ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບາບລາວແຕ່ງຕັ້ງກົງສຸນກິດຕິມະສັກລາວຄົນໃໝ່ ປະຈໍາ ແຂວງ ໂອກິນາວາ, ປະເທດ ຍີ່ປຸ່ນ

virod tokyo1

 

virod tokyo2

 

    ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດ ຍີ່ປຸ່ນ ໄດ້ຈັດພິທີມອບສານແຕ່ງຕັ້ງຢ່າງສົມກຽດໃຫ້ແກ່ ທ່ານ ສ.ຈ. ອາກິຣະ ອາຣາສະກິ (Prof. Akira ARASAKI), ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ແຂວງ ໂອກິນາວາ, ປະເທດ ຍີ່ປຸ່ນ, ໃນວັນທີ 03 ກໍລະກົດ 2017 ທີ່ສໍານັກງານສະຖານທູດ, ຊຶ່ງຕາງໜ້າໃຫ້ລັດຖະບານລາວ ມອບໂດຍ ທ່ານ ວິໂຣດ ສູນດາຣາ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດ ຍີ່ປຸ່ນ ແລະ ມີພະນັກງານສະຖານທູດ ເຂົ້າຮ່ວມຢ່າງພ້ອມພຽງ.

    ທ່ານ ສ.ຈ. ອາກິຣະ ອາຣາສະກິ, ໄດ້ຮັບການຕົກລົງແຕ່ງຕັ້ງຢ່າງເປັນທາງການໃຫ້ດຳລົງຕຳແໜ່ງກົງສຸນກິດຕິມະສັກຂອງລາວ ປະຈຳ ແຂວງ ໂອກິນາວາ ຈາກລັດຖະບານລາວ ແລະ ຍີ່ປຸ່ນ ໃນວັນທີ 16 ພຶດສະພາ 2017 ເປັນຕົ້ນມາ, ຊື່ງຜູ້ກ່ຽວໄດ້ເຄື່ອນໄຫວຢ່າງຫ້າວຫັນໃນການປະກອບສ່ວນຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ຢີ່ປຸ່ນ ໄດ້ດີ, ໂດຍສະເພາະໂຄສະນາເຜີຍແຜ່ ສປປ ລາວ ຕໍ່ປະຊາຊົນຍີ່ປຸ່ນ ຢູ່ຕາມສະຖານທີ່ຕ່າງໆ ພ້ອມທັງໄດ້ເຄື່ອນໄຫວພົບປະ ແລະ ປືກສາຫາລືກັບຫລາຍພາກສ່ວນທຸລະກິດ, ກຸ່ມນັກທຸລະ ກິດຍີ່ປຸ່ນ ແລະ ອົງການຈັດຕັ້ງຕ່າງໆ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພົວພັນຮ່ວມມື ລະຫວ່າງນັກທຸລະກິດລາວ ແລະ ຍີ່ປຸ່ນ ໃຫ້ຫລາຍຂື້ນໃນຫລາຍຂະແໜງການ, ເຊັ່ນ: ການຄ້າ-ການລົງທືນ, ການສືກສາ, ວັດທະນະທຳ-ສັງຄົມ, ການທ່ອງທ່ຽວ ແລະ ສາທາລະນະສຸກ.

    ໃນພິທີມອບສານແຕ່ງຕັ້ງຄັ້ງນີ້, ທ່ານທູດ ວິໂຣດ ສູນດາຣາ ໄດ້ກ່າວສະແດງຄວາມດີໃຈ ທີ່ໄດ້ຕາງໜ້າລັດ ຖະບານລາວ ມອບສານແຕ່ງຕັ້ງໃຫ້ແກ່ ທ່ານ ສ.ຈ. ອາກິຣະ ອາລາສະກິ, ເປັນກົງສຸນກິດຕິມາສັກລາວຄົນໃໝ່ ແລະ ຊົມເຊີຍຕໍ່ຜົນງານຂອງທ່ານທີ່ໄດ້ເຄື່ອນໄຫວປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລາວ-ຍີ່ປຸ່ນ ແລະ ການສ້າງສາ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫລອດໄລຍະຜ່ານມາ. ພ້ອມນັ້ນ, ກໍ່ໄດ້ສະເໜີໃຫ້ກົງສຸນກິດຕິມະສັກລາວຄົນໃໝ່ ເພີ່ມທະວີການຈັດຕັ້ງປະຕິບັດ ພາລະບົດບາດໜ້າທີ່ຂອງຕົນ ຕາມຈຸດປະສົງ ແລະ ແຜນການເຄື່ອນໄຫວຂອງກົງສຸນກິດຕິມາສັກລາວ ປະຈຳ ແຂວງ ໂອກິນາວາ ໃຫ້ມີປະສິດຕິຜົນຫລາຍຂື້ນກວ່າເກົ່າ, ໂດຍສະເພາະການປະກອບສ່ວນເຄື່ອນໄຫວປຸກລະດົມດືງດູດການຊ່ວຍເຫຼືອດ້ານສາທາລະນະສຸກ, ການສືກສາ ແລະ ເສດຖະກິດ-ສັງຄົມ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ສປປ ລາວ ແລະ ສົ່ງເສີມການພົວພັນຮ່ວມມືລະຫວ່າງ ລາວ-ຍີ່ປຸ່ນ ໃຫ້ຈະເລີນງອກງາມຂື້ນເລື່ອຍໆ.

    ໃນໂອກາດດັ່ງກ່າວ, ທ່ານກົງສຸນກິດຕິມາສັກລາວຄົນໃໝ່ ກໍ່ໄດ້ກ່າວສະແດງຄວາມຂອບໃຈຢ່າງສຸດຊື້ງ ຕໍ່ລັດຖະບານລາວ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ມອບໝາຍໝ້າທີ່ອັນສຳຄັນນີ້ ໃຫ້ແກ່ທ່ານ, ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ເອົາໃຈໃສ່ເຄື່ອນໄຫວປະຕິບັດໜ້າທີ່ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ໃຫ້ສົມກຽດ. ພ້ອມນັ້ນ, ທ່ານກົງສຸນກິດຕິມະສັກລາວຄົນໃໝ່ ກໍ່ໄດ້ສະເໜີແຜນການກະກຽມ ພິທີເປີດຫ້ອງການກົງສຸນກິດຕິມະສັກ ຢູ່ແຂວງ ໂອກິນາວາ ຢ່າງເປັນທາງການ ໃນວັນທີ 15 ຕຸລາ 2017 ທີ່ຈະມາເຖິງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488128
ມື້ນີ້75
ມື້ວານ163
ອາທິດນີ້490
ເດືອນນີ້1521