ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ປະຈຳ ອິນໂດເນເຊຍ ຈັດງານສະເຫຼີມສະຫຼອງວັນຊາດ

 

emindo cl1

emindo cl2

 

    ໃນຕອນຄ່ຳຂອງວັນທີ 15 ທັນວາ 2017, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ​ ລາວ ປະຈຳ ສາທາລະນາລັດ ອິນໂດເນເຊຍ ໄດ້ຈັດງານສະເຫຼີມສະຫຼອງວັນສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ ​ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລະຫວ່າງ ລາວ-ອິນ​ໂດ​ເນ​ເຊຍ ຄົບຮອບ 60 ປີ ຂຶ້ນ ທີ່ ນະຄອນ ຫຼວງຈາກາຕາ, ສ.ອິນໂດເນເຊຍ. ​ເປັນ​ກຽດ​ເຂົ້າ​ຮ່ວມງານດັ່ງກ່າວ ແລະ ຂຶ້ນກ່າວຄຳເຫັນຕາງໜ້າໃຫ້ລັດຖະບານ ອິນ​ໂດ​ເນ​ເຊຍ ໂດຍແມ່ນທ່ານ ນາງ ໂກຟີຟາ ອັນດາ ປາຣາວານຊາ (Khofifah Indar Parawansa), ລັດຖະມົນຕີກະຊວງສະຫວັດດີການສັງຄົມ, ທ່ານ ອັບດູນຣາມານ ໂມຮາມັດ ຟາເຮັຍ (Abdulrahman Mohammad Fachir), ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ດຣ. ມັກຕີ ນາຕາເລກາວາ (Dr. Marty Natalegawa), ອາດີດລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ພ້ອມ​ດ້ວຍພະນັກງານການນຳຂັ້ນສູງ ແລະ ບັນດາຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລາກິດ ຂອງ ອິນໂດເນເຊຍ, ທູຕານຸທູດ, ຜູ້ຕາງໜ້າຖາວອນປະເທດຕ່າງໆ ປະຈໍາອາຊຽນ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ອິນໂດເນເຊຍ ຈຳນວນ 400 ກວ່າທ່ານ.

   ໃນພິທີດັ່ງກ່າວ, ທ່ານ ນາງ ພາວັນ ນວນທະສິງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ.ອິນໂດເນເຊຍ ໄດ້ຂຶ້ນກ່າວຄຳເຫັນ ໂດຍເໜັ້ນເຖິງຄວາມໝາຍສຳຄັນປະຫວັດສາດ ຂອງ ວັນສະຖາປະນາ ສປປ ລາວ, ວັນທີ 2 ທັນວາ 1975, ເຊິ່ງເປັນວັນທີ່ປະຊາຊົນລາວບັນດາເຜົ່າຍາດໄດ້ເອກະລາດຢ່າງສົມບູນ, ມີອະທິປະໄຕແລະເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ພາຍຫລັງການຕໍ່ສູ້ຢ່າງພິລະອາດຫານ ແລະ ການເສຍສະຫລະ ອັນສູງສົ່ງຕ້ານພວກລ່າເມືອງຂຶ້ນແລະຈັກກະພັດຜູ້ຮຸກຮານ ຂອງ ປະຊາຊົນບັນດາເຜົ່າ ໃນຫຼາຍທົດສະຫວັດທີ່ຜ່ານມາ. ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນຜົນສຳເລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 42 ປີທີ່ຜ່ານມາ ໂດຍສະເພາະເສດຖະກິດມີການພັດທະນາຢ່າງ​ຕໍ່​ເນື່ອງດ້ວຍ​ຈັງ​ວະ​ການ​ເຕີບໂຕທີ່ໝັ້ນຖ່ຽງ, ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງໃຫ້ດີຂຶ້ນເປັນກ້າວໆ.

