ໃນວັນທີ 04 ກັນຍາ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍ ກັບ ທ່ານ ແອນ ມາຣີ ແທຼແວຣຽນ (Anne Marie Travelyan), ຮອງລັດຖະມົນຕີ (ຜູ້ຊີ້ນໍາຂົງເຂດອິນໂດ-ປາຊີຟິກ) ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 2-5 ກັນຍາ 2023.
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ຄະນະຜູ້ແທນສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ທີ່ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອນສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີຊຸກຍູ້ສາຍພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງຂຶ້ນ. ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ຕະຫຼອດໄລຍະຜ່ານມາ, ທີ່ສືບຕໍ່ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ໃຫ້ການສະໜັບສະໜຸນເຊິ່ງກັນ ແລະ ກັນ. ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືທາງດ້ານຕ່າງໆ ເປັນຕົ້ນແມ່ນດ້ານການເມືອງ; ດ້ານການຄ້າ-ການລົງທຶນ; ແລະ ບັນດາໂຄງການຊ່ວຍເຫຼືອຂອງອັງກິດຢູ່ລາວ ເຊັ່ນ: ໂຄງການເກັບກູ້ລະເບີດບໍ່ທັນແຕກ, ໂຄງການຮ່ວມມືພູມສັນຖານຕາມພູມິທັດ (Biodiverse Landscape Fund-BLF), ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ (Lone Buffalo), ໂຄງການຮ່ວມມືຂະແໜງສາທາລະນະສຸກ (Fleming Fund) ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດເຫັນນໍາກັນ ໃນຂອບການຮ່ວມມື ອາຊຽນ-ອັງກິດ, ການເປັນປະທານອາຊຽນຂອງລາວ ໃນປີ 2024 ແລະ ບາງສະພາບການພົ້ນເດັ່ນ ທີ່ສອງຝ່າຍມີຄວາມສົນໃຈ.
ທ່ານ ຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ ສປປ ລາວ, ເຊິ່ງເປັນການຊ່ວຍເຫຼືອ ທີ່ມີປະສິດທິພາບ ແລະ ປະສິດທິຜົນດີ ແລະ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ.
ໃນໂອກາດດຽວກັນ, ທ່ານ ນາງ ແອນ ມາຣີ ແທຼແວຣຽນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສຶບຕໍ່ສົ່ງເສີມການຮ່ວມມືສອງຝ່າຍ ອັງກິດ-ລາວ ໃຫ້ແຕກດອກອອກຜົນໃນຊຸມປີຕໍ່ໜ້າ ກໍ່ຄື ການສະໜັບສະໜຸນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້.