ໃນວັນທີ 9 ກັນຍາ 2017, ທີ່ ສະໂມສອນມະຫາວິທະຍາໄລແຂວງດົ່ງຖາບ, ສສ ຫວຽດນາມ ໄດ້ຈັດພິທີໂຮມຊຸມນຸມມິດຕິ່ງສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 40 ປີ.
ພິທີໂຮມຊຸມນຸມທີ່ມີຄວາມໝາຍຄວາມສຳຄັນນີ້ໄດ້ມີຜູ້ແທນລາວ ແລະ ຫວຽດນາມເຂົ້າຮ່ວມຢ່າງຫຼວງຫຼາຍ ໂດຍຝ່າຍຫວຽດນາມມີບັນດາສະຫາຍການນຳແຂວງເຂົ້າຮ່ວມເຊັ່ນ: ສະຫາຍ ຟ້າມ ວັນ ຖັງ, ຄະນະປະຈຳພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຈັດຕັ້ງແຂວງດົ່ງຖາບ;ສະຫາຍ ນາງ ດັງ ຖິ ໝີ ເກີມ, ຄະນະປະຈຳພັກແຂວງ, ປະທານແນວໂຮມແຫ່ງຊາດຫວຽດນາມແຂວງດົ່ງຖາບ; ສະຫາຍ ດວັນ ເຕິນ ບຶວ, ຮອງປະທານຄະນະກໍາມະການປະຊາຊົນແຂວງດົ່ງຖາບ; ສະຫາຍ ເລ ຊວັນ ຮາຍ, ປະທານສະຫະພັນບັນດາການຈັດຕັ້ງມິດຕະພາບແຂວງ; ສະຫາຍ ນາງ ເລ ທິ ກີມ ເງີນ, ຮອງຫົວໜ້າພະແນກການຕ່າງປະເທດແຂວງ; ສະຫາຍ ຫງວຽນ ຫຽບ ເທືອງ, ຮອງປະທານສາມະຄົມມິດຕະພາບ ຫວຽດນາມ - ລາວ ແຂວງດົ່ງຖາບ ແລະ ນອກນັ້ນ, ຍັງມີຄະນະຜູ້ແທນສະຫະພັນບັນດາການຈັດຕັ້ງມິດຕະພາບນະຄອນໂຮ່ຈິມິນ, ມີປະທານ ແລະ ຮອງປະທານສະມາຄົມມິດຕະພາບ ຫວຽດນາມນະຄອນໂຮ່ຈິມິນ - ອິນເດຍ ກໍ່ໄດ້ເຂົ້າຮ່ວມ. ຝ່າຍລາວມີ ສະຫາຍ ສົມໄຊ ສະໜາມອຸ່ນ, ກົງສຸນໃຫຍ່ ສປປ ລາວ ປະຈຳນະຄອນໂຮ່ຈິມິນ ພ້ອມດ້ວຍພະນັກງານການທູດ ແລະ ນັກສຶກສາລາວຈຳນວນ 23 ຄົນ; ໂດຍມີຜູ້ເຂົ້າຮ່ວມທັງໝົດ 250 ຄົນ. ໃນພິທີ ສະຫາຍ ດວັນ ເຕິນ ບຶວ, ຮອງປະທານຄະນະກໍາມະການປະຊາຊົນແຂວງດົ່ງຖາບ; ສະຫາຍ ເລ ຊວັນ ຮາຍ, ປະທານສະຫະພັນບັນດາການຈັດຕັ້ງມິດຕະພາບແຂວງ; ສະຫາຍ ຫງວຽນ ຫຽບ ເທືອງ, ຮອງປະທານສາມະຄົມມິດຕະພາບ ຫວຽດນາມ - ລາວ ແຂວງດົ່ງຖາບ ແລະ ສະຫາຍ ສົມໄຊ ສະໜາມອຸ່ນ ກົງສຸນໃຫຍ່ ສປປ ລາວ ປະຈຳນະຄອນໂຮ່ຈິມິນ ໄດ້ຜັດປ່ຽນກັນຂຶ້ນກ່າວຄໍາປາໄສ ໂດຍໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ແຂວງດົ່ງຖາບ ກັບບັນດາແຂວງພາກກາງ, ພາກໃຕ້ຂອງລາວ ເປັນຕົ້ນໄດ້ມີການພົວພັນຮ່ວມມືກັບແຂວງສາລະວັນ ແລະ ແຂວງຈຳປາສັກ, ໃນສົກຮຽນ 2016 – 2017 ຜ່ານມາ ແຂວງດົ່ງຖາບໄດ້ຊ່ວຍເຫຼືອກໍ່ສ້າງບຸກຄະລາກອນການແພດ ຈຳນວນ 12 ຄົນໃຫ້ແຂວງຈຳປາສັກນຳອີກ; ພ້ອມກັນນັ້ນຢືນຢັນ ຈະສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ ແລະ ສຶກສາອົບຮົບເຜີຍແຜ່ໃຫ້ພະນັກງານ, ນັກຮົບ, ປະຊາຊົນ ໂດຍສະເພາະແມ່ນຄົນລຸ້ນໜຸ່ມ ໃຫ້ມີຄວາມຮັບຮູ້ຢ່າງເລິກເຊິ່ງ ແລະ ເຂົ້າໃຈຖືກຕ້ອງຕໍ່ສາຍພົວພັນດັ່ງກ່າວ. ໃນພິທີ ໄດ້ມີການແລກປ່ຽນລາຍການສະແດງສິລະປະວັນນະຄະດີຂອງນັກສຶກສາລາວ ແລະ ຄະນະສີລະປະຂອງມະຫາວິທະຍາໄລດົ່ງຖາບ. ນອກຈາກງານໂຮມຊຸມນຸມແລ້ວຍັງມີການພົບປະຈັດກິດຈະກຳຕ່າງໆລະຫວ່າງນັກສຶກສາລາວຈາກນະຄອນໂຮ່ຈິມິນ ກັບນັກສຶກສາມະຫາວິທະຍາໄລດົ່ງຖາບ. ພິທີໂຮມຊຸມນຸມໄດ້ຈັດຂຶ້ນ ແລະ ດໍາເນີນໄປຢ່າງຄຶກຄື້ນມ່ວນຊື່ນ, ມີເນື້ອໃນຄວາມໝາຍອັນເລິກເຊິ່ງ ແລະ ສຳເລັດຜົນຢ່າງຈົບງາມ.