ໂດຍປະຕິບັດຕາມການຊີ້ນຳຂອງຄະນະບໍລິຫານງານຊາວຫນຸ່ມກະຊວງການຕ່າງປະເທດ ແລະ ພາຍໃຕ້ການຊີ້ນຳຂອງຄະນະພັກ-ຄະນະນຳສະຖານທູດ. ໃນຕອນບ່າຍວັນທີ 11 ພະຈິກ 2017, ຫນ່ວຍຊາວຫນຸ່ມສະຖານທູດລາວ ກໍຄືຈຸຊາວຫນຸ່ມນັກສຶກສາ ຮ່ວມກັບ ສະມາຄົມນັກສຶກສາລາວ ທີ່ ສ.ເກົາຫລີ ໄດ້ຈັດຕັ້ງພິທີເປີດຂະບວນການຂໍ້ແຂ່ງຂັນ 4 ບຸກຂອງຊາວຫນຸ່ມ ປປລ ແລະ ກິດຈະກຳກິລາປະຈຳປີ 2017 ຂອງນັກສຶກສາລາວ, ໂດຍມີພະນັກງານສະຖານທູດ ແລະ ສະມາຊິກຊາວຫນຸ່ມ ປປລ ເຂົ້າຮ່ວມ 50 ກວ່າສະຫາຍ (ໃນນັ້ນມີຊາວຫນຸ່ມຈາກສະຖານທູດ, ການບິນລາວ ແລະ ນັກສຶກສາ).
ພິທີເປີດຂະບວນການຂໍ້ແຂ່ງຂັນ 4 ບຸກຂອງຊາວຫນຸ່ມປປລຢູ່ສ.ເກົາຫລີໄດ້ຈັດຂັ້ນທີ່ເຮືອນພັກທູດ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມຂອງ ສະຫາຍ ຄຳສວຍ ແກ້ວດາລາວົງ, ເລຂາຫນ່ວຍພັກ, ເອກອັກຄະລັດຖະທູດລາວ ປະຈຳ ສ.ເກົາຫລີ. ໃນພິທີ, ສະຫາຍ ພາວັນ ສີລິພົງ, ເລຂາຫນ່ວຍຊາວຫນຸ່ມສະຖານທູດລາວ ປະຈຳ ສ.ເກົາຫລີ ໄດ້ຂຶ້ນເຜີຍແຜ່ເນື້ອໃນ 4 ບຸກ (ດ້ານແນວຄິດ, ດ້ານການຝຶກຝົນຫລໍ່ຫລອມຮ່ຳຮຽນ, ດ້ານວຽກງານການຈັດຕັ້ງ ແລະ ດ້ານວຽກງານວິຊາສະເພາະ) ໃຫ້ແກ່ບັນດາສະມາຊິກຊາວຫນຸ່ມ ເພື່ອນຳໄປຈັດຕັ້ງປະຕິບັດ, ປັບປຸງ ແລະ ປະເມີນການເຄື່ອນໄຫວຂອງຕົນໃນໄລຍະຜ່ານມາ. ໂອກາດນີ້, ສະຫາຍ ຄຳສວຍ ແກ້ວດາລາວົງ ໄດ້ສະແດງຄວາມຊົມເຊີຍຕໍ່ສະມາຊິກຊາວຫນຸ່ມ ປປລ ທີ່ ສ.ເກົາຫລີ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນໃນການສຶກສາຮ່ຳຮຽນ ແລະ ຝຶກຝົນຫລໍ່ຫລອມຕົນເອງ ເຊິ່ງສະແດງອອກໃນຜົນການຮ່ຳຮຽນຂອງແຕ່ລະສະຫາຍ; ປະກອບສ່ວນຢ່າງຫ້າວຫັນທັາງດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານການເຄື່ອນໄຫວກິດຈະກຳຕ່າງໆຂອງສະຖານທູດ ໃນໂອກາດວັນສຳຄັນຕ່າງໆຂອງຊາດ. ພ້ອມດຽວກັນນີ້, ສະມາຊິກຊາວຫນຸ່ມຍັງໄດ້ມີການປະກອບສ່ວນ ແລະ ເຂົ້າຮ່ວມກິດຈະກຳນຳອົງການຈັດຕັ້ງຕ່າງໆຂອງປະເທດເຈົ້າພາບ, ພ້ອມທັງຊຸກຍູ້ໃຫ້ບັນດາພາກສ່ວນຕ່າງໆໃຫ້ການຊ່ວຍເຫລືອແກ່ ສປປ ລາວ ເຊັ່ນ: ປະສານຂໍເຄື່ອງຊ່ວຍເຫລືອຕ່າງໆ ແລະ ລະດົມທີມອາສາສະຫມັກໄປສ້າງກິດຈະກຳຊ່ວຍເຫລືອປະຊາຊົນເຂດທຸກຍາກ ແລະ ຫ່າງໄກສອກຫລີກ ເປັນຕົ້ນ.
ສຳລັບກິດຈະກຳກິລາໃນຄັ້ງນີ້ ແມ່ນການແຂ່ງຂັນກິລາບານເຕະ ແລະ ກິດຈະກຳອື່ນໆຈຳນວນຫນຶ່ງ ໂດຍຈັດຂຶ້ນ ຢູ່ທີ່ສະຫນາມກິລາມະຫາວິທະຍາໄລແຫ່ງຊາດເຊອູນ, ເຊິ່ງການແຂ່ງຂັນແມ່ນດຳເນີນໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນແລະໄມຕີຈິດມິດຕະພາບລະຫວ່າງ ສະມາຊິກຊາວຫນຸ່ມ ກໍຄືນັກສຶກສາເກົ່າ ແລະ ໃຫມ່.