ສປປ ລາວ ຍາມໃດກໍເອົາໃຈໃສ່ຕໍ່ການປົກປ້ອງ, ສົ່ງເສີມສິດທິມະນຸດ ແລະ ສິດທິພື້ນຖານຂອງພົນລະເມືອງ. ສິດທາງດ້ານການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທໍາ ແລະ ຄອບຄົວ ໄດ້ຮັບການຄໍ້າປະກັນໄວ້ ໃນລັດຖະທຳມະ ນູນ, ກົດໝາຍ ແລະ ນິຕິກຳຕ່າງໆຂອງ ສປປ ລາວ, ເຊິ່ງສອດຄ່ອງກັບພັນທະ ແລະ ຄໍາໜັ້ນສັນຍາດ້ານສິດທິມະນຸດຂອງ ສປປ ລາວ ໃນລະດັບພາກພື້ນ ແລະ ສາກົນ. ລັດຖະທຳມະນູນ ສະບັບປັບປຸງ ປີ 2015 ມາດຕາ 34 ໄດ້ກຳນົດວ່າ: ພົນລະເມືອງລາວ ແມ່ນ ຜູ້ມີສັນຊາດລາວ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ. ລັດ ຮັບຮູ້, ເຄົາລົບ, ປົກປ້ອງ ແລະ ຮັບປະກັນສິດທິມະນຸດ ແລະ ສິດທິພື້ນຖານຂອງພົນລະເມືອງ ຕາມກົດໝາຍ.
ສ ປປ ລາວ ເປັນພາຄີສົນທິສັນຍາຫຼັກດ້ານສິດທິມະນຸດຂອງ ສປຊ ຈຳນວນ 7 ສະບັບ ເຊິ່ງລວມມີ ສົນທິສັນຍາ ວ່າດ້ວຍ ການລົບລ້າງທຸກຮູບແບບການຈຳແນກຕໍ່ແມ່ຍິງ, ສົນທິສັນຍາ ວ່າດ້ວຍ ສິດທິເດັກ, ສົນທິສັນຍາ ວ່າດ້ວຍ ສິດທາງດ້ານການເມືອງ ແລະ ສິດຂອງພົນລະເມືອງ, ສົນທິສັນຍາ ວ່າດ້ວຍ ສິດທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ, ສົນທິສັນຍາ ວ່າດ້ວຍ ການລຶບລ້າງທຸກຮູບແບບການຈຳແນກເຊື້້ອຊາດ, ສົນທິສັນຍາ ວ່າດ້ວຍ ສິດຂອງຄົນພິການ ແລະ ສົນທິສັນຍາ ວ່າດ້ວຍການຕ້ານການທໍລະມານ. ກົດໝາຍຫຼາຍສະບັບທີ່ຮັບຮອງເອົາໂດຍສະພາແຫ່ງຊາດໃນແຕ່ລະຊຸດ, ນິຕິກຳລຸ່ມກົດໝາຍຫຼາຍສະບັບ ສົ່ງເສີມ ແລະ ປົກປ້ອງສິດທິມະນຸດຂອງປະຊາຊົນບັນດາເຜົ່າ ບົນພື້ນຖານຄວາມສະເໝີພາບ ແລະ ການບໍ່ຈຳແນກ. ສປປ ລາວ ພວມສຸມໃສ່ການສ້າງແຜນປະຕິບັດງານແຫ່ງຊາດ ເພື່ອປະຕິບັດຂໍ້ສະເໜີແນະການທົບທວນປະຈຳໄລຍະຂອງສະພາສິດທິມະນຸດ ສປຊ (UPR) ຈຳນວນ 116 ຂໍ້ທີ່ ສປປ ລາວ ໄດ້ຮັບຮອງເອົາໃນປີ 2015. ສປປ ລາວ ພວມກະກຽມບົດລາຍງານແຫ່ງຊາດພາຍໃຕ້ສົນທິຍາສັນຍາວ່າດ້ວຍສິດທາງດ້ານການເມືອງ ແລະ ສິດຂອງພົນລະເມືອງ, ສົນທິສັນຍາວ່າດ້ວຍສິດທິເດັກ ແລະ ສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບແບບການຈຳແນກຕໍ່ແມ່ຍິງ.
ລັດຖະບານລາວ ໄດ້ສ້າງຕັ້ງກົນໄກລະດັບຊາດ ໃນການປະສານງານ ແລະ ເຄື່ອນໄຫວວຽກງານດ້ານສິດທິມະນຸດ ຄື: ຄະນະຊີ້ນຳລະດັບຊາດໃນການປະສານງານດ້ານສິດທິມະນຸດ, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ວຽກແມ່ ແລະ ເດັກແຫ່ງຊາດ, ຄະນະກຳມະການແຫ່ງຊາດເພື່ອຄົນພິການ ແລະ ຜູ້ສູງອາຍຸ. ໂຄງປະກອບ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ຄະນະຊີ້ນຳລະດັບຊາດໃນການປະສານງານດ້ານສິດທິມະນຸດ ພວມຢູ່ໃນຂັ້ນຕອນການປັບປຸງ ເພື່ອແນໃສ່ເຮັດໃຫ້ການປະສານງານດ້ານສິດທິມະນຸດ ລະຫວ່າງ ບັນດາກະຊວງ, ອົງການຈັດຕັ້ງລັດຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນໄດ້ດີກວ່າເກົ່າ.
