ໃນຕອນເຊົ້າວັນທີ 14 ກຸມພາ 2017, ທີ່ ພະລາຊະວັງດຸສິດ, ສະໜາມເສືອປ່າ, ຣາຊະອານາຈັກໄທ; ທ່ານເອກອັກຄະລັດຖະທູດ ຫລີ ບຸນຄ້ຳ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມເປັນປະທານ ໃນພິທີເປີດຊຸດຝຶກອົບຮົມເຕັກໂນໂລຊີທາງການແພດ ແລະ ສາທາລະນະສຸກ ສຳລັບບຸກຄະລາກອນການແພດ ຈາກ ສປປ ລາວ. ເຂົ້າຮ່ວມໃນງານດັ່ງກ່າວປະກອບດ້ວຍ ທ່ານສາດສະດາຈານ ກຽດຕິມະສັກ ໄກສິດ ຕັນຕິສິຣິນ, ທີ່ປຶກສາໂຄງການ ຕາມພະຣາດຊະດຳລິ ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມມາຣີ, ນາງ ຈິດກະເສມ ຕັນຄີຣີ, ຮອງອະທິບໍດີກົມຄວາມຮ່ວມມືລະຫວ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ທ່ານ ຮອງສາດສະດາຈານ ປຣີຊາ ສຸນທະຣານັນ, ຮອງອະທິການບໍດີ ມະຫາວິທະຍາໄລມະຫິດົນ.
ຈຸດປະສົງຂອງການຝືກອົບຮົມຄັ້ງນີ້ຶ ແມ່ນແນ່ໃສ່ເພື່ອເພີ້ມພູນຄວາມຮູ້ ແລະ ທັນສະໃນການກວດວິໃຈ ການປິ່ນປົວພະຍາດ, ເບິ່ງແຍງສຸຂະພາບ, ການໃຊ້ຢາ, ການບໍລິຫານງານດ້ານສາທາລະນະສຸກ, ການໂພສະນາການ ແລະ ການຈັດການດ້ານສຶກສາ; ເພື່ອເພີ້ມທັດສະໃນການດຳເນີນງານເປັນທີມ ແລະ ການພັດທະນາວຽກງານຢ່າງຕໍ່ເນື່ອງ ແລະ ຍືນຍົງ; ເພື່ອເພີ້ມຄວມຮູ້ ແລະ ທັດສະໃນການຂຽນ ແລະ ນຳສະເໜີຜົນງານທາງວິຊາການ ແລະ ເພື່ອໃຫ້ຜູ້ເຂົ້າຮ່ວມຝືກອົບຮົມ ໄດ້ມີໂອກາດແລກປ່ຽນຄວາມຮູ້ ແລະ ປະສົບການ.
ໃນໂອກາດຂື້ນກ່າວປາໃສເປີດພິທີ, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ສຳນັກງານພະລາດສະວັງ ແລະ ທຸກພາກສ່ວນຂອງໄທ ທີ່ໄດ້ເປັນເຈົ້າພາບຈັດຊຸດຝຶກອົບຮົມອັນມີຄວາມໝາຍນີ້ຂຶ້ນ ໂດຍທ່ານກ່າວວ່າ ມີຄວາມຮູ້ສຶກດີໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ຮັບການເຊີນເຂົ້າຮ່ວມໃນພິທີເປີດຊຸດຝຶກອົບຮົມພະນັກງານການແພດ ແລະ ສາທາລະນະສຸກຈາກ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງເປັນໂຄງການຕາມ ພະຣາຊະດຳລິ ຂອງ ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມມາຣີ, ໂດຍໃນປີນີ້ ເປັນຊຸດທີ 19 ມີຜູ້ເຂົ້າຮ່ວມທັງໝົດ 69 ຄົນ ກວມເອົາ 10 ສາຂາ ເຊັ່ນ: ສັນລະຍະສາດ, ວິສັນນີວິທະຍາ (ວາງຢາສະຫຼົບ), ພະຍາບານສາດ, ທັນຕະແພດສາດ, ເພສັດສາດ, ເຕັກນິກການແພດ, ກາຍຍະບຳບັດ, ໂພສະນາການ ແລະ ແພດສາດສຶກສາ ເປັນຕົ້ນ, ເຊິ່ງທັງໝົດເຫຼົ່ານັ້ນ ລ້ວນແຕ່ເປັນຫົວຂໍ້ສຳຄັນ ທີ່ກ່ຽວພັນກັບການພັດທະນາວຽກງານດ້ານການແພດ ແລະ ສາທາລະນະສຸກ ຕະຫຼອດຮອດການພັດທະນາຄຸນນະພາບຊີວິດຂອງປະຊາຊົນຕໍ່ໄປ.
