ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຫົວໜ້າກົມການຂ່າວ ຕອບສຳພາດສື່ມວນຊົນ ກ່ຽວກັບ ຄວາມກຽມພ້ອມຂອງສູນຂ່າວ ໃນການຮັບໃຊ້ກອງປະຊຸມເອເອັມເອັມ ແລະ ກອງປະຊຸມກ່ຽວຂ້ອງອື່ນໆ

DG PressDept

 

ໃນວັນທີ 22 ກໍລະກົດ 2016, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ທ່ານ ພອນທະວີ ບຸດດາລາ, ຫົວໜ້າສູນຂ່າວຕ່າງປະເທດ, ຫົວໜ້າກົມການຂ່າວ, ໂຄສົກກະຊວງການຕ່າງປະເທດ ໄດ້ຕອບສຳພາດຂ່າວກັບສື່ມວນຊົນຕໍ່ຄວາມກຽມພ້ອມຂອງສູນຂ່າວ ໃນການຮັບໃຊ້ກອງປະຊຸມເອເອັມເອັມ ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ວ່າ:

 

ຍັງອີກສອງມື້ ກໍຈະເຖິງມື້ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 49, ກອງປະຊຸມຄູ່ເຈລະຈາອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ທີ່ ສປປ ລາວ ເປັນເຈົ້າພາບ, ໃນນາມເປັນປະເທດປະທານອາຊຽນ ໃນປີ 2016 ນີ້.

 

ຄືດັ່ງທີ່ທ່ານຮູ້, ກ່ອນກອງປະຊຸມສຳຄັນເຫຼົ່ານີ້ຈະເລີ້ມຂຶ້ນນັ້ນ, ສອງມື້ກ່ອນມານີ້ ກອງປະຊຸມຜູ້ຕາງໜ້າຖາວອນບັນດາປະເທດອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ກໍໄດ້ເລີ້ມຕົ້ນຂຶ້ນແລ້ວ ແລະ ພວມດຳເນີນໄປຢູ່.

 

ໃນນາມຫົວໜ້າສູນຂ່າວຕ່າງປະເທດ, ທີ່ສັງກັດຢູ່ໃນອະນຸກຳມະການ ໂຄສະນາເຜີຍແຜ່ວັດທະນະທຳ ແລະ ຂ່າວສານ, ມື້ນີ້ ຂ້າພະເຈົ້າ ຂໍອະນຸຍາດບັນດາທ່ານ ເພື່ອແຈ້ງຂ່າວ ແລະ ຕອບສຳພາດ ກ່ຽວກັບ ຄວາມຄືບໜ້າຂອງການກະກຽມວຽກສູນຂ່າວຕ່າງປະເທດ ແລະ ສູນຂ່າວພາຍໃນ ຕໍ່ບັນດາທ່ານນັກຂ່າວທັງຫຼາຍ.

 

ຕໍ່ກັບສະພາບການກະກຽມໂດຍລວມ ມາຮອດມື້ນີ້ຖືວ່າ ສູນຂ່າວຕ່າງປະເທດພວກເຮົາ ໄດ້ມີຄວາມພ້ອມຢ່າງເຕັມສ່ວນ ເພື່ອຮັບໃຊ້ກອງປະຊຸມ ເອເອັມເອັມ ຄັ້ງທີ 49 ແລະ ທຸກກອງປະຊຸມທີ່ກ່ຽວຂ້ອງ ທີ່ຈັດຂຶ້ນແຕ່ວັນທີ 21-26 ກໍລະກົດ 2016 ນີ້. ສູນຂ່າວຂອງພວກເຮົາຕັ້ງຢູ່ຕຶກສູນຝຶກອົບຮົມ ໄອຊີທີຊີ ແຫ່ງນີ້, ເຊິ່ງຫ່າງຈາກຫໍປະຊຸມແຫ່ງຊາດບໍ່ເຖິງໜຶ່ງກິໂລແມັດ. ພາຍຫຼັງການກະກຽມມາເປັນເວລາອັນສົມຄວນຂອງໜ່ວຍງານຕ່າງໆ ພາຍໃຕ້ການຊີ້ນຳຂອງອະນຸກຳມະການ ໂຄສະນາເຜີຍແຜ່ວັດທະນະທຳ ແລະ ຂ່າວສານ ໂດຍມີ ທ່ານ ບົວເງິນ ຊາພູວົງ ແລະ ທ່ານ ສະຫວັນຄອນ ຣາຊມຸນຕີ, ຄະນະນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ລວມທັງການຊີ້ນຳຢ່າງໃກ້ຊິດຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຄະນະນຳກະຊວງການຕ່າງປະເທດ, ອັນໄດ້ເຮັດໃຫ້ວຽກງານຂອງພວກເຮົາດຳເນີນມາດ້ວຍຜົນສຳເລັດດີ ແລະ ມີຄວາມກຽມພ້ອມທຸກປະການ ເພື່ອຮັບໃຊ້ໜ້າທີ່ອັນສຳຄັນໃນບັ້ນນີ້.

