ໃນຕອນເຊົ້າຂອງວັນທີ 23 ມີນາ 2016, ທ່ານ ແສງເພັດ ຮຸ່ງບຸນຍວງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ເຊັນປື້ມໄຫວ້ອາໄລ ໃນໂອກາດການເຖິງແກ່ມໍລະນະກຳຂອງທ່ານ GuidoWesterwelle, ອະດີດລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັ ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສະຖານທູດ ເຢຍລະມັນ ຢູ່ ນະຄອນຫຼວງວຽງຈັນ.
ເນື້ອໃນຂອງສານໄຫວ້ອາໄລມີດັ່ງນີ້:
ພວກຂ້າພະເຈົ້າ ຮູ້ສຶກມີຄວາມເສົ້າໂສກເປັນຢ່າງຍິ່ງ ທີ່ໄດ້ຮັບຊາບຂ່າວການເຖິງແກ່ມໍລະນະກຳ ຂອງທ່ານ GuidoWesterwelle, ອະດີດລັດຖະມົນຕີຕ່າງປະເທ ດແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ໃນວັນທີ 18 ມີນາ 2016.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ, ພວກຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງມາຍັງລັດຖະບານ ແລະ ປະຊາຊົນເຢຍລະມັນ ກໍ່ຄືຄອບຄົວຂອງທ່ານອະດີດລັດຖະມົນຕີຕ່າງປະເທດ.