ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມ ຢູ່ຕ່າງປະເທດ ຢ້ຽມຢາມ ແລະ ເຮັດວຽກຢູລາວ

fr viet4 fr viet3

 

 

ໃນວັນທີ22 ມີນາ 2016, ທີ່ ກະຊວງການຕ່າງປະເທດ, ໄດ້ຈັດໃຫ້ມີການພົບປະ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ນຳກັນ ລະຫວ່າງ ທ່ານ ນາງ ຄຳເພົາເອີນທະວັນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຕາງໜ້າຄະນະ​ກຳມະການ​ພົວພັນ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະ​ເທດ ແລະ ທ່ານ ຫວໍຮົງນາມ, ລັດຖະມົນຕີຊ່ວຍວ່າການ, ຫົວໜ້າຄະນະກຳ ມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ, ກະຊວງການຕ່າງປະເທດແຫ່ງ ສສ. ຫວຽດນາມ ໂດຍມີບັນດາທ່ານຫົວໜ້າກົມ, ຮອງກົມ ແລະ ຄະນະກຳມະການພົວພັນຄົນ ເຊື້ອຊາດລາວຢູ່ຕ່າງປະເທດຈຳນວນໜຶ່ງ ເຂົ້າຮ່ວມເປັນສັກຂີພີຍານ.

ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນຂອງການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນກັນ ແຕ່ປີ 2011-2015 ແລະ ເຫັນດີໃຫ້ສືບຕໍ່ ຮ່ວມມືກັນຕໍ່ໄປເຊິ່ງສອງຝ່າຍໄດ້ມີການເຊັນບົດບັນທຶກຮ່ວມກັນສະບັບໃໝ່ແຕ່ ປີ 2016-2020. ເນື້ອໃນຕົ້ນຕໍຂອງບົດບັນທຶກດັ່ງກ່າວໄດ້ເນັ້ນເຖິງການປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງເປັນປົກກະຕິນໍາກັນກ່ຽວກັບສະພາບການທີ່ພົ້ນເດັ່ນຂອງໂລກ ເຫດການຕ່າງໆກໍຄືການຕອບສະໜອງຂໍ້ມູນຂ່າວສານໃຫ້ກັນຊາບ ທີ່ພົວພັນເຖິງການພົວພັນຂອງຄົນ ເຊື້ອຊາດຕົນຢູ່ຕ່າງປະເທດ; ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ກັນກ່ຽວກັບການສ້າງແຜນການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນພະນັກງານວິຊາການ, ຝຶກອົບຮົມ, ທັດສະນະສຶກສາ, ແລກປ່ຽນຄະນະຜູ້ແທນ ແລະແລກປ່ຽນບົດຮຽນຕາມແຜນການຮ່ວມມືໃນແຕ່ລະປີ. ທັງນີ້, ກໍເພື່ອແນໃສ່ອໍານວຍຄວາມສະດວກໃຫ້ແກ່ຄົນເຊື້ອຊາດຂອງຕົນທີ່ດຳລົງຊີວິດຢູ່ຕ່າງປະເທດ ໃຫ້ອວ່າຍໜ້າມາຫາປະເທດຊາດນັບມື້ນັບຫຼາຍຂຶ້ນປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດ້ວຍ​ຄວາມ​ສະໝັກ​ໃຈຕາມເຫື່ອແຮງ ແລະ ຄວາມອາດສາມາດ ຕົວຈິງຂອງເຂົາເຈົ້າ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485856
ມື້ນີ້155
ມື້ວານ206
ອາທິດນີ້892
ເດືອນນີ້5161