ໃນວັນທີ 25 ກໍລະກົດ 2017, ຢູ່ທີ່ໂຮງຮູບເງົາ Times Cineplex ຂອງບຣູໄນ ໄດ້ຈັດພິທີ ເລີ້ມຮູບເງົາເລື່ອງ “Ada Apa Dengan-RINA2”, ຊຶ່ງເປັນການຮ່ວມຜະລິດ ແລະ ສະແດງໂດຍບໍລິສັດ Lao Art Media ຂອງລາວ ແລະ ບລິລິສັດ Regalblue Production ຂອງບຣູໄນ. ໃນພິທີດັ່ງກ່າວໄດ້ມີທ່ານ Pehin Datu Lailaraja Major General (Rtd) Dato Paduka Seri Haji Awang Halbi bin Haji Mohamad Yussof, ລັດຖະມົນຕີກະຊວງວັດທະນະທຳ, ຊາວໜຸ່ມ ແລະ ກິລາບຣູໄນ ເຂົ້າຮ່ວມເປັນແຂກກິດຕິມະສັກ ແລະ ທ່ານ ອຳໄພ ກິນດາວົງ, ເອກອັກຄະລັດຖະທູດລາວທີ່ບຣູໄນ ພ້ອມພັນລະຍາ, ນອກຈາກນີ້ ກໍມີແຂກຮັບເຊີນບັນດາທຸຕານຸທູດ ຈາກບັນດາປະເທດອາຊຽນ ແລະ ອາຊຽນບວກ, ພ້ອມດ້ວຍບັນດາເຈົ້າໜ້າທີ່ຈາກຂະແໜງການທີ່ກ່ຽວຂ້ອງທັງຈາກພາກ ລັດ ແລະ ເອກະຊົນ ເຂົ້າຮ່ວມ.
ຮູບເງົາ Ada Apa Dengan-RINA2 ສືບຕໍ່ຈາກ RINA1 ທີ່ບຣູໄນໄດ້ສະແດງ ແລະ ຜະລິດເອງ ແລະ ອອກສາຍໃນປີ 2013 ກ່ຽວກັບຊີວິດ ແລະ ຄວາມຮັກທີ່ບໍ່ປະສົບຜົນສຳເລັດຂອງພະເອກ ແລະ ຕໍໍ່ມາຜູ້ກຳກັບການສະແດງ ຮູບເງົາເລື່ອງດັ່ງກ່າວໄດ້ມອງເຫັນວ່າ ລາວເປັນປະເທດໜຶ່ງທີ່ໃນສັງຄົມຄົນບຣູໄນຍັງບໍ່ທັນຮູ້ຈັກຫລາຍ ໃນບັນດາປະເທດອາຊຽນ ແລະ ນອກຈາກນີ້ ຍັງສັງເກດເຫັນວ່າ ບໍລິສັດຂອງລາວກໍເລີ້ມມີປະສົບການຫລາຍໃນການສ້າງຮູບເງົາ, ສະນັ້ນ, ຈຶ່ງເລືອກເອົາບໍລິສັດ Lao Art Media ເປັນຜູ້ຮ່ວມໃນການສະແດງຮູບເງົາ “Ada Apa Dengan-RINA2” ນີ້ຂຶ້ນ. ສ່ວນຢູ່ໂຮງຮູບເງົາລາວກໍຈະນຳອອກສາຍໃນໄລຍະເວລາດຽວກັນ.
ຮູບເງົາເລື່ອງ “Ada Apa Dengan-RINA2” ເປັນຮູບເງົາລະຫວ່າງ ລາວ ແລະ ບຣູໄນ ຜະລິດຮ່ວມກັນເທືຶ່ອທຳອິດລະຫວ່າງພາກເອກະຊົນ ແລະ ໄດ້ນຳອອກສາຍໃນໄລຍະທີ່ສອງປະເທດລາວ ແລະ ບຣູໄນ ພວມກຳລັງກະກຽມສະ ເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 25 ປີ ໃນປີ 2018 ທີ່ຈະມາເຖີງນີ້, ນອກຈາກນີ້ ຍັງເປັນການຜັນຂະຫຍາຍການຮ່ວມມື ແລະ ແລກປ່ຽນຊຶ່ງກັນ ແລະ ກັນ ໃນຂະແໜງວັດທະນະທຳລະຫວ່າງສອງປະເທດອີກດ້ວຍ.