ວັນທີ 18 ກຸມພາ 2017 ນີ້, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ ໄດ້ໃຫ້ກຽດເຂົ້າຮ່ວມງານສືບສານປະເພນີວັດທະນະທໍາໄທພວນ ແລະ ທອດຜ້າປ່າສາມາຄີ ຄັ້ງທີ 59 ປະຈໍາປີ 2017, ຈັດຂຶ້ນທີ່ໂຮງຮຽນບ້ານຫລັບມິນພວນ, ຕຳບົນຈອມຈັນ, ອຳເພີວຽງສາ, ຈັງຫວັດນ່ານ ໂດຍມີ ທ່ານ ໄພສານ ວິມົນລັດ, ຜູ້ວ່າຣາຊາການຈັງຫວັດນ່ານ, ອຳນາດການປົກຄອງທຸກຂັ້ນຕະຫລອດຮອດພໍ່ແມ່ປະຊາຊົນຊາວຈັງຫວັດນານ ແລະ ຊາວໄທພວນຈາກ 23 ຈັງຫວັດຂອງ ປະເທດໄທເຂົ້າຮ່ວມຫລາຍກວ່າ 3000 ຄົນ.
ໃນໂອກາດກ່າວຄໍາປາໄສໃນພິທີເປີດບຸນປະເພນີປະຈໍາປີໄທພວນແຫ່ງປະເທດໄທຄັ້ງນີ້; ທ່ານເອກອັກຄະລັດຖະທູດ ຫລີ ບຸນຄໍ້າ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງພີນ້ອງໄທພວນຈັງຫວັດນ່ານ ໂດຍສະເພາະ ທ່ານຜູ້ວ່າຣາຊະການຈັງຫວັດນານ ທີ່ໃຫ້ການຕ້ອງຮັບອັນອົບອຸ່ນ ແລະ ກ່າວສະແດງຍ້ອງຍໍຊົມເຊີຍການຈັດບຸນດັ່ງກ່າວ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ແລະ ການປຸ້ມລຸມຕູ້ມຫໍ່ກັນແໜ້ນໜາຂອງຊາວໄທພວນຕະຫລອດໄລຍະຜ່ານມາ, ອັນພົ້ນເດັ່ນແມ່ນຍັງສາມາດຮັກສາເອກະລັກທາງວັດທະນະທໍາ, ຂະໜົບທໍານຽມ ແລະ ຮີດຄອງປະເພນີດັ້ງເດີມເອົາໄວ້ໄດ້, ເປັນຄວາມປະທັບໃຈທີ່ໄດ້ພົບພໍ້ພີ່ນ້ອງພວນທີ່ບໍ່ລືມຮີດເກົ່າຄອງຫລັງ, ຍັງບໍ່ລືມແຜ່ນດິນບັນພະບຸລຸດ; ຜ່ານມາພີ່ນ້ອງໄທພວນຫລາຍຄົນກໍ່ໄດ້ຫວນຄືນໄປຢ້ຽມຢາມຖາມຂ່າວພີ່ນ້ອງພວນ ຢູ່ ສປປ ລາວ ເຊິ່ງໄດ້ສະແດງເຖິງຄວາມຮັກຕໍ່ແຜ່ນດິນບັນພະບຸລຸດ, ເປັນການປະກອບສ່ວນເຮັດໃຫ້ການພົວພັນອັນດີງາມລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ນັບມື້ຂະຫຍາຍຕົວຢ່າງຕໍ່ເນື່ອງ; ຂໍຮຽກຮ້ອງຈົ່ງພ້ອມກັນສືບຕໍ່ປົກປັກຮັກສາການພົວພັນອັນດີງາມ ລະຫວ່າງ ລາວ-ໄທ. ເວົ້າລວມ, ເວົ້າສະເພາະລະຫວ່າງພີ່ນ້ອງພວນຂອງສອງປະເທດ ໃຫ້ນັບມື້ພັດທະນາ ແລະ ຍືນຍົງຕະຫລອດໄປ.
ບຸນປະເພນີສືບສານປະເພນີວັດທະນະທໍາໄທພວນ ຖືກຈັດຂຶ້ນທຸກປີ ເຊິ່ງມີສະມາຄົມໄທພວນແຫ່ງປະເທດໄທ ເປັນເສົາຫລັກ, ປ່ຽນຜຽນກັນໄປແຕ່ລະຈັງຫວັດຕາມເງື່ອນໄຂ ສະເພາະປີນີ້ມີກິດຈະກຳຫລາຍຢ່າງລວມທັງພິທີທາງສາດສະໜາ, ການແຂ່ງຂັນກິລາພື້ນເມືອງ, ການສະແດງສິນລະປະຂອງໄທພວນ 23 ຈັງຫວັດ ແລະ ການປະກວດສາວງາມໄທພວນ ເຊິ່ງກິດຈະກຳທັງໝົດ ແມ່ນເປັນການສະທ້ອນໃຫ້ເຫັນເຖິງວັດທະນາທຳ ວິທີດຳລົງຊິວິດຂອງຊາວໄທພວນໃຫ້ຄົນ ລຸ້ນຫລັງໄດ້ຮັບຮູ້ ແລະ ເປັນການອະນຸລັກວັດທະນຳທຳປະເພນີຂອງຄົນໄທເຊື້ອສາຍພວນໃຫ້ຄົງຢູ່ຕະຫລອດໄປ.
ໄທພວນແຫ່ງປະເທດໄທ ແມ່ນມີຖິ່ນກຳເນີດທີ່ ແຂວງຊຽງຂວາງ ສປປ ລາວ ມາຫຼາຍກວ່າ 1162 ປີ ແລະ ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນປະເທດໄທ ໄດ້ຫຼາຍກວ່າ 400 ປີມາແລ້ວ.
ກ່ອນໜ້ານັ້ນ ໃນຕົ້ນເດືອນກຸມພາທີ່ຜ່ານມາ, ທ່ານ ຫລີ ບຸນຄ້ຳ ແລະ ຄະນະ ກໍ່ໄດ້ເຂົ້າຮ່ວມງານສືບສານວັດທະນາທຳຂອງຊຸມຊົນຊາວຜູ້ໄທ ຫລື ຜູ້ໄທໂລກ ຄັ້ງທີ 7 ທີ່ຈັດຂຶ້ນຢູ່ອຳເພີເລິງນົກທາ, ຈັງຫວັດຍະໂສທອນ, ໂດຍມີຊາວຜູ້ໄທຈາກ ຈັງຫວັດຕ່າງໆຂອງໄທ ເຂົ້າຮ່ວມຫລາຍກວ່າ 2000 ຄົນ. ໃນງານມີການສະແດງສິລະປະຂອງພີ່ນ້ອງຄົນໄທເຊື້ອຜູ້ໄທຈາກຈັງຫວັດ (ແຂວງ) ຕ່າງໆຢ່າງມ່ວນຊື່ນ, ເຊິ່ງສ່ອງແສງເຖິງການອະນຸລັກການນຸ່ງຖື, ການຟ້ອນ-ຮ້ອງລຳແບບຜູ້ໄທທີ່ອ່ອນຊ້ອຍງົດງາມ, ສືບສານ ແລະ ອະນຸລັກມູນມໍລະດົກຕົກທອດອັນລ້ຳຄ່າດ້ານວັດທະນາທຳ ຂອງບັນພະບຸລຸດພວກຕົນ.