 

ອັນສຳຄັນກ່ອນໝູ່ ແມ່ນພວກເຮົາໄດ້ສຳເລັດວຽກງານການຈັດຕັ້ງ, ປະກອບຄະນະກຳມະການຮັບຜິດຊອບ ແລະ ການແບ່ງງານໃນໜ່ວຍງານຕ່າງໆ ແລະ ທຸກໜ່ວຍງານດຳເນີນວຽກຂອງຕົນເປັນຢ່າງດີ, ທັງໄດ້ກະກຽມພະນັກງານປະສານງານ-ແອວໂອ ແລະ ວີໂອ ຈຳນວນຫຼາຍສົມຄວນໄວ້ອຳນວຍຄວາມສະດວກຊ່ວຍເຫຼືອນັກຂ່າວ ແລະ ວຽກງານຂອງພວກເຮົາ; ພວກເຮົາມີຄະນະຊີ້ນຳລວມ ທີ່ປະກອບຈາກການນຳກະຊວງ, ການນຳບັນດາກົມທີ່ກ່ຽວຂ້ອງຈາກສອງກະຊວງຫຼັກຄື: ກະຊວງການຕ່າງປະເທດ ແລະ ກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສື່ມວນຊົນຫຼັກຂອງລາວ ທີ່ເຮັດວຽກກົມກຽວກັນໃນສູນບັນຊາການລວມ ແລະ ສູນບັນຊາການສະເພາະ ຢູ່ໃນສູນຂ່າວແຫ່ງນີ້; ນອກນີ້ ຍັງສຳເລັດຈັດວາງລະບົບຮັກສາຄວາມສະຫງົບປອດໄພບໍລິເວນນອກ ແລະ ໃນສູນຂ່າວຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ, ການກວດກາເອັກສະເຣ່ຄວາມປອດໄພກ່ອນເຂົ້າສູນຂ່າວ, ຮັບປະ ກັນການສະໜອງນໍ້າໃຊ້ ແລະ ໄຟຟ້າແກ່ສູນຂ່າວ, ພິເສດ ແມ່ນຍັງມີລົດສະໜອງໄຟຟ້າສຸກເສີນໃນເວລາຈຳເປັນທີ່ກຽມພ້ອມທຸກເວລາ.

ໃນສູນຂ່າວ ທັງສູນຂ່າວພາຍໃນ ໂດຍສະເພາະສູນຂ່າວຕ່າງປະເທດ ພວກເຮົາໄດ້ເຊີນເອົາພາກສ່ວນບໍລິການທີ່ດີ ເຂົ້າມາຈັດວາງວັດຖຸອຸປະກອນທີ່ຈຳເປັນ ເພື່ອຮັບໃຊ້ສູນຂ່າວ ເປັນຕົ້ນແມ່ນ ລະບົບອິນເຕີເນັດ 4ຈີ ທີ່ທັນສະໄໝຂອງບໍລິສັດໂທລະຄົມທີ່ມີຊື່ສຽງຂອງລາວເຮົາເຂົ້າມາຕິດຕັ້ງ ແລະ ໃຫ້ບໍລິການແກ່ນັກຂ່າວ, ມີການສະໜອງສັນຍານໂທລະພາບດີຈິຕອນ, ໂທລະສັບ, ແຟັກ, ຄອມພິວເຕີ, ປຼິນເຕີ, ໂຕະຕັ່ງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃນຫ້ອງເຮັດວຽກລວມຂອງນັກຂ່າວ ແລະ ຫ້ອງເຮັດວຽກສະເພາະຂອງນັກຂ່າວ. ພິເສດ ຍັງມີການຈັດຕັ້ງ ເພື່ອສະໜອງຂໍ້ມູນຂ່າວສານ, ເອກະສານກອງປະຊຸມ, ຄູ່ມືນັກຂ່າວ, ແຜ່ນພັບໂຄສະນາ, ຖົງທີ່ລະນຶກ, ຮູບພາບໜິ້ງ-ພາບເໜັງ ຂອງກອງປະຊຸມທີ່ສຳຄັນສຳລັບສຳນັກງານທີ່ຕ້ອງການ. ໃນສູນຂ່າວນີ້ ພວກເຮົາຍັງຈັດໃຫ້ມີ ຫ້ອງຖະແຫຼງຂ່າວສະເພາະ ແລະ ຫ້ອງຖະແຫຼງຂ່າວລວມ ທີ່ກະກຽມເພື່ອຮອງຮັບຄວາມຕ້ອງການໃນການນຳໃຊ້ຖະແຫຼງຂ່າວຂອງສຳນັກຂ່າວຕ່າງໆ ກໍຄືຄະນະຜູ້ແທນຕ່າງໆທີ່ຕ້ອງການນຳໃຊ້.