ທ່ານທູດ ຍັງໄດ້ກ່າວເຖິງແຜນຍຸດທະສາດພັດທະນາ ເພື່ອນຳເອົາປະເທດໃຫ້ອອກຈາກຄວາມດ້ອຍພັດທະນາ ໃນປີ 2020 ທີ່ຈະມາເຖິງນີ້, ເຊິ່ງຖືເອົາຂະແໜງການສາທາລະນະສຸກ ເປັນບູລິມະສິດໜື່ງຂອງລັດຖະບານ ໂດຍເນັ້ນໃສ່ 3 ປັດໃຈຄື: ພັດທະນາໂຣງໝໍ, ການສະໜອງອຸປະກອນການແພດ ແລະ ພັດທະນາອຸປະກອນທາງການແພດ. ດ້ວຍເຫດນັ້ນ, ໂຄງການຝຶກອົບຮົມເທື່ອນີ້ ຈຶ່ງເປັນໂຄງການທີ່ມີຄວາມສຳຄັນ ແລະ ເປັນປະໂຫຍດຢ່າງຍິ່ງ ສອດຄ່ອງກັບຍຸດທະສາດການພັດທະນາບຸກຄະລາກອນ ຂອງ ສປປ ລາວ ພວກຂ້າພະເຈົ້າ.
ຂ້າພະເຈົ້າເຊື່ອໝັ້ນວ່າ ການຝຶກອົບຮົມໃນຄັ້ງນີ້ ຈະເປັນໂອກາດອັນດີໃຫ້ແກ່ບັນດາພະນັກງານຂອງ ສປປ ລາວ ທີ່ມາຈາກແຂວງຕ່າງໆ ໄດ້ສຶກສາ ແລະ ຮຽນຮູ້ ດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ຈາກບັນດາຄູອາຈານຜູ້ມີປະສົບປະການສູງຂອງໄທ. ພາຍຫຼັງທີ່ສຳເລັດການເຂົ້າຝຶກອົບຮົມແລ້ວ ຈະນຳເອົາຄວາມຮູ້ທີ່ໄດ້ເກັບກ່ຽວນັ້ນ ໄປປັບໃຊ້ໃນການໃຫ້ການບໍລິການປິ່ນປົ່ວປະຊາຊົນ ຕາມແຕ່ລະທ້ອງຖິ່ນໃຫ້ເກີດປະໂຫຍດສູງສຸດ.
ໃນຕອນທ້າຍ, ທ່ານເອກອັກຄະລັດຖະທູດ ຍັງໄດ້ຖືໂອກາດນີ້ ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງ ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມມາຣີ ທີ່ໄດ້ຊົງໂປດຈັດຕັ້ງ ໂຄງການຝຶກອົບຮົມນີ້ຢ່າງຕໍ່ເນື່ອງ ແລະ ຂໍຂອບໃຈເປັນຢ່າງຍິ່ງ ຕໍ່ສຳນັກງານພະຣາຊະວັງ, ກົມຄວາມຮ່ວມມືລະຫວ່າງປະເທດ, ກະຊວງການຕ່າງປະເທດ ແລະ ມະຫາວິທະຍາໄລມະຫິດົນ ທີ່ໄດ້ສືບຕໍ່ຈັດຊຸດຝຶກອົບຮົມ ທີ່ເປັນປະໂຫຍດສູງອີກຄັ້ງໜຶ່ງ ແກ່ບຸກຄະລາກອນດ້ານການແພດ ຂອງ ສປປ ລາວ. ພ້ອມນີ້, ກໍຂໍອວຍພອນໄຊໃຫ້ແກ່ບັນດາທ່ານທັງຫຼາຍ, ບັນດານັກຝຶກອົບຮົມ, ຄູອາຈານ ແລະ ຜູ້ທີ່ກ່ຽວຂ້ອງທຸກທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານທຸກປະການ.
ຊຸດອົບຮົມຄັ້ງນີ້ຈະດໍາເນີນໄປຈົນເຖິງ ວັນທີ 29 ມີນາ 2017 ລວມທັງໝົດ 6 ອາທິດ. ໂຄງການຕາມ ພະຣາຊະດໍາຣິ ຂອງ ສົມເດັດພະເທບຣັດ ຣາຊະສຸດາ ສະຫຍາມບໍຣົມມະຣາຊະກຸມາຣີ ເລີ່ມມາຕັ້ງແຕ່ປີ 2000, ແຕ່ລະຊຸດອົບຮົມມີຜູ້ເຂົ້າຮ່ວມບໍ່ຕໍ່າກວ່າ 55 ຄົນ ລວມທັງໝົດມີ 800 ກວ່າຄົນ.