ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ວຽກງານການຕ່າງປະເທດ ໃຫ້ບັນດາແຂວງພາກເໜືອ

   

  

20230912 Senimar on FA at VV 1

20230912 Senimar on FA at VV 2

20230912 Senimar on FA at VV 3

20230912 Senimar on FA at VV 5

  

  

ໃນວັນທີ 12 ກັນຍາ 2023, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການຕ່າງປະເທດ ໃຫ້ພະນັກງານພະແນກການຕ່າງປະເທດ 9 ແຂວງພາກເໜືອ ຈຸດປະສົງ ເພື່ອເພີ່ມຂີດຄວາມສາມາດໃຫ້ພະນັກງານທີ່ຮັບຜິດຊອບວຽກງານພົວພັນຮ່ວມມືກັບຕ່າງປະເທດຢູ່ບັນດາແຂວງ ໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາການພົວພັນຕ່າງປະເທດ ເປັນແຕ່ລະໄລຍະ, ການເຄື່ອນໄຫວວຽກງານການຕ່າງປະເທດໃຫ້ມີຄວາມເປັນເອກະພາບກັນທົ່ວປະເທດ ແລະ ການກະກຽມເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024. ກອງປະຊຸມໄດ້ມີຫົວຂໍ້ສຳຄັນຈຳເປັນຄື:  ການວິເຄາະຕີລາຄາສະພາບການສາກົນທີ່ພົ້ນເດັ່ນ ແລະ ທ່າຂະຫຍາຍໃນຕໍ່ໜ້າ, ວຽກງານອາຊຽນ, ການພົວພັນຮ່ວມມືກັບບັນດາປະເທດທີ່ມີຊາຍແດນຕິດກັບແຂວງພາກເໜືອ, ການຕອບໂຕ້ຂ່າວໂຈມຕີລາວຂອງສື່ອອນລາຍ ທີ່ພົວພັນກັບຕ່າງປະເທດ, ແນວທາງການຕ່າງປະເທດ ແລະ ນະໂຍບາຍເຊື່ອມໂຍງສາກົນ ຂອງພັກ-ລັດ, ວຽກງານພິທີການທູດຮອບດ້ານ, ການຄຸ້ມຄອງພະນັກງານລັດຖະກອນທີ່ໄປເຄື່ອນໄຫວຢູ່ຕ່າງປະເທດ ແລະ ການປັບປຸງຂອດການປະສານງານ ລະຫວ່າງ ກະຊວງການຕ່າງປະເທດກັບທ້ອງຖິ່ນ.

  

ເປັນກຽດເຂົ້າຮ່ວມເປັນປະທານກອງປະຊຸມໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານຫົວໜ້າຫ້ອງການກະຊວງ, ຄະນະກົມ, ວິຊາການຂອງກະຊວງການຕ່າງປະເທດ ທີ່ກ່ຽວຂ້ອງ ຂື້ນສະເໜີບົດທີ່ກ່ຽວຂ້ອງກັບວຽກງານຂອງຕົນໂດຍມີຄະນະຜູ້ແທນຈາກ 9 ແຂວງພາກເໜືອ ປະກອບດ້ວຍ ທ່ານຮອງຫົວໜ້າຫ້ອງວ່າການແຂວງ ຜູ້ຊີ້ນໍາວຽກງານການຕ່າງປະເທດ, ຫົວໜ້າພະແນກການຕ່າງປະເທດແຂວງ ແລະ ວິຊາການພະແນກການຕ່າງປະເທດແຂວງບໍແກ້ວ, ຫຼວງນ້ຳທາ, ຜົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງວຽງຈັນ. ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 43 ທ່ານ. ກອງປະຊຸມຄັ້ງລ້າສຸດຈັດໃນປີ 2016.

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490426
ມື້ນີ້192
ມື້ວານ261
ອາທິດນີ້1625
ເດືອນນີ້3819