ວັນທີ 30 ກໍລະກົດ 2017, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ, ທ່ານ ບຸນສີ ວົງບົວສີ, ກົງສຸນໃຫ່ຍ ແຫ່ງ ສປປ ລາວ ປະຈຳ ຂອນແກ່ນ ພ້ອມດ້ວຍພະນັກງານສະຖານທູດ ໄດ້ໃຫ້ກຽດເຂົ້າຮ່ວມໃນພິທີເປີດປ້າຍສ້າງຕັ້ງສະມາຄົມລາວວຽງ ແຫ່ງປະເທດໄທ ທີ່ບ້ານໜອງຄວາຍໂຊ, ອຳເພີ ໜອງແຊງ, ຈັງຫວັດສະຫລະບູລີ; ມີ ທ່ານ ບັນດິດ ທິວາຮັກ, ຜູ້ວ່າຈັງຫວັດສະຫລະບູລີ, ນາຍອຳເພີໜອງແຊງ, ດຣ ວິໄນ ພັນທຸຮັກ, ປະທານສະມາຄົມລາວວຽງ ແຫ່ງປະເທດໄທ ພ້ອມດ້ວຍ ຊາວໄທເຊື້ອສາຍລາວວຽງຈາກຈັງຫວັດໃກ້ຄຽງຂອງະເທດໄທ ເຂົ້າຮ່ວມ ຫລາຍກວ່າ 200 ກວ່າຄົນ.
ໃນໂອກາດກ່າວຄໍາປາໄສໃນພິທີເປີດເປີດປ້າຍດັ່ງກ່າວ; ທ່ານເອກອັກຄະລັດຖະທູດ ຫລີ ບຸນຄໍ້າ ແລະ ທ່ານ ບັນດິດ ທິວາຮັກ, ຜູ້ວ່າຣາຊະການ ຈັງຫວັດສະຫລະບູລີ ຕ່າງຜັດປ່ຽນກັນຂຶ້ນ ກ່າວສະແດງຄວາມຍໍ້ຍ້ອງຊົມເຊີຍພີນ້ອງຊາວໄທເຊື້ອສາຍລາວວຽງໃນຄວາມພະຍາຍາມບາກປັ່ນເພື່ອສ້າງຄັ້ງສະມາຄົມດັ່ງກ່າວນີ້ ຂຶ້ນເຊິ່ງເປັນແຫ່ງທຳອິດໃນປະເທດໄທເພື່ອເປັນການເຕົ້າໂຮມ ຄວາມສາມະຄີ ຂອງຊາວໄທ ເຊື້ອສາຍລາວວຽງທີ່ມີຢູ່ນັ້ນໃຫ້ແໜ້ນແຟນຫຍິ່ງຂຶ້ນກວ່າເກົ່າ. ທ່ານທັງສອງກ່າວວ່າ ສະມະຄົມລາວວຽງແຫ່ງນີ້ເປັນສັນຍາລັກໜື່ງແຫ່ງຄວາມສຳພັນ ແລະ ຜູກພັນເປັນເວລາຍາວນານຂອງປະຊາຊົນສອງຊາດ ລາວ-ໄທ ເປັນຕົ້ນແມ່ນຊາວລາວວຽງ ເຊິ່ງພວກເຮົາເຫັນກັນ ໃນທຸກມື້ນີ້ມີຫລາຍສິ່ງຫລາຍຢ່າງທີ່ມີເອກກະລັກທີ່ຄ້າຍຄືກັນທີ່ສຸດ, ມີຂະໜົບທຳນຽມ, ຮີດຄອງປະເພນີ, ວັດທະນາທຳ, ສາດສະໜາ.ແລະ ມີພາສາປາກເວົ້າທີ່ຄ້າຍຄືກັນ. ການສ້າງຕັ້ງສະມາຄົມແຫ່ງນີ້ແມ່ນສ່ວນໜື່ງໃນການປະກອບສ່ວນ ເພື່ອເສີມຂະຫຍາຍສາຍພົວພັນ ຖານບ້ານພີເມືອງນ້ອງ ແລະ ການຮ່ວມມືທີ່ດີຕໍ່ກັນລະຫວ່າງສອງປະເທດ ໃຫ້ມີການພັດທະນາ ແລະ ເຕີບໃຫ່ຍຢ່າງຕໍ່ເນື່ອງ, ປະກອບ ສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນອີກດ້ວຍ.
ທ່ານ ຫລີ ບຸນຄ້ຳ ຍັງໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງພີນ້ອງລາວວຽງຈັງຫວັດສະຫລະບູລີ ໂດຍສະເພາະ ທ່ານຜູ້ວ່າຣາຊະການຈັງຫວັດທີ່ໃຫ້ການຕ້ອງຮັບອັນອົບອຸ່ນ ແລະ ກ່າວສະແດງຍ້ອງຍໍຊົມເຊີຍຕໍ່ການສ້າງຕັ້ງສະມາຄົມດັ່ງກ່າວ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ແລະ ການປຸ້ມລຸມຕູ້ມຫໍ່ກັນແໜ້ນໜາຂອງຊາວລາວວຽງ ຕະຫລອດໄລຍະຜ່ານມາ, ອັນພົ້ນເດັ່ນແມ່ນຍັງສາມາດຮັກສາເອກະລັກທາງວັດທະນະທໍາ, ຂະໜົບທໍານຽມ ແລະ ຮີດຄອງປະເພນີດັ້ງເດີມເອົາໄວ້ໄດ້, ຂໍຮຽກຮ້ອງຈົ່ງພ້ອມກັນສືບຕໍ່ປົກປັກຮັກສາການພົວພັນອັນດີງາມລະຫວ່າງ ລາວ-ໄທ ເວົ້າລວມ, ເວົ້າສະເພາະລະຫວ່າງພີ່ນ້ອງລາວວຽງຂອງສອງປະເທດ ໃຫ້ນັບມື້ພັດທະນາ ແລະ ຍືນຍົງຕະຫລອດໄປ.
ໃນໂອກາດເຂົ້າຮ່ວມໃນງານຄັ້ງນີ້ ທ່ານ ຫລີ ບຸນຄ້ຳ ພ້ອມດ້ວຍຄະນະ ຊາວລາວວວຽງທີ່ມາຮ່ວມໃນງານຍັງໄດ້ເຂົ້າຮ່ວມປູກເຂົ້າແບບບູຮານ, ຢ້ຽມຊົມຫໍພິພິທະພັນ ຂອງຊຸມຊົນຊາວລາວວຽງ ແລະ ຮັບປະທານອາຫານທ່ຽງກັນຢ່າງສະໜິດສະໜົມອີກດ້ວຍ.