ສິ່ງອຳນວຍຄວາມສະດວກອື່ນໆ ກໍຍັງມີຫ້ອງວາງສະແດງ, ຈຸດບໍລິການ ແລະ ຂາຍສິນຄ້າຂອງພາກສ່ວນທຸລະກິດບໍລິການຈຳນວນໜຶ່ງ ເຊັ່ນ: ທະນາຄານການຄ້າຕ່າງປະເທດລາວ, ໂທລະຄົມລາວ, ອີທີແອວ, ຍູນີເທວ, ສະກາຍ, ກາເຟສີນຸກ, ບໍລິສັດທ່ອງທ່ຽວເອັມພີ ເປັນຕົ້ນ, ນອກນັ້ນ ຍັງມີຈຸດບໍລິການນໍ້າດື່ມຊາກາເຟຈຳນວນໜຶ່ງ, ພິເສດຍັງມີການບໍລິການຂອງຮ້ານອາຫານທີ່ນັກຂ່າວສາມາດຊື້ກິນເອງໄດ້.

ຈາກສູນຂ່າວພວກເຮົາໄປຫາຫໍປະຊຸມແຫ່ງຊາດ ຍັງມີບໍລິການລົດເມນຳສົ່ງ ຫຼື ຊັດເຕິນບັສ ຈຳນວນສອງຄັນໃນຫຼາຍຖ້ຽວຕໍ່ມື້ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກຂ່າວ ແລະເຈົ້າໜ້າທີ່ຜູ້ຮັບໃຊ້ກອງປະຊຸມ.

ຂໍຖືໂອກາດນີ້ ແຈ້ງຕໍ່ບັນດາທ່ານເລີຍວ່າ ມາຮອດປະຈຸບັນນີ້ ໄດ້ມີນັກຂ່າວຕ່າງປະເທດ ທີ່ຢູ່ນອກປະເທດ ໄດ້ລົງທະບຽນມາເອົາຂ່າວໃນຄັ້ງນີ້ ລບວມມີທັງໝົດ ຶ 447 ຄົນ, ທີ່ມາຈາກ 98 ສຳນັກງານຂ່າວ, ລວມທັງສຳນັກຂ່າວທີ່ມີຊື່ສຽງໃນທົ່ວໂລກ ເປັນຕົ້ນແມ່ນ abc, afp, al jazeera, asahi, cctv, thai tv, fuji tv, global times, jijipress, kbs, kyodo news, mainichi, media group, nhan dan, nhk, Nikkei, Nippon tv, people daily, phoenix tv, rfa, Russia today, Singapore press, south china morning post, sputnik, straits times, tass, the nation, vna, vov, vtv, wall street jounal, Xinhua, yomiuri, yonhab…..so on.

ສະເພາະ ສຳນັກງານຂ່າວຂອງ ສປປລາວ ເຮົາ ກໍມີທຸກສຳນັກງານຂ່າວທີ່ສຳຄັນ ໄດ້ເຂົ້າມາຢ່າງຄົບຖ້ວນແລ້ວ ເປັນຕົ້ນແມ່ນ ໂທລະພາບແຫ່ງຊາດ, ວິທະຍຸກະຈາຍສຽງແຫ່ງຊາດ, ສຳນັກງານຂ່າວສານປະເທດລາວ, ປະຊາຊົນ, ວຽງຈັນໃໝ່, ວຽງຈັນທາມ ແລະ ອື່ນໆ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485869
ມື້ນີ້0
ມື້ວານ168
ອາທິດນີ້905
ເດືອນນີ້5174