ໃນວັນທີ 11 ກໍລະກົດ 2018, ທີ່ ທຳນຽບລັດຖະບານທີ່ນະຄອນຫລວງແຄນເບຣາ, ທ່ານ ສີສະຫວາດ ອິນພະຈັນ ໄດ້ຍື່ນສານຕາຕັ້ງຕໍ່ພະນະທ່ານ ປີເຕີ ໂກສກຣົບ, ຜູ້ສໍາເລັດລາຊະການແຫ່ງເຄືອຈັກກະພົບອົດສະຕຣາລີ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວປະຈໍາ ເຄືອຈັກກະພົບອົດສະຕຣາລີ, ໂດຍມີສຳນັກງານສະຖານທູດຕັ້ງຢູ່ນະຄອນຫຼວງແຄນເບີຣາ.
ໃນໂອກາດນີ້, ພະນະທ່ານຜູ້ສໍາເລັດລາຊະການປີເຕີໂກສກຣົບ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍທ່ານ ສີສະຫວາດ ອິນພະຈັນ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອຈັກກະພົບ ອົດສະຕຣາລີ. ທ່ານທູດລາວໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປລາວ ຝາກເຖິງຜູ້ສໍາເລັດລາຊະການແຫ່ງເຄືອຈັກກະພົບອົດສະຕຣາລີແລະ ສະແດງຄວາມຂອບໃຈ ຢ່າງຈິໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການຈັດພິທີຍື່ນສານຕາຕັ້ງສະເພາະໄຫ້ແກ່ທູດລາວ ໃນຄັ້ງນີ້.
ພ້ອມກັນນີ້, ທ່ານທູດ ສີສະຫວາດ ອິນພະຈັນ ກໍໄດ້ແຈ້ງໃຫ້ຜູ້ສໍາເລັດລາຊະການຊາບໂດຍຫຍໍ້ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືທີ່ມີຫມາກຜົນຂອງສອງປະເທດໃນກອບສອງຝ່າຍ, ພາກພື້ນແລະສາກົນ. ໃນໂອກາດນີ້, ທ່ານທູດກໍໄດ້ຕາງຫນ້າ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຕໍ່ລັດຖະບານກໍ່ຄືປະຊາຊົນອົດສະຕຣາລີ ທີ່ໄດ້ໄຫ້ການຊ່ວຍເຫລືອ ແລະ ສະຫນັບສະຫນູນ ສປປ ລາວ ໃນໄລຍະຜ່ານມາອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດແລະ ຫວັງວ່າຈະສືບຕໍ່ໄດ້ຮັບການຊ່ວຍເຫລືອໃນຊຸມປີຕໍ່ຫນ້າ. ພະນະທ່ານຜູ້ສໍາເລັດລາຊະການ ໄດ້ສະແດງຄວາມຂອບໃຈ ສປປ ລາວ ທີ່ໄດ້ໄຫ້ການຮ່ວມມື ແລະ ສະຫນັບສະຫນູນ ອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ ແລະ ໄດ້ຢືນຢັນວ່າອົດສະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ຮ່ວມມືກັບ ສປປ ລາວ ທັງໃນກອບສອງຝ່າຍ ແລະ ຫລາຍຝ່າຍ.
ພິທີຍື່ນສານຕາຕັ້ງຄັ້ງນີ້ ໄດ້ຈັດຂື້ນສະເພາະສຳລັບເອກອັກຄະລັດຖະທູດແຫ່ງສປປລາວແລະໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີແລະສົມກຽດ.
ລາວ ແລະ ອົດສະຕຣາລີ ໄດ້ສ້າງຕັ້ງສາຍພົນພັນການທູດນຳກັນ ໃນວັນທີ 15 ມັງກອນ 1952.