ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໜ່ວຍພັກສະຖານທູດລາວ ປະຈຳ ພຽງຢາງ, ສປປ. ເກົາຫລີ ໄດ້ຮັບນາມມະຍົດ ເປັນໜ່ວຍພັກແຂງ - ຮູ້ນໍາພາຮອບດ້ານ ສະໄໝທີ II

mop phiengyarng

ໃນຕອນເຊົ້າຂອງ ວັນທີ 05 ກໍລະກົດ 2018ທີ່ສະຖານທູດລາວ ປະຈຳ ພຽງຢາງ, ສປປ. ເກົາຫລີ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກແຂງເຂັ້ມແຂງ - ຮູ້ນຳພາຮອບດ້ານ ໂດຍໃຫ້ກຽດເປັນປະທານມອບ ຂອງສະຫາຍ ຕິ່ງ ສຸກສັນ, ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ. ມີບັນດາສະຫາຍຄະນະໜ່ວຍພັກ, ຄະນະນຳ, ສະມາຊິກພັກ, ພະນັກງານສະຖານທູດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ສະຫາຍ ພອນຄຳ ອິນທະບົວລີ, ເລຂາໜ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ພຽງຢາງ ໄດ້ຜ່ານບົດສະຫຼຸບລາຍງານການເມືອງຂອງໜ່ວຍພັກ ປະຈຳປີ 2017 ແລະ ທິດທາງແຜນການ ສົກປີ 2018, ເຊິ່ງຕະຫຼອດໄລຍະ 01 ປີຜ່ານມາ ໜ່ວຍພັກສະຖານທູດ ໄດ້ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ບັນດາມະຕິ, ຄຳສັ່ງ, ກົດລະບຽບ ແລະ ແຈ້ງການແນະນຳຕ່າງໆ ໃນການກໍ່ສ້າງໜ່ວຍພັກເຂັ້ມແຂງ - ຮູ້ນຳພາຮອບດ້ານ ແລະ ເຮັດໃຫ້ມີຜົນສຳເລັດໃນຫຼາຍດ້ານ ເຊິ່ງສະເເດງໃຫ້ເຫັນບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານສະຖານທູດ ມີຄວາມໜັກ   ແໜ້ນ ແລະ ຮັກສາໄດ້ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ແນວທາງນະໂບບາຍຂອງພັກ-ລັດ ແລະ ເປັນຫຼັກແຫຼ່ງໃນຂະບວນການວຽກງານຕົວຈິງ, ເຊິ່ງສາມາດຮັກສານາມມະຍົດເປັນໜ່ວຍພັກແຂງເອົາໄວ້ໄດ້.

ພ້ອມດຽວກັນນີ້, ໃນພິທີຍັງໄດ້ເຜີຍແຜ່ເຊື່ອມຊຶມເນື້ອໃນນິຕິກຳ ຈຳນວນ04 ສະບັບຄື: ຄຳສັ່ງ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບເລກທີ 01/ກມສພ ລົງວັນທີ 3/1/2018; ມະຕິ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ ສະບັບເລກທີ 030/ກມສພ ລົງວັນທີ 3/1/2018; ມະຕິ ວ່າດ້ວຍການຄຸ້ມຄອງພະນັກງານ ສະບັບເລກທີ 031/ກມສພ ລົງວັນທີ 3/1/2018 ແລະ ມະຕິ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ - ຄຸ້ມຄອງ ສະບັບເລກທີ 032/ກມສພ ລົງວັນທີ 3/1/2018.

   ໃນໂອກາດນີ້, ສະຫາຍ ຕິ່ງ ສຸກສັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະໜ່ວຍພັກ, ຄະນະນຳຂອງສະຖານທູດ ທີ່ໄດ້ເອົາໃຈໃສ່ເປັນເຈົ້າການຈັດຕັ້ງປະຕິບັດ ຜັນຂະຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການ ຕ່າງປະເທດ, ລວມທັງການຈັດຕັ້ງປະຕິບັດບັນດາ ຄຳສັ່ງ, ແຈ້ງການແນະນຳ, ກົດລະບຽບຕ່າງໆ ທີ່ຄະນະພັກກະຊວງວາງອອກ ແລະມີຜົນສຳເລັດຫຼາຍດ້ານ. ນອກຈາກນີ້, ຍັງໄດ້ເນັ້ນໜັກໃຫ້ໜ່ວຍພັກສະຖານທູດ ສືບຕໍ່ເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ ວ່າດ້ວຍການນຳພາວຽກງານການເມືອງແນວຄິດ, ນຳພາປະຕິບັດພາລະບົດບາດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບຂອງໜ່ວຍພັກ, ອົງການ ຈັດຕັ້ງມະຫາຊົນ, ນຳພາວຽກງານກໍ່ສ້າງ-ປັບປຸງການຈັດຕັ້ງ ແລະ ວຽກງານຂະຫຍາຍພັກ ເພື່ອເຮັດໃຫ້ໜ່ວຍພັກ, ສະມາຊິກພັກ ເຊື່ອມຊຶມ, ກຳແໜ້ນ ແລະ ມີຄວາມຮັບຜິດຊອບເປັນເອກະພາບຕໍ່ ແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບຂອງລັດ, ຮຽນຮູ້ພື້ນຖານທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ນຳພາສຶກສາອົບຮົມພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງໜ່ວຍພັກຕົນ ໃຫ້ກຳແໜ້ນແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ລະບຽບຂອງພັກ, ກົດໝາຍ, ລະບຽບການຕ່າງໆຂອງລັດ ແລະ ນຳພາຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງ ແລະ ມີຜົນສຳເລັດ, ສືບຕໍ່ເສີ່ມຂະຫາຍສາຍພົວພັນຮ່ວມມືແບບສອງຝ່າຍ, ຫຼາຍຝ່າຍ ໃຫ້ມີບາດກ້າວທ່າຂະຫຍາຍຕົວຢ່າງ ຕັ້ງໜ້າ ຕາມແນວທາງແຜນນະໂຍບາຍຂອງພັກ-ລັດເຮົາ ກຳນົດໄວ້, ກຳແໜ້ນຕໍ່ສະພາບການໃນເວທີພາກພື້ນ ແລະ ສາກົນ ຕາມ ສະພາບການເປັນຈິງຂອງໂລກໃນປະຈຸບັນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485930
ມື້ນີ້61
ມື້ວານ168
ອາທິດນີ້966
ເດືອນນີ້5235