ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ແລະ ຫວຽດນາມ ທີ່ໂຕກຽວ ຈັດກິດຈະກໍາ ແລະ ພິທີສະເຫລີມສະຫລອງ 02 ວັນປະຫວັດສາດ ລາວ ແລະ ຫວຽດນາມ ຢ່າງເບີກບານມ່ວນຊື່ນ

lv in japan1

lv in japan2 lv in japan3

ວັນທີ 10 ສິງຫາ 2017, ສະຖານທູດລາວ ທີ່ໂຕກຽວ ນໍາໂດຍທ່ານທູດ ວິໂຣດ ສຸນດາຣາ ພ້ອມດ້ວຍພັນລະຍາ ແລະ ພະນັກງານ ໄດ້ຮ່ວມກັບສະຖານທູດຫວຽດນາມ ທີ່ໂຕກຽວ ນໍາໂດຍ ທ່ານທູດ Nguyen Quoc Cuong ພ້ອມດ້ວຍພັນລະຍາ ແລະ ພະນັກງານ ຈັດກິດຈະກໍາ ແລະ ພິທີສະເຫລີມສະຫລອງ 02 ວັນປະຫວັດສາດ ລາວ-ຫວຽດນາມ ຄື ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ (18 ກໍລະກົດ 1977 – 18 ກໍລະກົດ 2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ (05 ກັນຍາ 1962 – 05 ກັນຍາ 2017) ທີ່ສໍານັກງານສະຖານທູດຫວຽດນາມ ທີ່ໂຕກຽວ.

ກິດຈະກໍາສະເຫລີມສະຫລອງດັ່ງກ່າວ ເລີ້ມຕົ້ນດ້ວຍການແຂ່ງຂັນກິລາສາມັກຄີ ຕີປິງປ໋ອງ ລະຫວ່າງສອງທີມນັກກິລາສະຖານທູດ ແລະ ຫລັງຈາກນັ້ນ ພະນັກງານສະຖານທູດທຸກຄົນ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງທາງການ. ໃນພິທີ, ທ່ານທູດລາວ ແລະ ຫວຽດນາມ ໄດ້ມອບດອກໄມ້ອວຍພອນເຊິ່ງກັນ ແລະ ກັນ ພ້ອມທັງຜັດປ່ຽນກັນຂຶ້ນກ່າວຄໍາເຫັນໃນໂອກາດສໍາຄັນດັ່ງກ່າວ. ທ່ານທູດຫວຽດນາມ ໄດ້ກ່າວເນັ້ນໜັກເຖິງມູນເຊື້ອການພົວພັນຮ່ວມມືສາມັກຄີແບບພິເສດຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ທີ່ຜູ້ນໍາຂອງສອງພັກ ແລະ ສອງລັດ ໄດ້ກໍ່ສ້າງ, ບໍາລຸງຮັກສາມາຈົນຮອດປະຈຸບັນ. ສາຍພົວພັນດັ່ງກ່າວໄດ້ຜ່ານການທົດສອບຢ່າງລະອິດລະອ້ຽວແຕ່ສະໄໝສົງຄາມຕໍ່ຕ້ານພວກຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ທີ່ປະຊາຊົນສອງຊາດໄດ້ຍອມເສຍສະຫລະເພື່ອກັນ ແລະ ກັນ, ຮັກແພງ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ ຈົນສາມາດຍາດໄດ້ໄຊຊະນະ ແລະ ກາຍເປັນການພົວພັນທີ່ຫາຍາກໃນໂລກ, ດັ່ງທີ່ທ່ານເລຂາທິການໃຫຍ່ຂອງພັກຄອມມູນິດຫວຽດນາມ Nguyen Phu Trong ໄດ້ເຄີຍກ່າວໄວ້ວ່າ ສໍາລັບປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາສະເໝີ ຍ້ອນມີການຊ່ວຍເຫລືອຂອງສະຫາຍລາວ ຈຶ່ງເຮັດໃຫ້ຫວຽດນາມສາມາດປົດປ່ອຍປະເທດຊາດ ແລະ ມີຜືນແຜ່ນດິນອັນຄົບຖ້ວນມາເຖິງປະຈຸບັນນີ້.

