ໃນຕອນເຊົ້າຂອງວັນທີ 10 ສິງຫາ 2017, ທ່ານ ນາງ ວັນດີ ບຸດທະສະວົງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ MAMNOON HUSSAIN, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ທີ່ ທໍານຽບປະທານາທິບໍດີ, ນະຄອນຫຼວງອິດສະລາມາບັດ, ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ປາກິດສະຖານ, ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງປັກກິ່ງ, ສປ ຈີນ.
ໃນໂອກາດນີ້, ທ່ານ ນາງ ວັນດີ ບຸດທະສະວົງ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄປຍັງ ພະນະທ່ານ MAMNOON HUSSAIN, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ, ພ້ອມທັງໄດ້ອວຍພອນວັນປະກາດເອກະລາດແຫ່ງຊາດຂອງປາກິດສະຖານ ຄົບຮອບ 70 ປີ ແລະ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ, ການສະໜັບສະໜູນ ຂອງປາກິດສະຖານ ຕໍ່ ສປປ ລາວ.
ພະນະທ່ານປະທານາທິບໍດີ ປາກິດສະຖານ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ ແລະ ປາກິດສະຖານ ໃນໄລຍະຜ່ານມາ ກໍ່ຄືປັດຈຸບັນ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ວັນດີ ບຸດທະສະວົງ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ອິດສະລາມ ປາກິດສະຖານ ແລະ ອວຍພອນໃຫ້ທ່ານທູດຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ປາກິດສະຖານ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ.
ເຂົ້າຮ່ວມພິທີຍື່ນສານຕາຕັ້ງໃນຄັ້ງນີ້ຍັງມີ ທ່ານ ນາງ Tehmina Janjua, ເລຂາທິການຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ສຳນັກງານປະທານາທິບໍດີປາກິດສະຖານ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິດສະລາມ ປາກິດສະຖານ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 15 ກໍລະກົດ 1965.
ນອກນັ້ນ, ທ່ານທູດ ວັນດີ ບຸດທະສະວົງ ຍັງໄດ້ເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນຄົບຮອບ 50 ປີ ຮ່ວມກັບບັນດາເອກອັກຄະລັດຖະທູດປະເທດອາຊຽນ ປະຈຳ ປາກິດສະຖານ.