ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ພົບປະກັບ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ຜູ້ຮັບຜິດຊອບວຽກງານການເມືອງຂອງ ສ. ເກົາຫຼີ

alk d korea

ໃນ​ວັນ​ທີ 29 ມີນາ 2016, ​ເວລາ 10:00 ​ໂມງ ທີ່ ກະຊວງ​ການ​ຕ່າງປະ​ເທດ, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ທັງ​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ອາວຸ​ໂສ​ອາຊຽນຂອງ ສປປ ລາວ ​ໄດ້ພົບປະກັບ ທ່ານ KimHyoung-zhin, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການຕ່າງປະ​ເທດ, ຜູ້​ຮັບຜິດຊອບ​ວຽກງານ​ການ​ເມືອງ ທັງ​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ອາວຸ​ໂສຂອງ ສ. ​ເກົາຫຼີ ໃນໂອກາດທີ່​ທ່ານ​ເດີນທາງ​ມາ​ຢ້ຽມຢາມ​ ສປປ ລາວ ​​ແຕ່​ວັນ​ທີ 28-30 ມີນາ 2016.

​ໃນ​ການ​ພົບ​ປະຄັ້ງນີ້, ສອງ​ຝ່າຍ​ໄດ້​ປຶກສາ​ຫາລື ​ແລະ ແລກປ່ຽນຄຳ​ຄິດ​ຄຳ​ເຫັນ ກ່ຽວກັບ​ການ​ພົວພັນ ແລະ ຮ່ວມ​ມືລະຫວ່າງ ອາຊຽນ ​ແລະ ສ. ​ເກົາຫຼີ, ​ ເຊິ່ງສອງ​ຝ່າ​ຍ​ຕ່າງ​ກໍ​​ໄດ້ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່ໝາກຜົນ​ຂອງ​ການ​ຮ່ວມ​ມື​ ອາຊຽນ-ສ. ​ເກົາຫຼີ ​ຕະລອດ​ໄລຍະທີ່​​ຜ່ານ​ມາ ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລ​ະ ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​. ທ່ານ KimHyoung-zhin ​ໄດ້​ຢໍ້າຄືນ​ຄວາມໝາຍໝັ້ນຂອງ ສ. ​ເກົາຫຼີ ​ໃນ​ການສືບຕໍ່ໃຫ້ການສະໜັບສະໜູນ​ອາຊຽນໂດຍ​ຜ່ານ​ການສະໜັ​ບສະໜູນການຈັດຕັ້ງປະຕິບັດ​ວິ​ໄສ​ທັດ​ປະຊາ​ຄົມ​ອາຊຽນ 2025​, ການຮັດ​ແຄບ​ຄວາມ​ແຕກ​ໂຕນ​ດ້ານ​ການ​ພັດ ທະນາ ​ແລະ ການ​ເຊື່ອມ​ຈອດ​​ໃນ​ພາກພື້ນ. ​ ​ພ້ອມກັນນັ້ນ, ສ. ເກົາຫຼີ ຍັງໄດ້ໃຫ້ການສະໜັບສະໜູນ ບັນ ດາບູລິມະສິດ ໃນການ​ເປັນ​ປະທານ​ອາຊຽນຂອງ ສປປ ລາວ ​ໃນ​ປີ 2016 ແລະ ເຫັນ​ດີ​ເຮັດ​ວຽກຮ່ວມ​ກັນຢ່າງ​ໃກ້ຊິດ ພາຍ​ໃຕ້​ການ​ເປັນ​ປະທານ​ອາຊຽນ ຂອງ ສປປ ລາວ ​ເພື່ອ​ຈັດຕັ້ງປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂອງ​ຜູ້ນຳ ​ແລະ ກິດຈະກຳ​ຮ່ວມ​ຕ່າງໆ​ໃນ​ແຜນ​ປະຕິ​ບັດ​ງານ ອາຊຽນ-ສ. ​ເກົາຫຼີ 2016-2020 ​ໃຫ້​​ເກີດ​ດອກ​ອອກ​ຜົ​ນຢ່າງ​ເປັນ​ຮູບ​ປະ​ທຳ.

ນອກ​ນັ້ນ, ສ. ​ເກົາຫຼີ ຍັງ​ຈະ​ສືບຕໍ່​ໃຫ້ການສະໜັບສະໜູນການ​ສ້າງ​ຂີດ​ຄວາມ​ສາມາດ​ໃນ​ດ້ານ​ຕ່າງໆ​ໃຫ້​ແກ່​ບັນດາ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ ​ໂດຍ​ຜ່ານ​ຂອບການ​ຮ່ວມ​ມື​ແມ່ຂອງ-ສ. ​ເກົາຫຼີ. ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ ກ່ຽວກັບ​ບັນຫາ​ພາກພື້ນ ​ແລະ ສາກົນ​ຕ່າງໆ​ ລວມທັງ​ບັນຫາ​ແຫຼມ​ເກົາຫຼີ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490535
ມື້ນີ້88
ມື້ວານ213
ອາທິດນີ້60
ເດືອນນີ້3928