ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວພົບປະໂອ້ລົມ ອົງການ ຈັດຕັ້ງຊາວຫນຸ່ມສະຖານທູດ ແລະ ນັກສຶກສາລາວ ທີ່ ນະຄອນຫຼວງມົດສະກູ

2019402-alounsay-rusia

    ໃນອາທິດຜ່ານມາ ສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສຳຮອງສູນກາງພັກ, ສະມາຊິກສະພາແຫ່ງຊາດຊຸດທີ VIII, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຖານທູດລາວ ທີ່ມົດສະກູ, ໃນໂອກາດດັ່ງກ່າວ ນອກຈາກພົບປະ ແລະ ເຮັດວຽກກັບ ຄະນະນຳ ສະຖານທູດແລ້ວ ສະຫາຍໄດ້ພົບປະໂອ້ລົມກັບນັກສຶກສາລາວ ທີ່ຮຽນຢູ່ນະຄອນຫຼວງມົດສະກູ.

    ໃນເວລາໂອ້ລົມ ສະຫາຍ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ແລະ ໜ້າທີ່ຂອງນັກສຶກສາ, ໂດຍສະເພາະ ນັກສຶກສາລາວທີ່ມາຮຽນຢູ່ຕ່າງປະເທດແມ່ນເປັນຕົວແທນໃຫ້ 03 ສາມຢ່າງຄື : ເປັນຕົວແທນໃຫ້ແກ່ຄອບຄົວເຖິງແມ່ນວ່າຈະມາຈາກຄອບຄົວທີ່ຮັ່ງມີ ຫລື ທຸກຍາກ ຈາກຊົນຊັ້ນໃດກໍລ້ວນແຕ່ແມ່ນເປັນຕົວແທນໃຫ້ແກ່ປະເທດຊາດ ແລະ ເປັນຕົວແທນໃຫ້ແກ່ຊາວໜຸ່ມປະຊາຊົນປະຕິວັດລາວ ຊື່ງຊາວໜຸ່ມປຽບເໝືອນກະດູກສັນຫລັງຂອງຊາດ, ປຽບເໝືອນແຂນຂວາຂອງພັກ ແລະ ເປັນຜູ້ສືບທອດພາລະກິດການປະຕິວັດຂອງພັກເຮົາ. ຊາວໜຸ່ມມີບົດບາດໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ສະນັ້ນ ໃນຖານະທີ່ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງຊາດ, ຊາວໜຸ່ມຕ້ອງຮູ້ຈຸດໝາຍວ່າ ປະເທດກໍຄືພັກ ປະຊາຊົນ ປະຕິວັດລາວ ຈະນຳພາປະເທດໄປສູ່ເສັ້ນທາງສັງຄົມນິຍົມ ຊື່ງເປັນສັງຄົມທີ່ດີ, ມີການພັດທະນາຄົນ, ພັດທະນາສັງຄົມ ເລັ່ງໃສ່ຊົນນະບົດເປັນເຂດຈຸດສຸມໃນການພັດທະນາ, ໂດຍການພັດທະນາແບບຢືນຍົງ ຫລິກລ້ຽງການຫລິ້ນກິນຟູມເຟືອຍຂອງຊາວໜຸ່ມ. ສີ່ງທີ່ກ່າວມາທັງໝົດ ກ່ອນອຶ່ນໝົດຊາວໜຸ່ມເຮົາຕ້ອງມີຄວາມສາມັກຄີ, ມີຄວາມຮັກແພງຊື່ງກັນ ແລະ ກັນ, ມີການຝຶກຝົນຫຼໍ່ຫຼອມຕົນເອງ, ດຸໝັ່ນໃນການຄົ້ນຄວ້າຮໍ່າຮຽນ ບໍ່ວ່າຈະຢູ່ພາຍໃນໂຮງຮຽນ ຫລື ພາຍນອກ, ຮໍ່າຮຽນແບບແຜນດຳລົງຊີວິດ, ການສ້າງກິດຈະກຳນອກຫລັກສູດ ແລະ ການປະດິດສ້າງອື່ນໆທີ່ມີປະໂຫຍດໃຫ້ແກ່ສັງຄົມ ແລະ ປະເທດຊາດຂອງຕົນ.

ຕອນທ້າຍ ສະຫາຍໄດ້ຮຽກຮ້ອງໃຫ້ຊາວໜຸ່ມນັກສຶກສາ ເອົາໃຈໃສ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດ ສົມກັບຄຳຂວັນທີ່ວ່າ ‘’ ບ່ອນໃດຍາກຊາວໜຸ່ມບຸກ, ບ່ອນໃດທຸກຊາວໜຸ່ມຜ່ານຜ່າ, ບ່ອນໃດຊາດຕ້ອງການຊາວໜຸ່ມຂານອາສາ.

ໃນ​ໂອ​ກາດ​ນີ້, ສະຫາຍ ສີວຽງເພັດ ເພັດວໍຣະສັກ, ເອກອັກຄະລັດຖະທູດ ລາວ ປະຈຳ ສະຫະພັນ ຣັດເຊຍ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ ສະຫາຍ ອາລຸນໄຊ ສູນນະລາດທີ່ໄດ້ມີໂອກາດພົບປະໂອ້ລົມກັບນັກສຶກສາຂອງພວກເຮົາໃນຄັ້ງນີ້ ເຖິງແມ່ນເວລາຈະສັ້ນ ແຕ່ກໍເຕັມໄປດ້ວຍຄວາມໝາຍສຳຄັນ ແລະ ເລິກເຊີ່ງ ໂດຍສະເພາະ ຊາວໜຸ່ມນັກສຶກສາລາວພວກເຮົາທີ່ກຳລັງຮຽນຢູ່ໃນສະຖາບັນການສຶກສາຊັ້ນສູງຂອງຣັດເຊຍ. ເຂົ້າຮ່ວມຮັບຟັງການໂອ້ລົມໃນຄັ້ງນີ້ ມີຊາວໜຸ່ມສະຖານທູດ ແລະ ຊາວໜຸ່ມນັກສຶກສາເຂົ້າຮ່ວມທັງໝົດ 49 ຄົນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486047
ມື້ນີ້178
ມື້ວານ168
ອາທິດນີ້1083
ເດືອນນີ້5352