ໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວລັດ ແລະ ທົ່ວປວງຊົນລາວ ພວມເບີກບານມ່ວນຊື່ນສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 42 ປີ, ສະຖານທູດລາວ ທີ່ ໂຕກຽວ ໄດ້ຈັດກິດຈະກໍາ ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຢ່າງເປັນຂະບວນຟົດຟື້ນ ໂດຍໃນຕອນເຊົ້າຂອງວັນທີ 29 ພະຈິກ 2017, ສະຖານທູດ ໄດ້ຈັດປາຖະກະຖາ ແລະ ເຜີຍແຜ່ເອກະສານ ກ່ຽວກັບ ວັນສະຖາປະນາ ສປປ ລາວ ຄົບຮອບ 42 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ ໂດຍການເປັນປະທານ ແລະ ໃຫ້ກຽດຂຶ້ນປາຖະກະຖາໂດຍ ທ່ານ ວິໂຣດ ສຸນດາຣາ, ເອກອັກຄະລັດຖະທູດ ທັງເປັນເລຂາໜ່ວຍພັກສະຖານທູດ ທີ່ມີການເຂົ້າຮ່ວມຂອງພະນັກງານ, ນັກການທູດ ແລະ ຄອບຄົວຂອງພະນັກງານສະຖານທູດທັງໝົດ. ການປາຖະກະຖາດັ່ງກ່າວ ເພື່ອເປັນການເຜີຍແຜ່ ແລະ ໃຫ້ຂໍ້ມູນ ກ່ຽວກັບ ຜົນສໍາເລັດອັນພົ້ນເດັ່ນໃນດ້ານຕ່າງໆ ຕະຫຼອດໄລຍະ 42 ປີ ແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ກໍ່ຄືເປັນການສຶກສາອົບຮົມດ້ານແນວຄິດໃຫ້ແກ່ສະມາຊິກພັກ ແລະ ພະນັກງານສະຖານທູດທຸກທ່ານ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈ ຕໍ່ມູນເຊື້ອປະຫວັດສາດ ແລະ ຜົນງານຂອງການສ້າງສາ ແລະ ພັດທະນາປະເທດຊາດ ກໍ່ຄືການເຄື່ອນໄຫວ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ການປະຕິວັດ; ແລະ ໃນວັນທີ 02 ທັນວາ 2017, ຄະນະນໍາສະຖານທູດ ໄດ້ນໍາພາອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກໍາມະບານ ຂອງສະຖານທູດ ສ້າງຂະບວນການ, ຈັດຕັ້ງການອອກແຮງງານ ແລະ ອະນາໄມລວມໝູ່ ຢູ່ ສໍານັກງານສະຖານທູດ.
ນອກຈາກນັ້ນ, ໃນວັນທີ 03 ທັນວາ 2017, ສະຖານທູດ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດລາວ ຢູ່ ສໍານັກງານສະຖານທູດ, ເຊິ່ງມີແຂກສໍາຄັນຕົວແທນຈາກກະຊວງການຕ່າງປະເທດ, ສະມາຊິກສະພາ, ພາກສ່ວນທຸລະກິດ, ບໍລິສັດ, ສະມາຄົມມິດຕະພາບຍີ່ປຸ່ນ-ລາວ ແລະ ເພື່ອນມິດຍີ່ປຸ່ນ ພ້ອມທັງພີ່ນ້ອງຄົນເຊື້ອຊາດລາວ ແລະ ນັກຮຽນນັກສຶກສາລາວ ທີ່ອາໄສຢູ່ປະເທດຍີ່ປຸ່ນໃນເຂດຕ່າງໆ ໄດ້ເຂົ້າຮ່ວມປະມານ 300 ຄົນ. ໃນໂອກາດຂຶ້ນກ່າວຄໍາເຫັນໃນພິທີດັ່ງກ່າວ, ທ່ານທູດ ວິໂຣດ ສຸນດາຣາ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວັນສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ທີ່ຖືວ່າເປັນວັນໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີ ຂອງຊາດລາວ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ, ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະຕິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ. ໃນນັ້ນ, ຕະຫຼອດໄລຍະ 42 ຜ່ານມາ, ປະຊາຊົນລາວບັນດາເຜົ່າ ໄດ້ດໍາລົງຊີວິດຢູ່ໃນສະພາບແວດລ້ອມທີ່ທົ່ວປະເທດມີສັນຕິພາບ, ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດຂອງປະເທດໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຖືກທິດ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນລາວທັງທາງດ້ານວັດຖຸ ແລະ ຈິດໃຈ ໄດ້ຮັບການຍົກສູງຂຶ້ນເປັນລໍາດັບ ໂດຍສະເພາະລັດຖະບານລາວຊຸດປະຈຸບັນ ໄດ້ມີຜົນງານອັນພົ້ນເດັ່ນທັງວຽກງານພາຍໃນ ແລະ ການຕ່າງປະເທດ ທີ່ໄດ້ຮັບຄວາມນິຍົມຊົມຊອບ ແລະ ການສະໜັບສະໜູນຈາກປະຊາຊົນບັນດາເຜົ່າຢ່າງລົ້ນເຫຼືືອ. ດ້ານການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ ແລະ ຍີ່ປຸ່ນ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ການລົງທຶນຂອງຍີ່ປຸ່ນຢູ່ລາວ ກໍ່ນັບມື້ນັບເພີ້ມຂຶ້ນ, ນັກທ່ອງທ່ຽວຍີ່ປຸ່ນໄປລາວ ກໍ່ມີຈໍານວນເພີ້ມຂຶ້ນ; ລັດຖະບານ ແລະ ປະຊາຊົນຍີ່ປຸ່ນຍັງສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ເຊິ່ງສະແດງອອກໃນການຊ່ວຍເຫຼືອ ODA ຂອງຍີ່ປຸ່ນ ຕໍໍ່ ສປປ ລາວ ທີ່ຢູ່ໃນລະດັບຕົ້ນໆຕະຫຼອດມາ.
ພິທີສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຢູ່ສະຖານທູດລາວ ທີ່ ໂຕກຽວ ໃນປີນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ເບີກບານມ່ວນຊື່ນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນບ່າຍຂອງວັນດັ່ງກ່າວ.