ລັດຖະບານລາວໃຫ້ຄວາມສຳຄັນໃນການສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເຜີຍແຜ່ສົນທິສັນຍາສາກົນດ້ານສິດທິມະນຸດ, ການສ້າງຄວາມສາມາດຂອງພະນັກງານ, ລັດຖະກອນ ແລະ ເຈົ້າໜ້າທີ່ ໃນການຈັດຕັ້ງປະຕິບັດພັນທະສາກົນຂອງ ສປປ ລາວ ຢ່າງຖືກຕ້ອງ ແລະ ແທດເໝາະກັບສະພາບຄວາມເປັນຈິງຂອງ ສປປ ລາວ. ກອງປະຊຸມສຳມະນາ ແລະ ການຝຶກອົບຮົມດ້ານສິດທິມະນຸດ ໄດ້ຮັບການຈັດຕັ້ງຂຶ້້ນຫຼາຍຄັ້ງ ໃຫ້ແກ່ພະນັກງານລັດຖະກອນຂັ້ນສູນກາງ, ແຂວງ ແລະ ເມືອງ, ເຈົ້າໜ້າທີ່ປະຕິບັດກົດໝາຍ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ສະຖາບັນການສຶກສາ.
ໃນລະດັບພາກພື້ນ, ສປປ ລາວ ເອົາໃຈໃສ່ຮ່ວມມືດ້ານສິດທິມະນຸດໃນຂອບອາຊຽນ ໂດຍສະເພາະ ໃນການເຄື່ອນໄຫວຂອງຄະນະກໍາມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ (AICHR), ຄະນະກຳມາທິການ ວ່າດ້ວຍ ການສົ່ງເສີມ ແລະ ການປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍອາຊຽນ (ACWC), ແລະ ປະກອບສ່ວນໃນການສ້າງຖະແຫຼງການອາຊຽນວ່າດ້ວຍສິດທິມະນຸດ (ASEAN Human Rights Declaration ຫຼື AHRD)ເຊິ່ງຄຳນຶງເຖິງລັກສະນະຈຸດພິເສດຂອງພາກພື້ນ ແລະ ຂອງແຕ່ລະປະເທດອາຊຽນ, ຖະແຫຼງການອາຊຽນ ວ່າດ້ວຍການລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ, ຖະແຫຼງການອາຊຽນ ວ່າດ້ວຍ ການລົບລ້າງຄວາມຮຸນແຮງຕໍ່ເດັກ ແລະ ເອກະສານທີ່ສຳຄັນອື່ນໆຂອງອາຊຽນ. ໃນປີ 2016, ສປປ ລາວ ໄດ້ເຮັດໜ້າທີ່ເປັນປະທານຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ຢ່າງສຳເລັດຜົນ ແລະ ໄດ້ຮັບການຕີລາຄາສູງຈາກປະເທດສະມາຊິກອາຊຽນ ພ້ອມທັງໄດ້ຮັບປະກັນທັດສະນະດ້ານສິດທິມະນຸດຢ່າງຖືກຕ້ອງໃນການສ້າງປະຊາຄົມອາຊຽນ.
ໃນລະດັບສອງຝ່າຍ, ສປປ ລາວ ສົນທະນາດ້ານສິດທິມະນຸດກັບສະຫະພາບເອີຣົບ ແລະ ອົດສະຕາລີ. ນອກຈາກນີ້, ສປປ ລາວ ຍັງແລກປ່ຽນບົດຮຽນ ແລະ ປະສົບການດ້ານສິດທິມະນຸດກັບບາງປະເທດ ເພື່ອແລກປ່ຽນພາກປະຕິບັດທີ່ດີກ່ຽວກັບການຈັດຕັ້ງປະຕິບັດສິດທິມະນຸດ. ສປປ ລາວ ໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນໃນການຈັດຕັ້ງເຜີຍແຜ່, ສ້າງຄວາມສາມາດຂອງພະນັກງານ ແລະ ເຈົ້າໜ້າທີ່ໃນການປະຕິບັດພັນທະສາກົນດ້ານສິດທິມະນຸດຂອງ ສປປ ລາວ.
ໃນຊຸມປີຕໍ່ໜ້າ ສປປ ລາວ ຈະສືບຕໍ່ຮ່ວມມືກັບວົງຄະນະຍາດສາກົນໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດບົນພື້ນຖານຄວາມສະເໝີພາບ, ບໍ່ແຊກແຊງວຽກງານພາຍໃນຂອງກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ພ້ອມດຽວກັນກໍຈະສຸມໃສ່ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8, ການພັດທະນາລັດແຫ່ງກົດໝາຍຮອດປີ 2020 ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າໄດ້ຊົມໃຊ້ສິດທິພື້ນຖານຂອງຕົນຕາມລັດຖະທຳມະນູນ ແລະ ກົດໝາຍ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດພັນທະ ແລະ ຄຳໝັ້ນສັນຍາດ້ານສິດທິມະນຸດໃນລະດັບພາກພື້ນ ແລະ ສາກົນ.
ໂດຍ: ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ.