ໃນວັນທີ 13 ກຸມພາ 2018, ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ພ້ອມດ້ວຍພະນັກງານສະຖານທູດລາວ ໄດ້ເຂົ້າອວຍພອນ ທ່ານ ຫງວ້ຽນ ຮ່າຍ ບັງ, ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ລາຊະອານາຈັກໄທ, ເນື່ອງໃນໂອກາດປີໃໝ່ຂອງປະຊາຊົນຫວຽດນາມ.
ໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ໄດ້ກ່າວຄໍາອວຍພອນປີໃໝ່, ສົ່ງຄໍາອວຍພອນໄຊອັນປະເສີດແດ່ຜູ້ນໍາພັກ-ລັດເວົ້າລວມ, ເວົ້າສະເພາະ ທ່ານເອກອັກຄະລັດຖະທູດຫວຽດນາມ ພ້ອມດ້ວຍພະນັກງານຈົ່ງມີແຕ່ຄວາມສຸກ ໂຊກດີປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ນໍາພາປະເທດຫວຽດນາມ ກ້າວສູ່ຄວາມສໍາເລັດໃນທຸກດ້ານ, ອວຍພອນໃຫ້ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ຈົ່ງຈະເລີນງອກງາມຍິ່ງໆຂຶ້ນ.
ທ່ານເອກອັກຄະລັດຖະທູດ ຫງວ້ຽນ ຮ່າຍ ບັງ ໄດ້ກ່າວສະແດງຄວາມດີໃຈເປັນຢ່າງຍິ່ງຕໍ່ຄໍາອວຍພອນອັນປະເສີດ ແລະ ຄວາມປາຖະໜາດີຂອງເອກອັກຄະລັດທູດລາວ, ຫວັງເປັນຢ່າງຍິ່ງວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ ນັບມື້ຈະໄດ້ຮັບການຖະໜຸບໍາລຸງໃຫ້ງອກງາມຍິ່ງໆຂຶ້ນໄປ.
ສອງສະຖານເອກອັກຄະລັດຖະທູດ ລາວ-ຫວຽດນາມ ທີ່ບາງກອກປະເທດໄທ ມີການພົວພັນກັນສະໜິດແໜ້ນຕະຫລອດມາ ເຊິ່ງໃນປີຜ່ານມາ, ສອງສະຖານທູດ ກໍ່ໄດ້ຮ່ວມກັນຈັດກິດຈະກໍາຫຼາຍຢ່າງ ລວມທັງແຂ່ງຂັນກິລາມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອໃຫ້ແໜ້ນແຟ້ນຫຍິ່ງໆຂຶ້ນ.