ໃນວັນທີ 17 ມັງກອນ 2019 ທີ່ ຊຽງໃໝ່, ປະເທດໄທ, ທ່ານ ລັດສະໝີ ແກ້ວມະນີ, ຫົວໜ້າກົມອາຊຽນ, ຕາງໜ້າຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ໃນວັນທີ 18 ມັງກອນ 2019 ໂດຍການເປັນປະທານ ຂອງ ໄທ ພາຍໃຕ້ຄໍາຂວັນ “ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ”.
ໃນກອງປະຊຸມຄັ້ງນີ້ ບັນດາຫົວຫນ້າເຈົ້າຫນ້າທີ່ອາວຸໂສອາຊຽນ ໄດ້ປຶກສາຫາລື ກ່ຽວກັບ ການສືບຕໍ່ຮັດແໜ້ນປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ. ພ້ອມກັນນັ້ນ, ກໍ່ໄດ້ຮັບຊາບຂໍ້ລິເລີ່ມບູລິມະສິດ ສຳລັບການເປັນປະທານອາຊຽນຂອງ ໄທ ທີ່ເນັ້ນໃສ່ຄວາມສໍາຄັນໃນການສົ່ງເສີມບົດບາດ ແລະ ຮ່ວມມືຂອງອາຊຽນ ເພື່ອຮັບມືກັບການປ່ຽນແປງໃໝ່ຂອງສັງຄົມ ແລະ ສີ່ງທ້າທາຍຕ່າງໆ ໃຫ້ສອດຄ່ອງກັບສະພາບໃນປັດຈຸບັນ, ພ້ອມທັງ ແນໃສ່ຮັດແໜ້ນການເປັນຄູ່ຮ່ວມມືທັງພາຍໃນອາຊຽນ ແລະ ກັບພາຍນອກ ເພື່ອສົ່ງເສີມຄວາມຍືນຍົງໃນທຸກດ້ານ.
ນອກຈາກນີ້, ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຍັງໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືກັບພາຍນອກ ແລະ ປຶກສາຫາລື ກ່ຽວກັບ ເອກະສານແນວຄວາມຄິດ ອິນໂດ-ປາຊີຟິກ ໃນແບບສະບັບຂອງອາຊຽນ ໂດຍແນໃສ່ການຮັກສາໄວ້ບົດບາດຄວາມເປັນແກນກາງຂອງອາຊຽນ ແລະ ບັນດາຫຼັກການສຳຄັນຕ່າງໆຂອງອາຊຽນ. ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ວັນເວລາຂອງການຈັດກອງປະຊຸມ ແລະ ກິດຈະກໍາ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ ສຳລັບປີ 2019.