ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ IV ຂອງກະຊວງການຕ່າງປະເທດໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

 

Inspectation Depart siminar

 

ໃນຕອນບ່າຍ ວັນທີ 11 ກັນຍາ 2023 ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ IV ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ຕິ່ງ ສຸກສັນ, ຄະນະປະຈໍາພັກ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.

 

Inspectation Depart siminar2

 

ໃນພິທີປິດຊຸດຝຶກອົບຮົມຄັ້ງນີ້, ທ່ານ ນ. ໄກມະນີ ອໍລະບຸນ, ກຳມະການຄະນະພັກກະຊວງ, ຮອງປະທານຄະນະກວດກາພັກ, ຫົວໜ້າກົມກວດກາ ໄດ້ຜ່ານບົດລາຍງານກ່ຽວກັບຜົນການຈັດຝຶກອົບຮົມວຽກງານກວດກາ ໃນຄັ້ງນີ້, ເຊິ່ງໄດ້​ດຳ​ເນີນ​ມາ​ແຕ່​ວັນ​ທີ 28 ສິງ​ຫາ-11 ກັນ​ຍາ 2023 (11 ວັນ) ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ. ຜ່ານ​ການ​ຝຶກ​ອົບ​ຮົມ ເຮັດ​ໃຫ້ນັກສຳມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັັບການ​ເຄື່ອນ​ໄຫວ​ວຽກ​ງານ​ຕິດຕາມ, ກວດກາດີ​ຍິ່ງ​ຂຶ້ນ ​ເຊິ່ງ​ເປັນ​ວຽກ​ທີ່ຕ້ອງ​ໄດ້​ເຮັດ​ເປັນ​ປົກກະຕິ​ ຕໍ່​ເນື່ອ​ງ ແລະ ການ​ກວດກາ​ເປັນເຄື່ອງ​ມື​ສຳຄັນ ​ເພື່ອ​ຊ່ວຍ​ເຕືອນ ​ແລະ ​ແກ້​ໄຂ​ບັນ​ຫາໄດ້​ຢ່າງ​ທັນ​ການ; ນອກນັ້ນ, ຍັງເປັນໂອກາດແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງນຳບັນດາອາຈານ ທີ່ມີປະສົບການ ແລະ ບົດຮຽນ​ຫຼາກຫຼາຍ ເຊິ່ງເປັນຂໍ້ມູນພື້ນຖານອັນສໍາຄັນ ແລະ ຄວາມຮູ້ອັນລໍ້າຄ່າ ​ທີ່ສາມາດນຳໄປຈັດຕັ້ງຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕິດຕາມ, ກວດກາຕົວຈິງ.

 

​ໃນໂອກາດ​ດັ່ງກ່າວນີ້, ທ່ານ ຕິ່ງ ສຸກ​ສັນ, ປະທານກອງປະຊຸມ ໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ນັກສໍາມະນາກອນທີ່​ເຂົ້າ​ຮ່ວມ​ຝຶກ​ອົບ​ຮົມ ທັງ​ໝົດ 32 ທ່ານ, ຍິງ 16 ທ່ານ. ພ້ອມ​ດຽວ​ກັນນັ້ນ, ກໍ່ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​​ມາ​ຍັງ​ຄະນະ​ກວດກາ​ສູນ​ກາງ​ພັກ​, ອົງ​ການກວດ​ສອບ​ແຫ່ງ​ລັດ ແລະ ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ທີ່​ໄດ້​ໃຫ້​ການ​ຮ່ວມ​ມື ແລະ ອຳ​ນວຍ​ຄວາມ​ສະ​ດວກໃນ​ການ​ຕອບ​ສະໜອງນັກ​ວິທະຍາ​ກອນ, ເອກະສານບົດຮຽນ ແລະ ປະກອບສ່ວນ​ບໍາລຸງ-ກໍ່ສ້າງ ສະມາຊິກພັກ-ພະນັກງານ ທີ່ເຮັດວຽກງານກວດກາຂອງບັນດາໜ່ວຍພັກ ທີ່​ຂື້ນກັບ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ ໃຫ້ມີຄວາມເຂັ້ມແຂງ. ພ້ອມ​ນັ້ນ, ທ່ານ​ຍັງ​ໄດ້​ເນັ້ນ​ໃຫ້​ບັນດາ​ນັກ​ສໍາ​ມະ​ນາກ​ອນທຸກ​ທ່ານ​ເອົາ​ໃຈ​ໃສ່​ວຽກ​ງານ​ດັ່ງ​ກ່າວ ແລະ ນໍາ​ເອົາບົດຮຽນ​ທີ່​ສໍາຄັນດັ່ງກ່າວ ໄປໜູນ​ໃຊ້​ເຂົ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່ວຽກ​ງານຂອງ​ຕົນ​ ​ເພື່ອ​ຍົກສູງ​ວຽກ​ງານຕິດ​ຕາມ, ກວດກາ​ ຂອງ​ກະຊວງ​ການ​ຕ່າງປະ​ເທດ ໃຫ້​ມີຄວາມ​ເຂັ້ມ​ແຂງ, ຖືກ​ຕ້ອງ ​ແລ​ະ ມີ​ຜົນ​ສັກ​ສິດ​ຍິ່ງ​ຂຶ້ນ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490452
ມື້ນີ້5
ມື້ວານ213
ອາທິດນີ້1651
ເດືອນນີ້3845