ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການພົບປະ ແລະ ເຮັດວຽກຮ່ວມກັນ ລະຫວ່າງ ສະຫາຍ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ນາງ ເລ ທິ ຖູ່ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແຫ່ງ ສສ. ຫວຽດນາມ

  

  

 20230907 DFM Ting VN 1

   

  

ໃນຕອນເຊົ້າຂອງວັນພະຫັດ, ວັນທີ 07 ກັນຍາ 2023, ​​ທີ່ ກະຊວງ​ການ​ຕ່າງປະ​ເທດ, ສະຫາຍ ຕິ່ງ ສຸກ​ສັນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ພົບ​ປະ ​ແລະ ​ເຮັດ​ວຽກກັບ ສະຫາຍ ນາງ ​ເລ​ ທິ ຖູ່​ ຮັ່ງ, ຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ, ປະທານຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແຫ່ງ ສສ. ຫວຽດນາມ.

  

ການ​ພົບ​ປະ​ຄັ້ງ​ນີ້, ສະຫາຍ ຕິ່ງ​ ສຸກ​ສັນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ​ໄດ້ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ນຳກະຊວງສະ​ແດງ​ຄວາມປິ​ຕິ​ຍິນ​ດີຕ້ອນຮັບ ສະຫາຍ ນາງ ​ເລ​ ທິ ຖູ່ ​ຮັ່ງ, ພ້ອມ​ດ້ວຍຄະນະ​ ຢ່າງ​ອົບ​ອຸ່ນ, ຊຶ່ງ​ສອງ​ຝ່າຍ​ໄດ້ພ້ອມ​ກັນຕີ​ລາຄາ​ສູງ​ຕໍ່ໝາກຜົນ​ຂອງ​ການ​ຮ່ວມ​ມື ລະຫວ່າງ ຄະນະ​ກໍາມະການ​ພົວພັນ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະ​ເທດ ​ແລະ ຄະນະ​ກໍາມະການ​ແຫ່ງ​ລັດ​ເພື່ອ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​​ໃນ​ໄລຍະ​ຜ່ານ​ມາ​ຢ່າງ​ກົງ​ໄປ​ກົງ​ມາ. ​ໃນ​​ໂອກາດ​ນີ້, ສ​ອງຝ່າຍ​ໄດ້ພ້ອມ​ກັນປຶກສາ​ຫາລື ​ແລະ ​ແລກປ່ຽນບົດຮຽນ​ເຊິ່ງກັນ ​ແລະ ​ກັນ ຢ່າງ​ເລິກ​ເຊິ່ງ, ກ່ຽວ​ກັບ​ວຽກ​ງານ​​ພົວພັນ​ຄົນ​ເຊື້ອ​ຊາດ​ລາວ-ຄົນ​ເຊື້ອ​ຊາດ​ຫວຽດນາມຢູ່​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ສະພາບ​ລວມຂອງ​ຄົນ​ເຊື້ອ​ຊາດ​ລາວ-ຄົນ​ເຊື້ອ​ຊາດ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ວຽກ​ງານ​ຂົນຂວາຍ-ຍາດ​ແຍ່ງ, ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ວຽກ​ງານ​ນິຕິ​ກໍາ ​ແລະ ຂໍ້​ສະ​ເໜີ​ຕ່າງໆ ທີ່​ເປັນ​ປະ​ໂຫຍ​ດສໍາຄັນຮ່ວມກັນ​ທັງສອງ​ຝ່າຍ.

  

   

  

20230907 DFM Ting VN 320230907 DFM Ting VN 4

20230907 DFM Ting 2

   

   

​ພ້ອມດຽວ​ກັນນັ້ນ, ທັງ​ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື ​ແລະ ​ແລກປ່ຽນຄວາມ​ຄິດ​ເຫັນຮ່ວມ​ກັນ ກ່ຽວ​ກັບ​ທິດ​ທາງ​​ ແລະ ແຜນການ​ຮ່ວມ​ມື ​ເພື່ອສືບຕໍ່​ຊຸກຍູ້​ສົ່ງ​ເສີມ​ການຈັດ​ຕັ້ງ​ປະຕິບັດ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU) ລະຫວ່າງ ຄະນະ​ກໍາມະການ​ພົວພັນ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະ​ເທດ ​ແລະ ຄະນະ​ກໍາມະການ​ແຫ່ງ​ລັດ​ເພື່ອຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ໃຫ້​ໄດ້​ຮັບ​ໝາກຜົນ​ສູງ​ຂຶ້ນ​ກວ່າ​ເກົ່າ. ນອກຈາກ​ນັ້ນ, ຝ່າຍ ສສ ຫວຽດນາມ ຍັງ​ໄດ້​ແຈ້ງ​ໃຫ້ຝ່າຍ ສປປ ລາວ ​ຊາບ​ວ່າ:  ຈະ​ເຊື້ອ​ເຊີນ​ເອົາ​ພະ​ນັກ​ງານ​ກົມ​ພົວພັນ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ໄປ​ແລກປ່ຽນ​ບົດຮຽນ ກ່ຽວ​ກັບ ວຽກ​ງານ​ດັ່ງກ່າວ​ນີ້​ຢູ່ ສສ ຫວຽດນາມ ​ໃນ​ຕົ້ນ​ປີ 2024 ທີ່​ຈະ​ມາ​ເຖິງ​ນີ້.

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490466
ມື້ນີ້19
ມື້ວານ213
ອາທິດນີ້1665
ເດືອນນີ້3859