ຫລັງຈາກນັ້ນ, ທ່ານທູດ ວິໂຣດ ສຸນດາຣາ ໄດ້ຂຶ້ນກ່າວຄໍາເຫັນສະແດງຄວາມເຫັນດີເປັນເອກະພາບກັບທ່ານທູດຫວຽດນາມ ທີ່ໄດ້ກ່າວເຖິງປະຫວັດສາດການພົວພັນອັນເປັນມູນເຊື້ອມາແຕ່ດົນນານ, ຊຶ່ງສາຍພົວພັນຮ່ວມມືສອງປະເທດ ລາວ-ຫວຽດນາມ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ລວງກວ້າງ ໂດຍສອງປະເທດໄດ້ມີການພົວພັນກັນໃນທຸກລະດັບ, ທຸກຂົງເຂດວຽກງານຂະແໜງການ ນັບແຕ່ສູນກາງລົງຮອດທ້ອງຖິ່ນ. ການຈັດພິທີສະເຫລີມສະຫລອງ 02 ວັນປະຫວັດສາດ ລະຫວ່າງສອງປະເທດເວົ້າລວມ, ເວົ້າສະເພາະລະຫວ່າງສອງສະຖານທູດລາວ ແລະ ຫວຽດນາມ ຄັ້ງນີ້ ແມ່ນເພື່ອເປັນການສຶກສາອົບຮົມໃຫ້ແກ່ພະນັກງານນັກການທູດ ກໍ່ຄືຄົນລຸ້ນຫລັງ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ມູນເຊື້ອແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ເພື່ອໃຫ້ເຂົາເຈົ້າເປັນເຈົ້າການໃນການຖະນຸບໍາລຸງ, ເພີ້ມພູນຄູນສ້າງ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວໃຫ້ຈະເລີນງອກງາມໃນສະພາບການ ແລະ ເງື່ອນໄຂໃໝ່ຂອງສອງປະເທດ ແລະ ສາກົນ. ສາຍພົວພັນຮ່ວມມື ລະຫວ່າງ ລາວ ແລະ ຫວຽດນາມ ຖືວ່າເປັນການພົວພັນທີ່ຫາຍາກທີ່ສຸດໃນໂລກ, ເຊິ່ງສາຍພົວພັນພິເສດດັ່ງກ່າວບໍ່ມີການປ່ຽນແປງເຖິງແມ່ນວ່າສະພາບການຂອງໂລກຈະຜັນປ່ຽນໄປແນວໃດກໍ່ຕາມ.

ພາຍຫລັງສຳເລັດພິທີທາງການ, ສອງທ່ານທູດ ລາວ-ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ພະນັກງານຂອງສອງສະຖານທູດ ກໍໄດ້ຮ່ວມພາເຂົ້າສາມັກຄີ ໂດຍແຕ່ລະສະຖານທູດໄດ້ປຸງແຕ່ງອາຫານທີ່ເປັນເອກກະລັກຂອງຕົນໄປຮ່ວມສົມທົບກັນ. ຫລັງຈາກນັ້ນ, ແມ່ນລາຍການມ່ວນຊື່ນ ໂດຍມີການປະກອບສ່ວນສຽງເພງຈາກທ່ານທູດທັງສອງ ພ້ອມດ້ວຍພັນລະຍາ ແລະ ພະນັກງານສະຖານທູດ ລາວ ແລະ ຫວຽດນາມ, ແລະ ໄດ້ຮ່ວມກັນຟ້ອນລໍາວົງສາມັກຄີຢ່າງຟົດຟື້ນ ແລະ ເບີກບານມ່ວນຊື່ນ.

ການຈັດກິດຈະກໍາ ແລະ ພິທີສະເຫລີມສະຫລອງລະຫວ່າງສອງສະຖານທູດ ລາວ ແລະ ຫວຽດນາມດັ່ງກ່າວ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ຄວາມເຂົ້າອົກເຂົ້າໃຈແບບອ້າຍນ້ອງເພື່ອນມິດສະຫາຍ ລະຫວ່າງພະນັກງານຂອງສອງສະຖານທູດ ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485894
ມື້ນີ້25
ມື້ວານ168
ອາທິດນີ້930
ເດືອນນີ້5199