ພ້ອມ​ດຽວກັນນີ້, ທ່ານ​ທູດ​​ເຮົາຍັງ​ໄດ້ຕີລາຄາໂດຍສັງເຂບກ່ຽວກັບຜົນສໍາເລັດທີ່ພົ້ນເດັ່ນ ຂອງ ສາຍພົວພັນມິດຕະພາບ ແລະ ການ​ຮ່ວມ​ມືສອງຝ່າຍ ລາວ-ອິນໂດເນເຊຍ ທີ່​ມີ​ມູນ​ເຊື້ອ​ອັນ​ຍາວ​ນານໃນໄລຍະ​​ 60 ປີທີ່ຜ່ານມາ ເຊິ່ງໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆ, ​​ເປັນຕົ້ນໄດ້ມີການແລກປ່ຽນການຢ້ຽມຢາມຂອງການນຳສູງສຸດນຳກັນຢ່າງເປັນປົກກະຕິ ​ໂດຍ​ສະ​ເພາະແມ່ນການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການຢູ່ອິນ​ໂດ​ເນ​ເຊຍຂອງ ພະນະທ່ານ​ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ໃນເດືອນ ຕຸລາ 2017 ທີ່ຜ່ານມາ ໄດ້ປະສົບຜົນສຳເລັດອັນຈົບງາມ ເຊິ່ງໃນໂອກາດດັ່ງກ່າວ ໄດ້ມີການລົງນາມເອກະສານສຳຄັນກ່ຽວກັບການຮ່ວມມືນຳກັນ ​ລະຫວ່າງ ຂະແໜງການຕ່າງໆຈຳນວນ 5 ສະບັບ, ການຮ່ວມມືດ້ານເສດຖະກິດການຄ້າ ກໍມີທ່າອ່ຽງຂະຫຍາຍຕົວຂຶ້ນເປັນກ້າວໆ ເຮັດໃຫ້ມູນຄ່າການຄ້າສອງຝ່າຍໃນປີ 2016 ສາມາດບັນລຸໄດ້ເຖິງ 10,07 ລ້ານໂດລາສະຫະລັດ, ເພີ່ມຂືຶ້ນ 17,7% ເມື່ອທຽບໃສ່ປີ 2015. ໃນດ້ານການພັດທະນາຊັບພະຍາກອນມະນຸດ, ລັດຖະບານ ອິນໂດເນເຊຍ ໄດ້ສືບຕໍ່ໃຫ້ທຶນການສຶກສາໃນລະ ດັບປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກຢ່າງຕໍ່ເນື່ອງ ເຊິ່ງມາເຖິງປັດຈຸບັນມີນັກສຶກສາລາວທີ່ຮຽນຈົບຈາກອິນໂດເນເຊຍແລ້ວ ຈຳນວນ 120 ຄົນ ແລະ ໄດ້ໃຫ້ທຶນຝຶກອົບຮົມໄລຍະສັ້ນແກ່ພະນັກງານລາວຈາກຂະແໜງການຕ່າງໆເປັນຈຳນວນຫລາຍ. ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ດ້ານອື່ນໆ ກໍມີການຂະຫຍາຍຕົວດີຂຶ້ນເປັນກ້າວໆ.

   ນອກຈາກນັ້ນ, ໃນພິທີດັ່ງກ່າວ ສະຖານທູດ​ຍັງ​ໄດ້​ຈັດ​ການວາງສະແດງຮູບ​ພາບ​ກ່ຽວກັບ​ການ​ພົວພັນຮ່ວມ​ມືລາວ-ອິນ​ໂດ​ເນ​ເຊຍ, ການວາງສະ​ແດງເຄື່ອງຫັດຖະກຳຜ້າໄໝລາວ, ສະ​ແດງສີລະປະວັນນະຄະດີ ໂດຍນັກສຶກສາລາວ ທີ່ພວມສຶກສາ ຢູ່ ອິນໂດເນເຊຍ, ເຜີຍແຜ່ໂຄສະນາການ​ທອ່ງທ່ຽວ​ລາວ, ອາຫານລາວ, ​ເບຍ​ລາວ ແລະກາເຟມາ​ຈາກ​ລາວ​ ນໍາອີກ​ດ້ວຍ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485934
ມື້ນີ້65
ມື້ວານ168
ອາທິດນີ້970
ເດືອນນີ້5239