ໃນວັນທີ 15-16 ກຸມພາ 2018, ທີ່ ຫ້ອງວ່າການແຂວງສະຫວັນນະເຂດ, ກົມເສດຖະກິດ, ກະຊວງການຕ່າງປະເທດ, ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້ “ບົດບາດຂອງ ສປປ ລາວ ໃນການເຊື່ອມຈອດພາກພື້ນແມ່ນໍ້າຂອງ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ຮອງເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ສົງການ ຫຼວງມຸນິນທອນ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກ ບັນດາພະແນກຂະແໜງການກ່ຽວຂ້ອງ, ພາກທຸລະກິດ, ມະຫາວິທະຍາໄລ ສະຫວັນນະເຂດ ພາຍໃນແຂວງ ຈໍານວນ 65 ກວ່າທ່ານ.
- ຈຸດປະສົງໃນການຈັດກອງປະຊຸມສໍາມະນາໃນຄັ້ງນີ້ແມ່ນ:
ກອງປະຊຸມສຳມະນາໃນຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍຈາກວິທະຍາກອນທີ່ມາຈາກກົມເສດຖະກິດ, ກົມອາຊຽນ ກະຊວງການຕ່າງປະເທດ, ກະຊວງອຸດສາຫະກໍາການຄ້າ, ກະຊວງໂຍທາທິການ, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ກ່ຽວກັບ: 1). ຜົນກອງປະຊຸມສຸດຍອດແມ່ນນໍ້າຂອງ-ຍີ່ປຸ່ນ,CLV, CLMV, ACMECS ແລະ GMS; 2). ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ; 3.) ການເຊື່ອມຈອດໂຄງລ່າງພື້ນຖານໃນພາກພື້ນ; 4.) ນະໂຍບາຍສົ່ງເສີມການຄ້າ ແລະ ການທ່ອງທ່ຽວໃນພາກພື້ນແມ່ນໍ້າຂອງ ແລະ 5.) ແຜນງານການເຊື່ອມຈອດໂຄງລ່າງພື້ນຖານຂອງແຂວງສະຫວັນນະເຂດ. ພ້ອມທັງໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຟົດຟື້ນ, ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍສະເພາະບົດບາດ ແລະ ການມີສ່ວນຮ່ວມຢ່າງຫ້າວຫັນຂອງ ສປປ ລາວ ໃນຍຸກການເຊື່ອມຈອດ. ໂດຍລວມ ແລະ ໂດຍສະເພາະແມ່ນຂະແໜງການກ່ຽວຂ້ອງ, ທ້ອງຖິ່ນຂອງແຂວງສະຫວັນນະເຂດ ເພື່ອນໍາເອົາຄວາມຮູ້ເຫຼົ່ານັ້ນໄປຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຂອງຕົນຮັບຜິດຊອບ. ພ້ອມດຽວກັນນັ້ນ, ກໍຈະມີກິດຈະກໍາເຄື່ອນໄຫວກິລາຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະນັກງານຂອງກະຊວງ ແລະ ບັນດາຂະແໜງການກ່ຽວຂ້ອງ ຂອງແຂວງສະຫວັນນະເຂດ.