແວດລ້ອມເຊັ່ນ: ການຫລຸດຜ່ອນມົນລະພິດທີ່ເກີດຈາກການນຳໃຊ້ປລາສຕິກ, ບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ ເຊິ່ງເປັນໜຶ່ງໃນວຽກບູລິມະສິດ ຂອງ ສປປ ລາວ ກໍຄື ບັນຫາພົ້ນເດັ່ນຂອງສາກົນ ທີ່ ຈະຕ້ອງໄດ້ດຳເນີນການແກ້ໄຂຮ່ວມກັນ ຢ່າງຮີບດ່ວນ. ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ກໍໄດ້ຊົມເຊີຍຕໍ່ການພົວພັນຮ່ວມມືສອງຝ່າຍ ທີ່ມີທວງທ່າຂະຫຍາຍຕົວ ທຽບຈາກການຮ່ວມມືໃນໄລຍະຜ່ານມາ ທີ່ມີພຽງດ້ານວຽກງານການສຳຫລວດ ແລະ ຂຸດຄົ້ນສິ່ງເສດເຫລືອ ຂອງທະຫານອາເມລິກາ ທີ່ ຫາຍສາບສູນໃນປາງສົງຄາມຢູ່ ສປປ ລາວ (Mission in Action - MIA), ແລະ ການຊ່ວຍເຫລືອລັດຖະບານ ສປປ ລາວ ໃນວຽກງານການເກັບກູ້ລະເບີດບໍ່ທັນແຕກທີ່ຍັງຄົງຄ້າງຢູ່ ໃນ ສປປ ລາວ (UXO).

 

ໃນໂອກາດ​ດຽວ​ກັນ​ນີ້,​ ທ່ານ ນາງ Littlejohn ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ອົບ​ອຸ່ນ​ຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ລັດຖະບານ ​ແຫ່ງ ສປປ ລາວ ກໍຄື ບັນດາການນຳຂອງແຕ່ລະກະຊວງທີ່ກ່ຽວຂ້ອງ ທີ່ຕ້ອນຮັບເປັນຢ່າງດີ. ທ່ານ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ ສະຫະລັດອາເມລິກາ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ລັດຖະບານ ສປປ ລາວ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນພັດທະນາຕ່າງໆ ໂດຍສະເພາະ ວຽກງານທາງດ້ານສິ່ງແວດລ້ອມ ທີ່ບູລິມະສິດຂອງສາກົນ ກໍຄື ສປປ ລາວ ​ໃຫ້​ໄດ້​ຮັບ​ໝາກຜົນທີ່​ດີ​ໃນ​ອະນາຄົດ.​

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490724
ມື້ນີ້44
ມື້ວານ233
ອາທິດນີ້249
ເດືອນນີ້4117